ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 265

12 ມີນາ 2026

ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ ພວກເຂົາກໍເລີ່ມອ່ານພຣະຄຳພີ ແລະ ທ່ອງພຣະຄຳພີຂຶ້ນໃຈ ແລະ ຍິ່ງພວກເຂົາສາມາດທ່ອງພຣະຄຳພີຂຶ້ນໃຈໄດ້ຫຼາຍສໍ່າໃດ ສິ່ງນີ້ກໍຍິ່ງພິສູດວ່າ ພວກເຂົາຮັກພຣະຜູ້ເປັນເຈົ້າ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄົນທີ່ໄດ້ອ່ານພຣະຄຳພີ ແລະ ສາມາດເວົ້າກ່ຽວກັບມັນໃຫ້ກັບຄົນອື່ນຟັງແມ່ນອ້າຍເອື້ອຍນ້ອງທີ່ດີທຸກຄົນ. ໃນເວລາຫຼາຍປີເຫຼົ່ານີ້, ຄວາມເຊື່ອຂອງຜູ້ຄົນ ແລະ ຄວາມຊື່ສັດຕໍ່ພຣະຜູ້ເປັນເຈົ້າແມ່ນຖືກວັດແທກຕາມຂອບເຂດຂອງຄວາມເຂົ້າໃຈພຣະຄຳພີຂອງພວກເຂົາ. ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາເບາະແສຢ່າງຕາບອດເພື່ອໄຂຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຄວ້າພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ. ບໍ່ມີໃຜສາມາດໜີຈາກພຣະຄຳພີ ແລະ ບໍ່ມີໃຜກ້າເຮັດແບບນັ້ນ. ຜູ້ຄົນໄດ້ສຶກສາພຣະຄຳພີເປັນເວລາຫຼາຍປີ, ພວກເຂົາໄດ້ສະເໜີຄຳອະທິບາຍຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ; ພວກເຂົາຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບພຣະຄຳພີ ເຊິ່ງພວກເຂົາໂຕ້ຖຽງກັນໂດຍບໍ່ສິ້ນສຸດ ຈົນເຖິງຂັ້ນທີ່ວ່າໄດ້ມີຫຼາຍກວ່າສອງພັນນິກາຍທີ່ແຕກຕ່າງກັນຖືກກໍ່ຕັ້ງຂຶ້ນໃນປັດຈຸບັນ. ພວກເຂົາທັງໝົດຕ້ອງການຄົ້ນຫາຄຳອະທິບາຍທີ່ພິເສດບາງຢ່າງ ຫຼື ຄວາມລຶກລັບທີ່ເລິກເຊິ່ງຍິ່ງຂຶ້ນໃນພຣະຄຳພີ, ພວກເຂົາຕ້ອງການສຳຫຼວດມັນ ແລະ ຄົ້ນຫາໃນພຣະຄຳພີເບື້ອງຫຼັງຂອງພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ ຫຼື ເບື້ອງຫຼັງຂອງພາລະກິດຂອງພຣະເຢຊູໃນຢູດາຍ ຫຼື ຄວາມລຶກລັບຫຼາຍກວ່ານັ້ນທີ່ບໍ່ມີໃຜຮູ້ຈັກເລີຍ. ການເຂົ້າຫາພຣະຄຳພີຂອງຜູ້ຄົນແມ່ນເປັນຄວາມຫຼົງໄຫຼ ແລະ ຄວາມເຊື່ອ ແລະ ບໍ່ມີໃຜສາມາດຊັດເຈນຢ່າງສົມບູນກ່ຽວກັບເລື່ອງຈິງທີ່ຢູ່ເບື້ອງຫຼັງພຣະຄຳພີ ຫຼື ກ່ຽວກັບແກ່ນແທ້ຂອງພຣະຄຳພີ. ດ້ວຍເຫດນັ້ນ ໃນປັດຈຸບັນ ຜູ້ຄົນຍັງມີຄວາມຮູ້ສຶກທີ່ບໍ່ສາມາດພັນລະນາໄດ້ເຖິງຄວາມມະຫັດສະຈັນ ເມື່ອເວົ້າເຖິງພຣະຄຳພີ ແລະ ພວກເຂົາຍັງຫຼົງໄຫຼມັນ ແລະ ມີຄວາມເຊື່ອມັນຫຼາຍຂຶ້ນ. ໃນປັດຈຸບັນ ທຸກຄົນຕ້ອງການຄົ້ນຫາຄຳທຳນາຍຂອງພາລະກິດແຫ່ງຍຸກສຸດທ້າຍໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນພົບວ່າ ມີພາລະກິດຫຍັງແດ່ທີ່ພຣະເຈົ້າກະທໍາໃນລະຫວ່າງຍຸກສຸດທ້າຍ ແລະ ແມ່ນຫຍັງຄືໝາຍສຳຄັນສຳລັບຍຸກສຸດທ້າຍ. ດ້ວຍລັກສະນະນີ້ ການນະມັດສະການພຣະຄຳພີຂອງພວກເຂົາຍິ່ງແຮງກ້າຂຶ້ນໄປອີກ ແລະ ຍິ່ງໃກ້ຮອດຍຸກສຸດທ້າຍຫຼາຍເທົ່າໃດ ພວກເຂົາຍິ່ງມີຄວາມເຊື່ອຖືຢ່າງຕາບອດໃນຄຳທຳນາຍຂອງພຣະຄຳພີຫຼາຍເທົ່ານັ້ນ ໂດຍສະເພາະສິ່ງທີ່ກ່ຽວກັບຍຸກສຸດທ້າຍ. ດ້ວຍຄວາມເຊື່ອຢ່າງຕາບອດແບບດັ່ງກ່າວໃນພຣະຄຳພີ, ດ້ວຍຄວາມໄວ້ວາງໃຈແບບດັ່ງກ່າວໃນພຣະຄຳພີ, ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດເລີຍ. ໃນແນວຄິດຂອງຜູ້ຄົນ ພວກເຂົາຄິດວ່າ ມີພຽງແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນໍາມາສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນທີ່ພວກເຂົາຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນ ທີ່ມີຄວາມລຶກລັບແຫ່ງພາລະກິດຂອງພຣະເຈົ້າລີ້ລັບຢູ່; ມີພຽງພຣະຄຳພີເທົ່ານັ້ນ ບໍ່ມີໜັງສືເຫຼັ້ມອື່ນ ຫຼື ບຸກຄົນອື່ນ ທີ່ສາມາດອະທິບາຍທຸກສິ່ງກ່ຽວກັບພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ; ພຣະຄຳພີສາມາດນໍາພາລະກິດແຫ່ງສະຫວັນມາເທິງແຜ່ນດິນໂລກໄດ້; ແລະ ພຣະຄຳພີທັງສາມາດເລີ່ມຕົ້ນ ແລະ ສິ້ນສຸດຍຸກຕ່າງໆ. ດ້ວຍແນວຄິດເຫຼົ່ານີ້, ຜູ້ຄົນຈຶ່ງບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າ ພຣະຄຳພີຈະເປັນປະໂຫຍດໃຫ້ແກ່ຜູ້ຄົນທີ່ຢູ່ໃນອະດີດຫຼາຍສໍ່າໃດກໍຕາມ, ມັນໄດ້ກາຍມາເປັນອຸປະສັກຕໍ່ພາລະກິດຫຼ້າສຸດຂອງພຣະເຈົ້າ. ຫາກປາສະຈາກພຣະຄຳພີ ຜູ້ຄົນສາມາດສະແຫວງຫາຮອຍພຣະບາດຂອງພຣະເຈົ້າໃນບ່ອນອື່ນໄດ້, ແຕ່ໃນປັດຈຸບັນ ຮອຍພຣະບາດຂອງພຣະອົງແມ່ນຖືກຈຳກັດໂດຍພຣະຄຳພີ, ແລະ ການເຜີຍແຜ່ພາລະກິດຫຼ້າສຸດຂອງພຣະອົງຈຶ່ງກາຍມາເປັນສິ່ງທີ່ຫຍຸ້ງຍາກສອງເທົ່າ ແລະ ຍາກລໍາບາກຈົນບໍ່ສາມາດແມ່ນແຕ່ຈະກ້າວຂາໄດ້. ທຸກຢ່າງເປັນແບບນີ້ກໍຍ້ອນບົດ ແລະ ຄຳເວົ້າເຊິ່ງເປັນທີ່ຮູ້ຈັກດີຈາກພຣະຄຳພີ ພ້ອມທັງຄຳທຳນາຍທີ່ຫຼາກຫຼາຍໃນພຣະຄຳພີ. ພຣະຄຳພີໄດ້ກາຍມາເປັນຮູບເຄົາລົບບູຊາໃນຄວາມຄິດຂອງມະນຸດ, ມັນໄດ້ກາຍເປັນປິດສະໜາໃນສະໝອງຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເຊື່ອເລີຍວ່າ ພຣະເຈົ້າສາມາດປະຕິບັດພາລະກິດທີ່ຢູ່ນອກພຣະຄຳພີ, ພວກເຂົາບໍ່ສາມາດເຊື່ອວ່າ ຜູ້ຄົນສາມາດຄົ້ນພົບພຣະເຈົ້າຢູ່ນອກພຣະຄຳພີ ແລ້ວແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າສາມາດແຍກອອກຈາກພຣະຄຳພີໃນລະຫວ່າງພາລະກິດສຸດທ້າຍ ແລະ ເລີ່ມຕົ້ນໃໝ່ໄດ້. ນີ້ເປັນສິ່ງທີ່ຜູ້ຄົນບໍ່ສາມາດຄິດເຖິງໄດ້; ພວກເຂົາບໍ່ສາມາດເຊື່ອມັນໄດ້ ແລະ ພວກເຂົາບໍ່ສາມາດຈິນຕະນາການກ່ຽວກັບມັນໄດ້. ພຣະຄຳພີໄດ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ໃນການຍອມຮັບຂອງຜູ້ຄົນຕໍ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄວາມຫຍຸ້ງຍາກສຳລັບການເຜີຍແຜ່ພາລະກິດໃໝ່ຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ