ເພງຄຣິດສະຕຽນ “ມະນຸດຊາດຕ້ອງການການສະໜອງຊີວິດຈາກພຣະເຈົ້າ”

31 ເດືອນພຶດສະພາ 2023

ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນໃນຂອງມະນຸດກໍ່ມືດມົນ,

ສິ້ນຫວັງ ແລະ ວ່າງເປົ່າ.

ມະນຸດພະຍາຍາມຮັກສາຄວາມກ້າວໜ້າຂອງມະນຸດ,

ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າ ໃນຫົວໃຈຂອງມະນຸດໄດ້,

ບໍ່ມີຜູ້ໃດສາມາດເປັນຊີວິດຂອງມະນຸດໄດ້,

ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ,

ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ.

ມະນຸຸດຍັງຈະເຮັດບາບ ແລະ ຄໍ່າຄວນກັບຄວາມອະຍຸຕິທຳ.

ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ.

ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ

ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ,

ແຕ່ສິ່ງທີ່ມະນຸດຕ້ອງການ ແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ.

ມີພຽງແຕ່ເມື່ອມະນຸດໄດ້ຮັບ ການຈັດກຽມຊີວິດຂອງພຣະເຈົ້າ

ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານ ຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ.

ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ

ການເສຍສະຫຼະຢ່າງໄຮ້ສຳນຶກ ແລະ ການຄົ້ນຫາມະນຸດ

ພຽງແຕ່ນໍາໄປສູ່ຄວາມເສົ້າໃຈ, ສະພາວະຄວາມຢ້ານກົວຢູ່ສະເໝີ.

ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ.

ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກວ່າງເປົ່າ.

ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ,

ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາ ຂອງມະນຸດໄດ້ຢ່າງແທ້ຈິງ.

ຜູ້ປົກຄອງ ຫຼື ຜູ້ຖືກປົກຄອງແມ່ນ ບໍ່ສາມາດຫຼົບໜີຈາກຄວາມປາຖະໜາໄດ້

ທີ່ຈະຄົ້ນຫາຈຸດໝາຍປາຍທາງ, ຄວາມເລິກລັບຂອງມະນຸດ

ແລະ ບໍ່ສາມາດເປັນອິດສະຫຼະ ຈາກຄວາມວ່າງເປົ່າທີ່ເລິກຊຶ້ງນີ້ໄດ້.

ປາກົດການທາງສັງຄົມເຫຼົ່ານີ້ ແມ່ນເປັນສິ່ງປົກກະຕິກັບມະນຸດ.

ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດ ອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້.

ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດ ຖືກແທນທີ່ໂດຍມະນຸດຄົນໃດໄດ້.

ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ,

ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວ ກໍຈະເດີນຢູ່ບົນເສັ້ນທາງຄວາມຊຸດໂຊມ, ເສັ້ນທາງສູ່ຄວາມມືດ

ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.

ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ

ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ,

ແຕ່ສິ່ງທີ່ມະນຸດຕ້ອງການ ແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ.

ມີພຽງແຕ່ເມື່ອມະນຸດໄດ້ຮັບ ການຈັດກຽມຊີວິດຂອງພຣະເຈົ້າ

ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານ ຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ