ການສະແດງການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026
20 ເດືອນມັງກອນ 2026
1
ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີສິ້ນສຸດ, ບໍ່ຖືກຈຳກັດດ້ານຮ່າງກາຍ, ເວລາ ຫຼື ພື້ນທີ່. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດຂອງມະນຸດມາຈາກພຣະເຈົ້າ, ແຕ່ມະນຸດກໍຊົມໃຊ້ທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນພຣະໄທກະທັນຫັນ ແລະ ປາຖະໜາທີ່ຈະນຳເອົາທຸກສິ່ງທີ່ມີຢູ່ໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ.
2
ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຂໍ້ເທັດຈິງທີ່ບໍ່ມີໃຜສາມາດນຶກພາບອອກ ຫຼື ເຂົ້າໃຈໄດ້ ແລະ ຂໍ້ເທັດຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ເປັນຫຼັກຖານຢືນຢັນເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງທີ່ຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນຈະເປັນແບບນີ້ໃນອະນາຄົດ.
3
ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດສໍາລັບສິ່ງທີ່ຖືກສ້າງທັງໝົດແມ່ນມາຈາກພຣະເຈົ້າ; ບໍ່ວ່າພວກເຂົາຈະມີຮູບແບບຊີວິດ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ ແລະ ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ, ບໍ່ມີສິ່ງທີ່ຖືກສ້າງໃດທີ່ສາມາດຝືນເສັ້ນທາງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ໄດ້. ບໍ່ວ່າກໍລະນີໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການປົກປ້ອງ ແລະ ການສະໜອງໃຫ້ຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄຸນຄ່າຂອງການມີຊີວິດ ແລະ ຄວາມໝາຍຂອງຊີວິດ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ