ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 223

27 ເດືອນກໍລະກົດ 2025

ຢູ່ໃນໂລກ, ແຜນດິນໄຫວແມ່ນການເລີ່ມຕົ້ນຂອງໄພພິບັດ. ກ່ອນອື່ນໝົດ, ເຮົາໄດ້ເຮັດໃຫ້ໂລກ ເຊິ່ງກໍຄືແຜ່ນດິນໂລກ ມີການປ່ຽນແປງ ແລະ ຫຼັງຈາກນັ້ນໂລກລະບາດ ແລະ ຄວາມອຶດຢາກກໍມາເຖິງ. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກສິ່ງຮັບໃຊ້ເຮົາເພື່ອເຮັດໃຫ້ແຜນການຄຸ້ມຄອງຂອງເຮົາສຳເລັດໄປ. ສະນັ້ນ, ໂລກຈັກກະວານທັງໝົດຈະຖືກທຳລາຍ ເຖິງແມ່ນວ່າຈະປາສະຈາກການແຊກແຊງໂດຍກົງຂອງເຮົາ. ເມື່ອເຮົາກາຍເປັນເນື້ອໜັງໃນຄັ້ງທຳອິດ ແລະ ຖືກຄຶງໃສ່ໄມ້ກາງແຂນ, ແຜ່ນດິນໂລກສັ່ນສະເທືອນຢ່າງແຮງ, ມັນຈະເປັນແບບດຽວກັນເມື່ອວາລະສຸດທ້າຍມາເຖິງ. ແຜນດິນໄຫວຈະເລີ່ມຕົ້ນຂຶ້ນທັນທີເມື່ອເຮົາເຂົ້າສູ່ໂລກຝ່າຍວິນຍານຈາກເນື້ອໜັງ. ສະນັ້ນ, ລູກຊາຍກົກຈະບໍ່ທົນທຸກຈາກໄພພິບັດຢ່າງແນ່ນອນ, ໃນຂະນະທີ່ບັນດາຜູ້ທີ່ບໍ່ແມ່ນລູກຊາຍກົກຈະຖືກປະໄວ້ໃຫ້ທົນທຸກຢູ່ທ່າມກາງໄພພິບັດ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ທຸກຄົນເຕັມໃຈທີ່ຈະເປັນລູກຊາຍກົກ. ໃນຄວາມສັງຫອນໃຈຂອງຜູ້ຄົນ, ນີ້ບໍ່ແມ່ນສຳລັບການຊື່ນຊົມພອນ, ແຕ່ເພື່ອໃຫ້ພົ້ນຈາກຄວາມທຸກທໍລະມານຈາກໄພພິບັດ. ນີ້ແມ່ນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ແນວໃດກໍຕາມ, ເຮົາຈະບໍ່ປ່ອຍໃຫ້ມັນໜີໄປ; ເຮົາຈະເຮັດໃຫ້ມັນທົນທຸກທໍລະມານຈາກການລົງໂທດຢ່າງຮຸນແຮງຂອງເຮົາ ແລະ ຫຼັງຈາກນັ້ນກໍລຸກຂຶ້ນ ແລະ ໃຫ້ບໍລິການແກ່ເຮົາ (ນີ້ໝາຍເຖິງການເຮັດໃຫ້ລູກຊາຍຂອງເຮົາ ແລະ ຄົນຂອງເຮົາສົມບູນແບບ), ເຮັດໃຫ້ມັນຖືກຫຼອກລວງໂດຍກົນອຸບາຍຂອງມັນເອງຕະຫຼອດໄປ, ຮັບການພິພາກສາຂອງເຮົາຕະຫຼອດໄປ ແລະ ຖືກເຮົາເຜົາໄໝ້ຕະຫຼອດໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການເຮັດໃຫ້ຜູ້ໃຫ້ບໍລິການສັນລະເສີນເຮົາ (ນັ້ນກໍຄື ການໃຊ້ພວກເຂົາເພື່ອເປີດເຜີຍພະລັງອັນຍິ່ງໃຫຍ່ຂອງເຮົາ). ເຮົາຈະບໍ່ອະນຸຍາດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ລັກເຂົ້າອານາຈັກຂອງເຮົາ ຫຼື ເຮົາຈະບໍ່ໃຫ້ສິດມັນເພື່ອສັນລະເສີນເຮົາ! (ຍ້ອນວ່າມັນບໍ່ຄູ່ຄວນ; ມັນຈະບໍ່ມີວັນຄູ່ຄວນ!) ເຮົາມີແຕ່ຈະເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ໃຫ້ການບໍລິການແກ່ເຮົາຕະຫຼອດໄປ! ເຮົາພຽງແຕ່ຈະປ່ອຍໃຫ້ມັນກົ້ມຂາບລົງຕໍ່ໜ້າເຮົາເທົ່ານັ້ນ. (ບັນດາຜູ້ທີ່ຖືກທຳລາຍຍັງດີກວ່າບັນດາຜູ້ທີ່ຢູ່ໃນນະຮົກ; ການທຳລາຍເປັນພຽງຮູບແບບຊົ່ວຄາວຂອງການລົງໂທດທີ່ຮຸນແຮງ, ໃນຂະນະທີ່ຄົນທີ່ຢູ່ໃນນະຮົກຈະທົນທຸກກັບການລົງໂທດທີ່ຮຸນແຮງຕະຫຼອດການ. ຍ້ອນເຫດຜົນນີ້, ເຮົາຈຶ່ງໃຊ້ຄຳວ່າ “ກົ້ມຂາບ”. ຍ້ອນວ່າຄົນເຫຼົ່ານີ້ລັກເຂົ້າເຮືອນຂອງເຮົາ ແລະ ຊື່ນຊົມພຣະຄຸນຂອງເຮົາຫຼາຍ, ມີຄວາມຮູ້ບາງຢ່າງກ່ຽວກັບເຮົາ, ເຮົາໃຊ້ການລົງໂທດທີ່ຮຸນແຮງ. ສ່ວນບັນດາຜູ້ທີ່ຢູ່ນອກເຮືອນຂອງເຮົາ, ພວກເຈົ້າສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄວາມຮູ້ຈະບໍ່ທົນທຸກ). ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາຄິດວ່າ ການທີ່ຜູ້ຄົນທີ່ຖືກທຳລາຍນັ້ນຮ້າຍແຮງກວ່າບັນດາຜູ້ທີ່ຢູ່ໃນນະຮົກ, ແຕ່ກົງກັນຂ້າມ, ຄົນທີ່ຢູ່ໃນນະຮົກຕ້ອງຖືກລົງໂທດຢ່າງໜັກຕະຫຼອດການ ແລະ ຜູ້ທີ່ຖືກທຳລາຍຈະກັບຄືນສູ່ຄວາມວ່າງເປົ່າຊົ່ວນິລັນດອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 108

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ