ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 219
13 ເດືອນກໍລະກົດ 2025
ດຽວນີ້ເຖິງເວລາແລ້ວທີ່ພຣະວິນຍານຂອງເຮົາຈະສໍາແດງໃນພາລະກິດທີ່ຍິ່ງໃຫຍ່ ແລະ ເຖິງເວລາແລ້ວທີ່ເຮົາຈະເລີ່ມພາລະກິດຂອງເຮົາຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງໄປກວ່ານັ້ນ, ມັນເຖິງເວລາແລ້ວທີ່ເຮົາຈະຈັດແບ່ງສິ່ງທີ່ສ້າງຂຶ້ນທັງໝົດໂດຍການຈັດແບ່ງເຂົ້າໃນປະເພດຂອງແຕ່ລະຄົນຕາມລຳດັບເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປໄດ້ໄວ ແລະ ມີປະສິດທິຜົນ. ສະນັ້ນ, ສິ່ງທີ່ເຮົາຮ້ອງຂໍຈາກພວກເຈົ້າຍັງແມ່ນການໃຫ້ເຈົ້າອຸທິດຕົນທັງໝົດຂອງພວກເຈົ້າເພື່ອພາລະກິດຂອງເຮົາຄືເກົ່າ ແລະ ນອກຈາກນັ້ນ ເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງ ແລະ ດຳເນີນວຽກງານທັງໝົດທີ່ເຮົາໄດ້ເຮັດໃນຕົວພວກເຈົ້າ ແລະ ໃຊ້ທຸກເຫື່ອແຮງຂອງເຈົ້າເຂົ້າໃນພາລະກິດຂອງເຮົາເພື່ອໃຫ້ມັນມີປະສິດທິຜົນເພີ່ມຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຢຸດຕໍ່ສູ້ກັນເອງລະຫວ່າງພວກເຈົ້າທັງຫຼາຍ, ຢຸດຊອກທາງໜີ ຫຼື ຊອກຫາຄວາມສະບາຍທາງຮ່າງກາຍ ເຊິ່ງຈະເຮັດໃຫ້ພາລະກິດຂອງເຮົາຊັກຊ້າ ແລະ ທຳລາຍອະນາຄົດອັນສວຍງາມຂອງເຈົ້າ. ແທນທີ່ຈະສາມາດໃຫ້ການປົກປ້ອງແກ່ເຈົ້າ ການເຮັດແບບນັ້ນຈະເປັນການທຳລາຍຕົວເຈົ້າອີກຊໍ້າ. ນັ້ນຈະເປັນຄວາມໂງ່ຈ້າຂອງເຈົ້າເອງແມ່ນບໍ? ສິ່ງທີ່ເຈົ້າກຳລັງມີຄວາມສຸກຢ່າງໂລພາໃນທຸກມື້ນີ້ແມ່ນສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ ແລະ ຄວາມເຈັບປວດທີ່ພວກເຈົ້າປະສົບໃນມື້ນີ້ກໍແມ່ນສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮູ້ຈັກສິ່ງເຫຼົ່ານີ້ຢ່າງຈະແຈ້ງເພື່ອຫຼີກເວັ້ນຈາກການເປັນເຍື່ອຄວາມຫຼອກລວງທີ່ເຮັດໃຫ້ເຈົ້າລອດພົ້ນໄດ້ຍາກ ແລະ ຫຼີກເວັ້ນການຫຼົງທາງໄປສູ່ໝອກໜາ ແລະ ບໍ່ສາມາດຄົ້ນຫາແສງຕາເວັນ. ເມື່ອໝອກໜາແຈ້ງສະຫວ່າງ, ເຈົ້າກໍຈະເຫັນຕົວເຈົ້າເອງທ່າມກາງຄຳພິພາກສາຂອງມື້ທີ່ຍິ່ງໃຫຍ່ນັ້ນ. ເມື່ອເຖິງເວລານັ້ນ, ມື້ຂອງເຮົາແມ່ນຈະໃກ້ເຂົ້າຮອດມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກຄຳພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນກັບຄວາມຮ້ອນທີ່ເຜົາໄໝ້ຈາກດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ເຊິ່ງບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດກໍ່ຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດກໍ່ຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປາກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ເຖິງແມ່ນວ່າ ເຂົາຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ເຂົາກໍຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປາກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປາກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປາກົດຕົວຂອງພຣະວິນຍານຂອງເຮົາ. ດ້ວຍວິທີນີ້[ກ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ