ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 218

13 ເດືອນກໍລະກົດ 2025

ສະເພາະໃນມື້ສຸດທ້າຍເທົ່ານັ້ນທີ່ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີເປີດເຜີຍຕໍ່ກັບມະນຸດທັງໝົດ. ດຽວນີ້ເຮົາໄດ້ເປີດເຜີຍຄວາມລຶກລັບຢ່າງຄົບຖ້ວນກ່ຽວກັບການດຳເນີນພາລະກິດຂອງເຮົາຕໍ່ກັບມະນຸດ ແລະ ມະນຸດໄດ້ຮຽນຮູ້ຈຸດປະສົງຂອງພາລະກິດຂອງເຮົາ ແລະ ຍິ່ງກວ່ານັ້ນຍັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມລຶກລັບທັງໝົດຂອງເຮົາອີກ. ເຮົາໄດ້ບອກມະນຸດທຸກຢ່າງໄປໝົດແລ້ວກ່ຽວກັບຈຸດໝາຍປາຍທາງທີ່ມະນຸດວິຕົກກັງວົນຢູ່. ເຮົາໄດ້ເປີດເຜີຍຕໍ່ກັບມະນຸດຄວາມລຶກລັບຂອງເຮົາທັງໝົດທີ່ໄດ້ປິດບັງມາເປັນເວລາຫຼາຍກວ່າ 5.900 ປີ. ແລ້ວພຣະເຢໂຮວາແມ່ນໃຜ? ພຣະເມຊີອາແມ່ນໃຜ? ພຣະເຢຊູແມ່ນໃຜ? ພວກເຈົ້າຄວນຮູ້ທັງໝົດນີ້. ພາລະກິດຂອງເຮົາຈະດຳເນີນຕໍ່ໃນຊື່ເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ຄວນເອີ້ນຊື່ອັນບໍລິສຸດຂອງເຮົາແນວໃດ? ຄວນເຜີຍແຜ່ຊື່ຂອງເຮົາແນວໃດຕໍ່ກັບບັນດາຊາດທີ່ເອີ້ນເຮົາຕາມຊື່ແຕ່ລະຊື່ຂອງເຮົາ? ພາລະກິດຂອງເຮົາກຳລັງແຜ່ຂະຫຍາຍອອກໄປ ແລະ ເຮົາຈະເຜີຍແຜ່ຄວາມສົມບູນຂອງມັນໄປສູ່ທຸກຊາດ. ເພາະວ່າພາລະກິດຂອງເຮົາໄດ້ດຳເນີນຢູ່ໃນຕົວພວກເຈົ້າຢູ່ແລ້ວ, ເຮົາຈະລົງໂທດພວກເຈົ້າຄືກັນກັບທີ່ພຣະເຢໂຮວາລົງໂທດຜູ້ຄົນລ້ຽງແກະຂອງເຮືອນເດວິດໃນອິດສະຣາເອນ ເຊິ່ງເຮັດໃຫ້ເຈົ້າກະຈັດກະຈາຍໄປໃນທົ່ວທຸກຊາດ. ສຳລັບໃນຍຸກສຸດທ້າຍນີ້, ເຮົາຈະທໍາລາຍທຸກຊາດໃຫ້ກາຍເປັນຊີ້ນສ່ວນນ້ອຍໆ ແລະ ເຮັດໃຫ້ຄົນຂອງພວກເຂົາແຕກກະຈັດກະຈາຍອີກຄັ້ງໃໝ່. ເມື່ອເຮົາກັບມາອີກຄັ້ງ, ຊາດຕ່າງໆກໍຈະໄດ້ຖືກແບ່ງແຍກອອກຕາມເຂດແດນທີ່ກຳນົດໂດຍແປວໄຟເຜົາໄໝ້ຂອງເຮົາ. ໃນເວລານັ້ນ, ເຮົາຈະສະແດງຕົນເອງຕໍ່ກັບມະນຸດອີກຄັ້ງເປັນແສງແດດທີ່ເຜົາໄໝ້, ສະແດງຕົວເຮົາເອງຢ່າງເປີດເຜີຍຕໍ່ກັບພວກເຂົາໃນຮູບຮ່າງຂອງພຣະຜູ້ບໍລິສຸດທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ ໂດຍຍ່າງໃນທ່າມກາງເຊື້ອຊາດທີ່ຫຼາກຫຼາຍ. ຄືກັນກັບເຮົາ, ພຣະເຢໂຮວາກໍ່ເຄີຍຍ່າງຄຽງຂ້າງຊົນເຜົ່າຊາວຢິວມາກ່ອນ. ຕໍ່ນີ້ໄປ, ເຮົາຈະນຳພາມະນຸດໃນການດຳເນີນຊີວິດຂອງພວກເຂົາຢູ່ໃນໂລກ. ທີ່ນັ້ນພວກເຂົາຈະເຫັນລັດສະໝີພາບຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຈະເຫັນເສົາເມກໃນອາກາດທີ່ນຳພາພວກເຂົາໄປສູ່ຊີວິດຂອງພວກເຂົາ. ສໍາລັບເຮົາໆຈະປາກົດຕົວໃນສະຖານທີ່ສັກສິດ. ມະນຸດຈະເຫັນເຖິງວັນແຫ່ງຄວາມຍຸຕິທຳຂອງເຮົາ ແລະ ພ້ອມດ້ວຍການສະແດງປະຈັກລັດສະໝີພາບຂອງເຮົາທີ່ຈະເກີດຂຶ້ນເມື່ອເຮົາປົກຄອງໂລກທັງໝົດ ແລະ ນຳເອົາພຣະບຸດທັງຫຼາຍຂອງເຮົາໄປສູ່ລັດສະໝີພາບ. ຢູ່ທຸກບ່ອນໃນໂລກ ມະນຸດຈະກົ້ມຫົວຄຳນັບ ແລະ ສະຖານທີ່ບູຊາຂອງເຮົາຈະຖືກສ້າງຂຶ້ນໃນທ່າມກາງມະນຸດ. ຈາກຜົນຂອງວຽກງານທີ່ເຮົາກຳລັງດຳເນີນໃນທຸກມື້ນີ້, ມະນຸດກໍຈະຮັບໃຊ້ເຮົາໃນພຣະວິຫານ. ແທ່ນບູຊາທີ່ປົກດ້ວຍສິ່ງສົກກະປົກ ແລະ ໜ້າລັງກຽດ, ເຮົາກໍຈະທຳລາຍໃຫ້ແຕກເປັນຫຼາຍຊິ້ນສ່ວນ ແລ້ວສ້າງອັນໃໝ່. ລູກແກະ ແລະ ລູກງົວຈະຖືກກອງໄວ້ເທິງແທ່ນບູຊາ. ເຮົາຈະທຳລາຍພຣະວິຫານໃນທຸກມື້ນີ້ ແລ້ວສ້າງພຣະວິຫານໃໝ່. ພຣະວິຫານໃນທຸກມື້ນີ້ເຊິ່ງເຕັມໄປດ້ວຍມະນຸດທີ່ໜ້າລັງກຽດຈະຖືກທໍາລາຍລົງ ແລະ ພຣະວິຫານທີ່ເຮົາສ້າງຂຶ້ນຈະເຕັມໄປດ້ວຍຜູ້ຮັບໃຊ້ທີ່ຈົງຮັກພັກດີຕໍ່ເຮົາ. ພວກເຂົາຈະຢືນຂຶ້ນອີກຄັ້ງ ແລະ ຮັບໃຊ້ເຮົາເພື່ອປະໂຫຍດແຫ່ງຄວາມລັດສະໝີພາບຂອງພຣະວິຫານຂອງເຮົາ. ພວກເຈົ້າຈະເຫັນມື້ນັ້ນທີ່ເຮົາຈະໄດ້ຮັບຄວາມລັດສະໝີພາບທີ່ຍິ່ງໃຫຍ່ຢ່າງແນ່ນອນ, ແລະ ເຈົ້າຈະເຫັນມື້ທີ່ເຮົາທຳລາຍພຣະວິຫານ ແລະ ສ້າງພຣະວິຫານໃໝ່ຢ່າງແນ່ນອນ. ພ້ອມນັ້ນພວກເຈົ້າຈະເຫັນມື້ທີ່ສະຖານທີ່ບູຊາຂອງເຮົາປາກົດຕົວໃນໂລກຂອງມະນຸດຢ່າງແນ່ນອນ. ເມື່ອເຮົາທຳລາຍພຣະວິຫານ, ເຮົາຈະນຳເອົາແທ່ນບູຊາມາສູ່ໂລກມະນຸດ ດັ່ງທີ່ພວກເຂົາເຫັນການລົງມາຂອງເຮົາ. ຫຼັງຈາກທີ່ເຮົາໄດ້ທໍາລາຍທຸກຊາດແລ້ວ, ເຮົາຈະເຕົ້າໂຮມພວກເຂົາຂຶ້ນມາໃໝ່, ຈາກນັ້ນກໍຈະສ້າງພຣະວິຫານຂອງເຮົາ ແລະ ສ້າງແທ່ນບູຊາຂອງເຮົາເພື່ອໃຫ້ທຸກຄົນສາມາດບູຊາເຮົາ, ຮັບໃຊ້ເຮົາໃນພຣະວິຫານຂອງເຮົາ ແລະ ອຸທິດຕົນຢ່າງຊື່ສັດຕໍ່ກັບພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ພວກເຂົາຈະເປັນຄືກັບຊາວຢິວໃນທຸກມື້ນີ້, ແຕ່ງຕົວໃນດ້ວຍຊຸດເສື້ອຄຸມຍາວ ແລະ ມົງກຸດ, ພ້ອມດ້ວຍຄວາມລັດສະໝີພາບຂອງເຮົາ ພຣະເຢໂຮວາໃນທ່າມກາງພວກເຂົາ ແລະ ຄວາມເດຊານຸພາບຂອງເຮົາຈະປົກຄຸມທົ່ວພວກເຂົາ ແລະ ຄົງຢູ່ກັບພວກເຂົາ. ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຈະຖືກດຳເນີນໃນແບບດຽວກັນ. ເໝືອນດັ່ງພາລະກິດຂອງເຮົາໃນອິດສະຣາເອນ, ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວກໍຈະເປັນແບບດຽວກັນນັ້ນ, ເພາະວ່າເຮົາຈະຂະຫຍາຍພາລະກິດຂອງເຮົາໃນອິດສະຣາເອນ ແລະ ເຜີຍແຜ່ໄປສູ່ບັນດາຊາດທີ່ບໍ່ແມ່ນຊາວຢິວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ