ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 217

10 ເດືອນກໍລະກົດ 2025

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ພາລະກິດທີ່ເຮົາປາຖະໜາທີ່ຈະໄດ້ຮັບສູງສຸດ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້. ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້, ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ຖ້າຜູ້ຄົນຕິດຕາມເຮົາ, ພວກເຂົາຄວນຮູ້ເຈດຕະນາຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ ເຮົາຍັງດຳເນີນພາລະກິດຂອງເຮົາຢູ່. ເຖິງແມ່ນວ່າພາລະກິດຂອງເຮົາຈະມີຫຼາຍໂຄງການກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ຍົກຕົວຢ່າງ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພຣະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພີ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນຈົມເລິກໄປກັບຄວາມສິ້ນຫວັງ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ເຮົາສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ມະນຸດກໍບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້ ແລະ ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ພວກເຂົາກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນມື້ອື່ນ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ແຜ່ກະຈາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດິນແດນອິດສະຣາເອນ. ທັງໝົດນີ້ຈະຖືກເຮັດເພື່ອແຜ່ກະຈາຍຄຳສອນຂອງເຮົາໄປທົ່ວໂລກ ເພື່ອວ່າພາລະກິດຂອງເຮົາອາດຂະຫຍາຍໄປເຖິງຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາຍິ່ງໃຫຍ່ໃນທ່າມກາງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຜົ່າ. ເພື່ອວ່າໃນຍຸກສຸດທ້າຍນີ້, ຊື່ສຽງຂອງເຮົາຈະຍິ່ງໃຫຍ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າ ອົງຊົງລິດທານຸພາບສູງສຸດ ອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວລວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າ ເຮົາແມ່ນພຣະເຈົ້າແຫ່ງການເນລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ