ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 216

18 ກຸມພາ 2026

ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ສິ່ງມີຊີວິດທຸກຊະນິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.

ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ... ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືມັນເປັນເລື່ອງທຳມະດາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງພາກພູມໃຈວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ, ສະຫງ່າລາສີຂອງພຣະເຈົ້າຈຶ່ງໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ...

ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງອອກຈາກບ່ອນໜຶ່ງຢ່າງງຽບໆຢູ່ສະເໝີ ແລະ ດໍາເນີນພາລະກິດໃໝ່ທີ່ພຣະອົງເລີ່ມຕົ້ນຢູ່ບ່ອນອື່ນຢ່າງງຽບໆ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະເຊີດຊູສິ່ງເກົ່າ ແລະ ຖືວ່າສິ່ງໃໝ່, ບໍ່ຄຸ້ນເຄີຍນັ້ນເປັນສັດຕູ ຫຼື ເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ລຳຄານ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃໝ່ຫຍັງກໍຕາມ ຈາກຕົ້ນຈົນຈົບແລ້ວ ມະນຸດຈະເປັນຄົນສຸດທ້າຍທີ່ຢູ່ທ່າມກາງສິ່ງທັງປວງ ທີ່ຈະຮູ້ຈັກເຖິງສິ່ງນັ້ນ.

ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ມຕົ້ນພາລະກິດໃໝ່ຂອງຂັ້ນຕອນທີສອງຂອງພຣະອົງ: ການສະຖິດໃນເນື້ອໜັງ ນັ້ນກໍຄື ການບັງເກີດເປັນມະນຸດເປັນເວລາສິບ ຊາວປີ ແລະ ການກ່າວ ແລະ ການປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ທີ່ເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜຮູ້ຈັກມັນ, ແລະ ມີພຽງຄົນຈໍານວນໜ້ອຍທີ່ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຖືກຄຶງທີ່ໄມ້ກາງແຂນ ແລະ ຟື້ນຄືນຊີບ... ທັນທີທີ່ຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດລົງ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການທວງຄືນມະນຸດຈາກຄວາມຜິດບາບ (ເຊິ່ງໝາຍຄວາມວ່າ ການທວງຄືນມະນຸດຈາກມືຂອງຊາຕານ) ແມ່ນໄດ້ສໍາເລັດລົງແລ້ວ. ແລ້ວດ້ວຍເຫດນັ້ນ, ນັບແຕ່ຊ່ວງເວລານັ້ນເປັນຕົ້ນມາ, ມະນຸດຊາດພຽງແຕ່ຕ້ອງຍອມຮັບເອົາອົງພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນເທົ່ານັ້ນ ແລະ ຄວາມຜິດບາບຂອງເຂົາກໍຈະໄດ້ຮັບການອະໄພ. ເວົ້າໃນນາມແລ້ວ, ຄວາມຜິດບາບຂອງມະນຸດບໍ່ໄດ້ເປັນອຸປະສັກໃນການທີ່ເຂົາບັນລຸຄວາມລອດພົ້ນຂອງເຂົາ ແລະ ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ເພື່ອກ່າວໂທດມະນຸດອີກຕໍ່ໄປ. ນັ້ນກໍຍ້ອນພຣະເຈົ້າເອງໄດ້ປະຕິບັດພາລະກິດທີ່ແທ້ຈິງ, ໄດ້ກາຍມາເປັນຄວາມຄ້າຍຄື ແລະ ການຊີມລົດຊາດລ່ວງໜ້າຂອງເນື້ອໜັງທີ່ມີບາບ ແລະ ພຣະເຈົ້າເອງກໍເປັນເຄື່ອງຖວາຍແທນຄວາມຜິດບາບ. ໃນລັກສະນະນີ້, ມະນຸດໄດ້ລົງມາຈາກໄມ້ກາງແຂນ ແລະ ຖືກໄຖ່ ແລະ ຖືກຊ່ວຍໃຫ້ລອດພົ້ນຜ່ານທາງເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ຄວາມຄ້າຍຄືເນື້ອໜັງທີ່ຜິດບາບ. ແລ້ວສະນັ້ນ, ຫຼັງຈາກຖືກຊາຕານຈັບໄປເປັນຊະເລີຍ, ມະນຸດຈຶ່ງເຂົ້າໃກ້ອີກບາດກ້າວໜຶ່ງໃນການຍອມຮັບເອົາຄວາມລອດພົ້ນຂອງພຣະອົງຢູ່ຕໍ່ໜ້າພຣະເຈົ້າ. ແນ່ນອນ ຂັ້ນຕອນນີ້ຂອງພາລະກິດເລິກເຊິ່ງ ແລະ ມີການພັດທະນາຫຼາຍກວ່າການຄຸ້ມຄອງຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ.

ການຄຸ້ມຄອງຂອງພຣະເຈົ້າກໍຄື: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ພຣະເຈົ້າທວງຄືນມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍກວ່າສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລື່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຮັບຮູ້ໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນແມ່ນມະນຸດຊາດທີ່ຄືກັບອາດາມ ແລະ ເອວາທີ່ບໍ່ເຄີຍໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກຄວາມແຕກຕ່າງລະຫວ່າງສິ່ງທີ່ຂີ້ຮ້າຍ ແລະ ສິ່ງທີ່ບໍລິສຸດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ຮັບໃຊ້ຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກຳລັງທວງຄືນມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

ແລ້ວຫຼັງຈາກນັ້ນຍຸກແຫ່ງລາຊະອານາຈັກກໍມາເຖິງ ເຊິ່ງເປັນຂັ້ນຕອນທີ່ເປັນຈິງຫຼາຍຂຶ້ນຂອງພາລະກິດ ແລະ ເປັນຂັ້ນຕອນທີ່ມະນຸດຍອມຮັບໄດ້ຍາກທີ່ສຸດ. ນັ້ນກໍຍ້ອນຈາກວ່າ ຍິ່ງມະນຸດຄົນນັ້ນມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ເທົ້າຂອງພຣະເຈົ້າກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໃບໜ້າຂອງພຣະເຈົ້າກໍຖືກເປີດເຜີຍຢ່າງຊັດເຈນຕໍ່ມະນຸດຫຼາຍສໍ່ານັ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່າຕອນນີ້ຄືເວລາສຳລັບຄວາມເພີດເພີນ ແຕ່ເຂົາກໍຕ້ອງຕົກຢູ່ພາຍໃຕ້ການໂຈມຕີໃນແນວໜ້າຢ່າງສາຫັດໂດຍພຣະເຈົ້າ ເຊິ່ງເປັນການໂຈມຕີທີ່ບໍ່ມີຜູ້ໃດເຄີຍຄາດຄິດມາກ່ອນ: ແຕ່ມັນກາຍເປັນວ່າ ນີ້ຄືການຮັບບັບຕິດສະມາທີ່ປະຊາຊົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ”. ພາຍໃຕ້ການປະຕິບັດດັ່ງກ່າວ, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: “ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າໄດ້ເສຍສະຫຼະຫຼາຍຢ່າງເພື່ອຊື້ກັບຄືນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ມັນເປັນວິທີທີ່ພຣະເຈົ້າຫົວຂວັນຂ້ານ້ອຍ ແລະ ເປີດເຜີຍຂ້ານ້ອຍບໍ? ...” ຫຼັງຈາກມີປະສົບການເປັນເວລາຫຼາຍປີ, ໂດຍຜ່ານຄວາມລຳບາກຂອງການຫຼໍ່ຫຼອມ ແລະ ການຂ້ຽນຕີ, ມະນຸດໄດ້ເປັນຄົນທີ່ຜ່ານຮ້ອນຜ່ານໜາວ. ເຖິງແມ່ນວ່າມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ພາບລວງຕາໃນອຸດົມຄະຕິ” ໃນເວລາທີ່ຜ່ານໄປ, ເຂົາກໍໄດ້ມາເຂົ້າໃຈຫຼັກການແຫ່ງຄວາມປະພຶດຂອງມະນຸດໂດຍບໍ່ຮູ້ຕົວ ແລະ ເຈດຕະນາທີ່ພຽນພະຍາຍາມທີ່ພຣະເຈົ້າມີໃນການຊ່ວຍມະນຸດຊາດໃຫ້ລອດພົ້ນເປັນເວລາຫຼາຍປີ. ມະນຸດເລີ່ມກຽດຊັງຄວາມໂຫດຮ້າຍຂອງເຂົາເອງຢ່າງຊ້າໆ, ຄວາມຍາກໃນການເຮັດໃຫ້ເຂົາອ່ອນນ້ອມ, ຄວາມເຂົ້າໃຈຜິດທັງໝົດທີ່ມີກ່ຽວກັບພຣະເຈົ້າ ແລະ ການຮຽກຮ້ອງທີ່ຫຼາຍເກີນໄປທີ່ເຂົາມີຕໍ່ພຣະອົງ. ໂມງບໍ່ສາມາດຫວນຄືນໄດ້. ເຫດການທີ່ຜ່ານໄປກາຍເປັນຄວາມຊົງຈໍາທີ່ມະນຸດສໍານຶກຜິດ ແລະ ພຣະທໍາ ແລະ ຄວາມຮັກທີ່ອ່ອນໂຍນຂອງພຣະເຈົ້າກາຍເປັນພະລັງຂັບເຄື່ອນໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຮັກສາໃຫ້ດີຂຶ້ນໃນແຕ່ລະມື້, ຮ່າງກາຍຂອງເຂົາແຂງແຮງຂຶ້ນ ແລະ ເຂົາລຸກຢືນຂຶ້ນ ແລະ ເຫັນໃບໜ້າຂອງອົງຊົງລິດທານຸພາບສູງສຸດ... ປະກົດວ່າພຣະອົງຢູ່ຄຽງຂ້າງຂ້ານ້ອຍຕະຫຼອດ ໂດຍທີ່ເຝົ້າເບິ່ງຂ້ານ້ອຍ. ຮອຍຍິ້ມຂອງພຣະອົງ ແລະ ໃບໜ້າທີ່ສວຍງາມຂອງພຣະອົງຍັງຄົງກະຕຸ້ນຄວາມຮູ້ສຶກອັນແຮງກ້າ, ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດຊາດທີ່ພຣະອົງສ້າງ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືທີ່ເປັນໃນຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ເວລາແຫ່ງສວນເອເດັນອີກຄັ້ງ ແຕ່ໃນປັດຈຸບັນມະນຸດບໍ່ຟັງການລໍ້ລວງຂອງງູອີກຕໍ່ໄປ ແລະ ບໍ່ລີ້ຈາກໃບໜ້າຂອງພຣະເຢໂຮວາອີກຕໍ່ໄປ. ມະນຸດຄຸເຂົ່າລົງເພື່ອນະມັດສະການຢູ່ຕໍ່ໜ້າພຣະເຈົ້າ, ຫັນໜ້າເຂົ້າຫາໃບໜ້າອັນຍິ້ມແຍ້ມຂອງພຣະເຈົ້າ ແລະ ຖວາຍການເສຍສະຫຼະທີ່ມີຄຸນຄ່າທີ່ສຸດຂອງເຂົາ, ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!

ຄວາມຮັກ ແລະ ຄວາມກະລຸນາຂອງພຣະເຈົ້າຊືມຜ່ານທຸກລາຍລະອຽດໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ ຫຼື ບໍ່, ພຣະອົງປະຕິບັດພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງດ້ວຍຄວາມພະຍາຍາມໂດຍບໍ່ຢຸດ. ບໍ່ວ່າຜູ້ຄົນຈະເຂົ້າໃຈກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດທີ່ພາລະກິດຂອງພຣະເຈົ້າໄດ້ນໍາມາສູ່ມະນຸດ ແມ່ນທຸກຄົນສາມາດຮັບຮູ້ໄດ້. ບາງທີ, ໃນມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກ ແລະ ການມອບຊີວິດຈາກພຣະເຈົ້າ, ແຕ່ຕາບໃດທີ່ເຈົ້າບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະສະແຫວງຫາຄວາມຈິງ, ມັນກໍຈະມີມື້ທີ່ໃບໜ້າທີ່ຍິ້ມແຍ້ມຂອງພຣະເຈົ້າຈະປະກົດຕໍ່ເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອທວງຄືນຜູ້ຄົນທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຕໍ່ຕ້ານພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ