ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 198

09 ເດືອນກັນຍາ 2025

ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນຜູ້ທີ່ຖືກພຣະເຈົ້າເລືອກໃນປະເທດຈີນ ເພື່ອເປີດເຜີຍອຸປະນິໄສກະບົດທັງໝົດຂອງເຂົາ ແລະ ຖອດໜ້າກາກແຫ່ງຄວາມຂີ້ຮ້າຍທັງໝົດຂອງພວກເຂົາ ແລະ ສິ່ງນີ້ໄດ້ໃຫ້ບໍລິບົດເພື່ອເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ. ຫຼັງຈາກນັ້ນ ເມື່ອເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ, ເຮົາຈະໃຊ້ການທີ່ເຮົາພິພາກສາພວກເຈົ້າເພື່ອພິພາກສາຄວາມບໍ່ຊອບທຳຂອງທຸກຄົນໃນຈັກກະວານທັງປວງ ຍ້ອນພວກເຈົ້າທຸກຄົນເປັນຕົວແທນແຫ່ງຄວາມກະບົດທ່າມກາງມະນຸດຊາດ. ຄົນທີ່ບໍ່ສາມາດກ້າວຜ່ານໄປໄດ້ແມ່ນຈະກາຍເປັນຄົນຂັດຂວາງ ແລະ ເຄື່ອງມືຮັບໃຊ້ເທົ່ານັ້ນ, ໃນຂະນະທີ່ຄົນທີ່ສາມາດກ້າວຜ່ານໄດ້ຈະຖືກນໍາໃຊ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ບໍ່ສາມາດກ້າວຜ່ານແມ່ນຈະເຮັດໜ້າທີ່ເປັນຜູ້ຂັດຂວາງເທົ່ານັ້ນ? ມັນເປັນເພາະພຣະທຳ ແລະ ພາລະກິດໃນປັດຈຸບັນຂອງເຮົາລ້ວນແລ້ວແຕ່ແນໃສ່ເບື້ອງຫຼັງຂອງພວກເຈົ້າ ແລະ ຍ້ອນພວກເຈົ້າໄດ້ກາຍມາເປັນຕົວແທນ ແລະ ຕົວຢ່າງແຫ່ງຄວາມກະບົດທ່າມກາງມະນຸດຊາດທັງປວງ. ຕໍ່ມາ, ເຮົາຈະນໍາພຣະທຳເຫຼົ່ານີ້ທີ່ເອົາຊະນະພວກເຈົ້າໄປຕ່າງປະເທດ ແລະ ໃຊ້ພຣະທຳເຫຼົ່ານັ້ນເພື່ອເອົາຊະນະຜູ້ຄົນໃນທີ່ນັ້ນ, ແຕ່ເຈົ້າຈະບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ. ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າກາຍເປັນຜູ້ຂັດຂວາງບໍ? ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທັງປວງ, ການກະທຳທີ່ກະບົດຂອງມະນຸດ ແລະ ພາບ ແລະ ໃບໜ້າທີ່ຂີ້ຮ້າຍຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກບັນທຶກໃນພຣະທຳໃນປັດຈຸບັນທີ່ໃຊ້ເພື່ອເອົາຊະນະພວກເຈົ້າ. ແລ້ວເຮົາຈະໃຊ້ພຣະທຳເຫຼົ່ານີ້ເພື່ອເອົາຊະນະຜູ້ຄົນໃນທຸກຊົນຊາດ ແລະ ທຸກນິກາຍ, ເພາະພວກເຈົ້າຄືຕົ້ນແບບ ແລະ ເປັນຕົວຢ່າງຜ່ານມາ. ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວໂດຍມີເຈດຕະນາທີ່ຈະປະຖິ້ມພວກເຈົ້າ; ຖ້າພວກເຈົ້າບໍ່ສາມາດປະຕິບັດຢ່າງດີໃນການສະແຫວງຫາຂອງພວກເຈົ້າ ແລະ ດ້ວຍເຫດນັ້ນ ພວກເຈົ້າກໍໄດ້ພິສູດວ່າຕົນເອງປົວບໍ່ໄດ້, ພວກເຈົ້າຈະບໍ່ເປັນພຽງເຄື່ອງມືຮັບໃຊ້ ແລະ ຄົນຂັດຂວາງເທົ່ານັ້ນບໍ? ເຮົາເຄີຍເວົ້າວ່າສະຕິປັນຍາຂອງເຮົາແມ່ນຖືກນໍາໃຊ້ໂດຍອີງຕາມກົນອຸບາຍຂອງຊາຕານ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ນັ້ນບໍ່ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງສິ່ງທີ່ເຮົາກຳລັງເວົ້າ ແລະ ເຮັດໃນຕອນນີ້ບໍ? ຖ້າເຈົ້າບໍ່ສາມາດກ້າວຜ່ານໄປໄດ້, ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ ແຕ່ກົງກັນຂ້າມຖືກລົງໂທດ, ເຈົ້າຈະບໍ່ກາຍເປັນຄົນຂັດຂວາງບໍ? ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ຄົນທີ່ມີຄ່າໜ້ອຍກວ່າໜຶ່ງກີບ ແລະ ຄົນທີ່ບໍ່ມີຊີວິດຈະເປັນປະໂຫຍດຫຍັງສຳລັບພາລະກິດແຫ່ງການເອົາຊະນະ? ເມື່ອເວລານັ້ນມາເຖິງ, ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ; ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຮົາກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ, ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ, ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ ແລະ ເລີ່ມເຊື່ອໃນຕອນນັ້ນ? ເຮົາກຳລັງໃຫ້ໂອກາດເຈົ້າກັບໃຈໃນມື້ນີ້, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດແບບນັ້ນ. ເຈົ້າຕ້ອງການລໍຖ້າອີກດົນປານໃດ? ຈົນເຖິງມື້ແຫ່ງການຂ້ຽນຕີບໍ? ໃນປັດຈຸບັນ ເຮົາບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ; ເຮົາໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ, ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ ແຕ່ເບິ່ງພຽງດ້ານບວກຂອງເຈົ້າ, ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງເຮົາທີ່ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ ແລະ ເຮົາບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່; ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ. ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ