ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 194
04 ເດືອນມັງກອນ 2026
ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ ປະສົບການໃນການຮູ້ຈັກພຣະເຈົ້າເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນການປ່ຽນແປງອຸປະນິໄສຂອງພວກເຂົາ. ເນື່ອງຈາກມະນຸດບໍ່ມີຄວາມຮູ້ຢ່າງສິ້ນເຊີງກ່ຽວກັບປະຫວັດສາດ ແລະ ວັດທະນະທໍາບູຮານຂອງເຊື້ອຊາດຕົນເອງ ດ້ວຍເຫດນັ້ນ ພວກເຂົາຈິ່ງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຫວັງຢ່າງເລິກໆໃນໃຈວ່າ ມະນຸດຈະສາມາດຕິດພັນກັບພຣະເຈົ້າ ແຕ່ເນື່ອງຈາກວ່າເນື້ອໜັງຂອງມະນຸດເສື່ອມຊາມຫຼາຍເກີນໄປ ພ້ອມກັບການຕາຍດ້ານ ແລະ ຄວາມໂງ່ຈ້າ, ສິ່ງນີ້ຈິ່ງເຮັດໃຫ້ເຂົາບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ. ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການລິຮານ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້. ປ່ຽນວິທີທີ່ແຕ່ລະຄົນມີປະສົບການ ເພື່ອວ່າ ເຈດຕະນາອັນຮີບດ່ວນນີ້ຂອງພຣະເຈົ້າອາດຈະເກີດໝາກຜົນໂດຍໄວ ແລະ ເພື່ອວ່າ ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງເທິງແຜ່ນດິນໂລກອາດຈະນໍາໄປສູ່ຄວາມສໍາເລັດຢ່າງສົມບູນ. ຈົ່ງມອບຄວາມຈົງຮັກພັກດີທີ່ເຈົ້າສົມຄວນມອບໃຫ້ກັບພຣະເຈົ້າ ແລະ ຈົ່ງປອບໃຈພຣະເຈົ້າເປັນເທື່ອສຸດທ້າຍ. ຫວັງວ່າໃນທ່າມກາງອ້າຍເອື້ອຍນ້ອງ ຈະບໍ່ມີຜູ້ໃດໜີຄວາມຮັບຜິດຊອບນີ້ ຫຼື ພຽງແຕ່ເຮັດພໍເປັນພິທີ. ພຣະເຈົ້າສະເດັດມາໃນເນື້ອໜັງໃນຄັ້ງນີ້ແມ່ນເພື່ອສະໜອງຕໍ່ຄໍາເຊື້ອເຊີນ ແລະ ຍ້ອນສະພາບຂອງມະນຸດ. ນັ້ນກໍຄື ພຣະອົງສະເດັດມາ ເພື່ອສະໜອງໃຫ້ແກ່ມະນຸດດ້ວຍສິ່ງທີ່ມະນຸດຕ້ອງການ. ບໍ່ວ່າມະນຸດຈະມີຄວາມສາມາດ ຫຼື ໄດ້ຮັບການລ້ຽງດູມາແບບໃດກໍຕາມ ສຸດທ້າຍ ພຣະອົງຈະເຮັດໃຫ້ເຂົາສາມາດເຫັນພຣະທໍາຂອງພຣະເຈົ້າ, ຜ່ານພຣະທໍາຂອງພຣະອົງ ຈະເຮັດໃຫ້ເຫັນການມີຢູ່ ແລະ ການສະແດງອອກຂອງພຣະເຈົ້າ ແລະ ຍອມຮັບເອົາການທີ່ພຣະເຈົ້າເຮັດໃຫ້ເຂົາສົມບູນ, ປ່ຽນແປງຄວາມຄິດ ແລະ ແນວຄວາມຄິດຂອງມະນຸດ ເພື່ອວ່າ ໃບໜ້າດັ່ງເດີມຂອງພຣະເຈົ້າຈະຖືກຝັງເລິກລົງໃນຫົວໃຈຂອງມະນຸດຢ່າງໝັ້ນຄົງ. ນີ້ແມ່ນຄວາມປາດຖະໜາພຽງຢ່າງດຽວຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ບໍ່ວ່າທໍາມະຊາດຂອງມະນຸດຈະຍິ່ງໃຫຍ່, ທາດແທ້ຂອງມະນຸດຈະຕໍ່າຕ້ອຍ ຫຼື ຄວາມປະພຶດຂອງມະນຸດໃນອະດີດຈະເປັນແນວໃດກໍຕາມ, ພຣະເຈົ້າກໍບໍ່ສົນໃຈສິ່ງເຫຼົ່ານີ້. ພຣະອົງຫວັງພຽງແຕ່ວ່າ ມະນຸດຈະເລີ່ມສ້າງພາບລັກຂອງພຣະເຈົ້າທີ່ພວກເຂົາມີໃນໃຈຂອງພວກເຂົາຂຶ້ນມາໃໝ່ຢ່າງສົມບູນ ແລະ ມາຮູ້ຈັກທາດແທ້ຂອງມະນຸດຊາດ ເຊິ່ງດ້ວຍເຫດນັ້ນ ຈິ່ງຈະມີການປ່ຽນແປງທັດສະນະຄະຕິທາງການນຶກຄິດຂອງມະນຸດ ແລະ ເພື່ອທີ່ຈະສາມາດປາດຖະໜາຫາພຣະເຈົ້າຈາກສ່ວນເລິກ ແລະ ປຸກຄວາມຕິດພັນກັບພຣະອົງຕະຫຼອດໄປ. ນີ້ແມ່ນສິ່ງດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (7)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ