ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 169
21 ເດືອນສິງຫາ 2025
ບາງຄົນສົງໄສວ່າ “ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ?” ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນການອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ. ພຽງແຕ່ຖ້າມະນຸດອ່ອນນ້ອມ ແລະ ຕິດຕາມພຣະເຈົ້າໃນຍຸກທີ່ພຣະເຈົ້າເອງໄດ້ລິເລີ່ມເທົ່ານັ້ນ ຊາຕານຈຶ່ງຈະຕາຍໃຈຢ່າງສົມບູນ ຍ້ອນນັ້ນຄືໜ້າທີ່ຂອງສິ່ງຖືກສ້າງ. ແລ້ວດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າພຽງແຕ່ຕ້ອງຕິດຕາມ ແລະ ອ່ອນນ້ອມ ແລະ ບໍ່ໄດ້ມີການຮຽກຮ້ອງຫຍັງເພີ່ມເຕີມຈາກພວກເຈົ້າ. ນີ້ແມ່ນຄວາມໝາຍຂອງການທີ່ແຕ່ລະຄົນຮັກສາໜ້າທີ່ຂອງເຂົາ ແລະ ແຕ່ລະຄົນປະຕິບັດໜ້າທີ່ຂອງໃຜລາວ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດແທນພຣະອົງ ຫຼື ພຣະອົງບໍ່ເຂົ້າຮ່ວມໃນພາລະກິດຂອງສິ່ງຖືກສ້າງ. ມະນຸດປະຕິບັດໜ້າທີ່ຂອງເຂົາເອງ ແລະ ບໍ່ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການອ່ອນນ້ອມ ແລະ ການພິສູດຄວາມປະລາໄຊຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າເອງໄດ້ສຳເລັດໃນການລິເລີ່ມຍຸກໃໝ່, ພຣະອົງກໍບໍ່ລົງມາເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງອີກຕໍ່ໄປ. ພຽງແຕ່ເມື່ອນັ້ນ ມະນຸດຈຶ່ງຈະກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ປະຕິບັດພາລະກິດຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ປົກຄອງພາລະກິດ ເຊິ່ງບໍ່ມີໃຜສາມາດຝ່າຝືນໄດ້. ມີແຕ່ການປະຕິບັດພາລະກິດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມ ແລະ ສົມເຫດສົມຜົນ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ”. ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ; ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້ ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້ ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ. ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍຈະນໍາພາໂລກທັງປວງໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ