ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 163
17 ເດືອນມັງກອນ 2026
ເອຊາຢາ, ເອເຊກຽນ, ໂມເຊ, ເດວິດ, ອັບຣາຮາມ ແລະ ດານີເອນແມ່ນຜູ້ນໍາ ຫຼື ຜູ້ປະກາດພຣະທຳທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນເຊິ່ງເປັນຄົນທີ່ຖືກເລືອກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບພວກເຂົາ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູທັນທີທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເລີ່ມຕົ້ນກ່າວພຣະທຳຂອງພຣະອົງ? ແລ້ວເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບຄົນອື່ນໆ? ພວກເຂົາ ເຊິ່ງເປັນມະນຸດທີ່ມາຈາກເນື້ອໜັງ ແມ່ນລ້ວນແລ້ວແຕ່ຖືກເອີ້ນວ່າ “ພຣະຜູ້ເປັນເຈົ້າ”. ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ, ພາລະກິດຂອງພວກເຂົາເປັນຕົວແທນໃຫ້ກັບການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາ ແລະ ການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາກໍເປັນຕົວແທນໃຫ້ກັບຕົວຕົນຂອງພວກເຂົາ. ແກ່ນແທ້ຂອງພວກເຂົາບໍ່ໄດ້ກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ; ມັນເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາສະແດງອອກມາ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມ. ໃນພຣະສັນຍາເດີມ, ການຖືກເອີ້ນວ່າ ພຣະຜູ້ເປັນເຈົ້າ ແມ່ນຖືວ່າທໍາມະດາ ແລະ ບຸກຄົນອາດຖືກເອີ້ນໃນວິທີໃດກໍໄດ້, ແຕ່ແກ່ນແທ້ ແລະ ຕົວຕົນຕາມທຳມະຊາດຂອງເຂົາປ່ຽນແປງບໍ່ໄດ້. ໃນບັນດາພຣະຄຣິດປອມ, ຜູ້ປະກາດພຣະທຳປອມ ແລະ ຜູ້ຫຼອກລວງ, ບໍ່ໄດ້ມີຄົນທີ່ຖືກເອີ້ນວ່າ “ພຣະເຈົ້າ” ເຊັ່ນກັນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າ? ເພາະພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ພວກເຂົາເປັນມະນຸດໂດຍຕົ້ນກຳເນີດ, ຜູ້ຫຼອກລວງຜູ້ຄົນ, ບໍ່ແມ່ນພຣະເຈົ້າ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ມີຕົວຕົນຂອງພຣະເຈົ້າ. ເດວິດບໍ່ໄດ້ຖືກເອີ້ນວ່າພຣະຜູ້ເປັນເຈົ້າໃນທ່າມກາງສິບສອງຊົ່ນເຜົ່າເຊັ່ນກັນບໍ? ພຣະເຢຊູກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ; ແລ້ວເປັນຫຍັງຈຶ່ງມີແຕ່ພຣະເຢຊູຜູ້ດຽວທີ່ຖືກເອີ້ນວ່າພຣະເຈົ້າທີ່ບັງເກີດເປັນມະນຸດ? ເຢເຣມີຢາບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດເຊັ່ນກັນບໍ? ແລ້ວພຣະເຢຊູບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດບໍ? ເປັນຫຍັງພຣະເຢຊູຈຶ່ງຖືກຄຶງເທິງໄມ້ກາງແຂນແທນພຣະເຈົ້າ? ມັນບໍ່ແມ່ນຍ້ອນແກ່ນແທ້ຂອງພຣະອົງແຕກຕ່າງອອກໄປບໍ? ມັນບໍ່ແມ່ນຍ້ອນພາລະກິດທີ່ພຣະອົງປະຕິບັດນັ້ນແຕກຕ່າງບໍ? ນາມມະຍົດສຳຄັນບໍ? ເຖິງແມ່ນພຣະເຢຊູຖືກເອີ້ນວ່າບຸດມະນຸດຄືກັນ, ພຣະອົງກໍເປັນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ, ພຣະອົງສະເດັດມາເພື່ອຮັບເອົາລິດອຳນາດ ແລະ ເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ສິ່ງນີ້ພິສູດວ່າຕົວຕົນ ແລະ ແກ່ນແທ້ຂອງພຣະເຢຊູແມ່ນແຕກຕ່າງຈາກຄົນອື່ນທີ່ຖືກເອີ້ນວ່າບຸດມະນຸດເຊັ່ນກັນ. ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ ແລະ ບໍ່ມີຄວາມຮູ້! ໃຫ້ອ່ານພຣະກິດຕິຄຸນທັງສີ່ຢ່າງລະອຽດ; ໃຫ້ອ່ານສິ່ງທີ່ພວກເຂົາບັນທຶກກ່ຽວກັບສິ່ງທີ່ພຣະເຢຊູໄດ້ກະທໍາ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ແຕ່ລະເລື່ອງລາວກໍແຕກຕ່າງກັນພໍສົມຄວນ ແລະ ແຕ່ລະເລື່ອງລາວກໍມີທັດສະນະມຸມມອງຂອງໃຜມັນ. ຖ້າສິ່ງທີ່ນັກປະພັນໜັງສືເຫຼົ່ານີ້ຂຽນຂຶ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວມັນກໍຄວນຄືກັນ ແລະ ສະໝໍ່າສະເໝີກັນທັງໝົດ. ແລ້ວເປັນຫຍັງຈຶ່ງມີຄວາມບໍ່ກົງກັນ? ມະນຸດໂງ່ຈ້າປານນັ້ນບໍ ຈຶ່ງບໍ່ສາມາດເຂົ້າໃຈສິ່ງນີ້ໄດ້? ຖ້າເຈົ້າຖືກຮ້ອງໃຫ້ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າສາມາດໃຫ້ຄຳພະຍານປະເພດໃດໄດ້ແດ່? ວິທີການດັ່ງກ່າວໃນການຮູ້ຈັກພຣະເຈົ້າສາມາດເປັນພະຍານໃຫ້ກັບພຣະອົງໄດ້ບໍ? ຖ້າຄົນອື່ນຖາມເຈົ້າວ່າ “ຖ້າການບັນທຶກຂອງໂຢຮັນ ແລະ ລູກາແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວຄຳເວົ້າທີ່ພຣະເຈົ້າຂອງພວກເຈົ້າເວົ້າຈະບໍ່ປະປົນກັບຄວາມປະສົງຂອງມະນຸດບໍ?” ເຈົ້າຈະສາມາດໃຫ້ຄຳຕອບຢ່າງຊັດເຈນໄດ້ບໍ? ຫຼັງຈາກທີ່ລູກາ ແລະ ມັດທາຍໄດ້ຍິນພຣະທຳຂອງພຣະເຢຊູ ແລະ ເຫັນພາລະກິດຂອງພຣະເຢຊູ, ພວກເຂົາກໍເວົ້າເຖິງຄວາມຮູ້ຂອງພວກເຂົາເອງ ໃນລັກສະນະທີ່ລະລຶກເຖິງລາຍລະອຽດຂອງຄວາມຈິງບາງຢ່າງກ່ຽວກັບພາລະກິດທີ່ພຣະເຢຊູໄດ້ເຮັດ. ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມຮູ້ຂອງພວກເຂົາແມ່ນຖືກເປີດເຜີຍໂດຍພຣະວິນຍານບໍລິສຸດທັງໝົດ? ນອກພຣະຄຳພີ, ມີບຸກຄົນຝ່າຍວິນຍານຫຼາຍຄົນທີ່ມີຄວາມຮູ້ສູງກວ່າພວກເຂົາ; ແລ້ວເປັນຫຍັງຄຳເວົ້າຂອງພວກເຂົາຈຶ່ງບໍ່ຖືກຮັບເອົາໂດຍຄົນຮຸ່ນຫຼັງ? ພວກເຂົາບໍ່ໄດ້ຖືກພຣະວິນຍານບໍລິສຸດໃຊ້ຄືກັນບໍ? ໃຫ້ຮູ້ວ່າໃນພາລະກິດແຫ່ງປັດຈຸບັນ, ເຮົາບໍ່ໄດ້ກຳລັງເວົ້າເຖິງການເຂົ້າໃຈຂອງເຮົາເອງໂດຍອີງຕາມພື້ນຖານແຫ່ງພາລະກິດຂອງພຣະເຢຊູ ຫຼື ເຮົາບໍ່ໄດ້ກ່າວອີງຕາມຄວາມຮູ້ຂອງເຮົາເອງເພື່ອຕໍ່ຕ້ານເບື້ອງຫຼັງແຫ່ງພາລະກິດຂອງພຣະເຢຊູ. ພຣະເຢຊູປະຕິບັດພາລະກິດຫຍັງແດ່ໃນເວລານັ້ນ? ແລ້ວເຮົາກຳລັງປະຕິບັດພາລະກິດຫຍັງໃນປັດຈຸບັນ? ສິ່ງທີ່ເຮົາເຮັດ ແລະ ກ່າວບໍ່ມີໃຜເຄີຍເຮັດມາກ່ອນ. ເສັ້ນທາງທີ່ເຮົາຍ່າງໃນປັດຈຸບັນນີ້ ບໍ່ມີໃຜຍ່າງມາກ່ອນ, ຜູ້ຄົນໃນຍຸກຕ່າງໆ ແລະ ຄົນຮຸ່ນຕ່າງໆໃນອະດີດກໍບໍ່ເຄີຍຍ່າງຈັກເທື່ອ. ໃນປັດຈຸບັນ ມັນຖືກລິເລີ່ມແລ້ວ ແລະ ນີ້ບໍ່ແມ່ນພາລະກິດຂອງພຣະວິນຍານບໍ? ເຖິງແມ່ນມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ນໍາໃນອະດີດກໍລ້ວນແລ້ວແຕ່ປະຕິບັດພາລະກິດຂອງພວກເຂົາບົນພື້ນຖານຂອງຄົນອື່ນ; ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະເຈົ້າເອງແມ່ນແຕກຕ່າງກັນ. ຂັ້ນຕອນຂອງພາລະກິດຂອງພຣະເຢຊູກໍຄືກັນ: ພຣະອົງເປີດຫົນທາງໃໝ່. ເມື່ອພຣະອົງມາ ພຣະອົງໄດ້ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເວົ້າວ່າມະນຸດຄວນກັບໃຈ ແລະ ສາລະພາບບາບ. ຫຼັງຈາກທີ່ພຣະເຢຊູໄດ້ເຮັດສໍາເລັດພາລະກິດຂອງພຣະອົງ, ເປໂຕ ແລະ ໂປໂລ ແລະ ຄົນອື່ນໆກໍເລີ່ມສືບຕໍ່ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ສະເດັດຂຶ້ນສູ່ສະຫວັນ, ພວກເຂົາກໍຖືກພຣະວິນຍານສົ່ງມາໃຫ້ເຜີຍແຜ່ຫົນທາງແຫ່ງໄມ້ກາງແຂນ. ເຖິງແມ່ນວ່າຄຳເວົ້າຂອງໂປໂລນັ້ນສູງສົ່ງ, ພຣະທຳເຫຼົ່ານັ້ນກໍຍັງຢູ່ບົນພື້ນຖານຂອງສິ່ງທີ່ພຣະເຢຊູໄດ້ເວົ້າ ເຊັ່ນ: ຄວາມອົດທົນ, ຄວາມຮັກ, ຄວາມທົນທຸກ, ການປົກຄຸມຫົວ, ການຮັບບັບຕິດສະມາ ຫຼື ຄຳສັ່ງສອນອື່ນໆທີ່ໃຫ້ປະຕິບັດຕາມ. ທຸກສິ່ງເຫຼົ່ານີ້ແມ່ນກ່າວຢູ່ບົນພື້ນຖານແຫ່ງພຣະທຳຂອງພຣະເຢຊູ. ພວກເຂົາບໍ່ສາມາດເປີດຫົນທາງທີ່ໃໝ່ ຍ້ອນພວກເຂົາລ້ວນແລ້ວແຕ່ເປັນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ