ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 156

11 ເດືອນມັງກອນ 2026

ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ສິ່ງທີ່ກ່ຽວພັນກັບການປະຕິບັດແມ່ນເຮັດໂດຍມະນຸດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ເຊິ່ງພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດສໍາເລັດພາລະກິດທັງໝົດທີ່ພຣະອົງຄວນເຮັດ ແລະ ສິ່ງທີ່ມະນຸດຄວນເຮັດກໍໄດ້ສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຂຶ້ນຢູ່ກັບມະນຸດທີ່ຈະເຮັດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງເທົ່ານັ້ນ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ໄດ້ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນດຽວກັນກັບມະນຸດ, ແລ້ວມະນຸດກໍກະບົດ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອອ່ອນນ້ອມຕໍ່ການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ມີການຕໍ່ຕ້ານໃດໆ. ສິ່ງທີ່ມະນຸດຕ້ອງບັນລຸ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດ ຫຼື ດຳລົງຊີວິດໃນລັກສະນະໃດກໍຕາມ. ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮຽກຮ້ອງຈາກມະນຸດໄດ້ ເຊິ່ງໝາຍຄວາມວ່າ ມີພຽງພຣະເຈົ້າເທົ່ານັ້ນທີ່ສົມຄວນຮຽກຮ້ອງຈາກມະນຸດ. ມະນຸດບໍ່ຄວນມີທາງເລືອກອື່ນ, ບໍ່ຄວນເຮັດຫຍັງເລີຍ ນອກຈາກອ່ອນນ້ອມ ແລະ ປະຕິບັດທັງໝົດ; ນີ້ແມ່ນຄວາມສໍານຶກທີ່ມະນຸດຄວນມີ. ຫຼັງຈາກພາລະກິດທີ່ພຣະເຈົ້າຄວນປະຕິບັດຖືກເຮັດໃຫ້ສຳເລັດ, ມະນຸດກໍຈຳເປັນຕ້ອງຜະເຊີນກັບມັນເທື່ອລະບາດກ້າວ. ໃນທີ່ສຸດ ຖ້າເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ, ແຕ່ມະນຸດຍັງບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງ, ແລ້ວມະນຸດກໍຄວນຖືກລົງໂທດ. ຖ້າມະນຸດບໍ່ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ແລ້ວນີ້ກໍຍ້ອນຄວາມກະບົດຂອງມະນຸດ; ມັນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ຮອບຄອບພໍໃນພາລະກິດຂອງພຣະອົງ. ທຸກຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ຄົນທີ່ບໍ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດມອບຄວາມຊື່ສັດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາທຸກຄົນລ້ວນແລ້ວແຕ່ຈະຖືກລົງໂທດທັງໝົດ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນການຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງຄວາມພິນາດບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້. ພຣະທຳທີ່ກ່າວກັບພວກເຈົ້າແມ່ນໄດ້ໄປເຖິງໃຈກາງທາດແທ້ຂອງພວກເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ. ຫຼາຍຄົນຍັງບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມບໍ່ຈິງຂອງເສັ້ນທາງນີ້; ພວກເຂົາຍັງລໍຖ້າ ແລະ ເບິ່ງ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ກົງກັນຂ້າມ, ພວກເຂົາກວດສອບພຣະທຳທຸກຂໍ້ ແລະ ການກະທຳທຸກຢ່າງຂອງພຣະເຈົ້າ, ພວກເຂົາໃສ່ໃຈໃນສິ່ງທີ່ພຣະອົງກິນ ແລະ ນຸ່ງ ແລະ ແນວຄິດຂອງພວກເຂົາກໍຍິ່ງຮ້າຍແຮງຫຼາຍຂຶ້ນ. ຄົນປະເພດດັ່ງກ່າວບໍ່ໄດ້ກຳລັງກັງວົນໃນສິ່ງທີ່ບໍ່ສຳຄັນບໍ? ຄົນປະເພດດັ່ງກ່າວຈະສາມາດເປັນຄົນທີ່ສະແຫວງຫາພຣະເຈົ້າໄດ້ແນວໃດ? ແລ້ວພວກເຂົາຈະສາມາດເປັນຄົນທີ່ມີເຈດຕະນາຍອມຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາປະຄວາມຊື່ສັດ ແລະ ໜ້າທີ່ຂອງພວກເຂົາໄວ້ທາງຫຼັງຂອງຄວາມຄິດຂອງພວກເຂົາ ແລະ ໃສ່ໃຈແຕ່ບ່ອນຢູ່ຂອງພຣະເຈົ້າແທນ. ພວກເຂົາເປັນຕາໜ່າຍຫຼາຍ! ຖ້າມະນຸດເຂົ້າໃຈທຸກສິ່ງທີ່ເຂົາຄວນເຂົ້າໃຈ ແລະ ນໍາທຸກສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວພຣະເຈົ້າຈະປະທານພອນຂອງພຣະອົງໃຫ້ກັບມະນຸດຢ່າງແນ່ນອນ, ຍ້ອນສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືໜ້າທີ່ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນປະຕິບັດ. ຖ້າມະນຸດບໍ່ສາມາດເຂົ້າໃຈໃນສິ່ງທີ່ເຂົາຄວນເຂົ້າໃຈ ແລະ ບໍ່ສາມາດນໍາສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວມະນຸດກໍຈະຖືກລົງໂທດ. ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນສັດຕູກັບພຣະເຈົ້າ, ຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຕໍ່ຕ້ານພາລະກິດນັ້ນ, ເຖິງແມ່ນວ່າ ຄົນດັ່ງກ່າວບໍ່ໄດ້ເຮັດຫຍັງທີ່ຕໍ່ຕ້ານພາລະກິດນັ້ນຢ່າງຊັດເຈນກໍຕາມ. ທຸກຄົນທີ່ບໍ່ນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງເຂົ້າສູ່ການປະຕິບັດກໍເປັນຄົນທີ່ຕໍ່ຕ້ານໂດຍຕັ້ງໃຈ ແລະ ກະບົດຕໍ່ພຣະທຳຂອງພຣະເຈົ້າ, ເຖິງແມ່ນຄົນດັ່ງກ່າວຈະໃສ່ໃຈກັບພາລະກິດຂອງພຣະວິນຍານບໍລິສຸດເປັນພິເສດກໍຕາມ. ຄົນທີ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມແມ່ນຄົນກະບົດ ແລະ ພວກເຂົາຕໍ່ຕ້ານພຣະເຈົ້າ. ຄົນທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາແມ່ນຄົນທີ່ບໍ່ຮ່ວມມືກັບພຣະເຈົ້າ ແລະ ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນຄົນທີ່ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ