ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 153

11 ເດືອນມັງກອນ 2026

ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງລາຊະອານາຈັກແມ່ນມີຄວາມເປັນຈິງຫຼາຍກວ່າ, ມັນແນໃສ່ແກ່ນແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍກວ່າ ແລະ ສາມາດເປັນພະຍານໃຫ້ພຣະເຈົ້າເອງຫຼາຍຂຶ້ນສຳລັບທຸກຄົນທີ່ຕິດຕາມພຣະອົງ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງລາຊະອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາໃດໆໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກຕ່າງໆທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ໃນນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງລາຊະອານາຈັກຈຶ່ງສູງສຸດຕະຫຼອດວຽກງານຄຸ້ມຄອງທັງໝົດ. ໃນພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດອີກດ້ວຍ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າຢຸດລົງ, ການປະຕິບັດຂອງມະນຸດກໍຢຸດເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດກໍຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ເພິ່ງພາ. ຫາກປາສະຈາກນິມິດໃໝ່ ມະນຸດກໍຈະບໍ່ມີການປະຕິບັດໃໝ່; ຫາກປາສະຈາກນິມິດທີ່ສົມບູນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດພາລະກິດພຽງແຕ່ວິນາທີດຽວ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ ສິ່ງທີ່ເຂົາຄວນສະແຫວງຫາໃນຄວາມເຊື່ອຂອງພຣະເຈົ້າ ແມ່ນບໍ່ສາມາດຕັດຂາດຈາກນິມິດໄດ້. ໃນທຸກກໍລະນີຂອງພາລະກິດຂອງພຣະເຈົ້າແມ່ນມີນິມິດທີ່ມະນຸດຄວນຮູ້ ແລະ ຫຼັງຈາກສິ່ງເຫຼົ່ານີ້ ເງື່ອນໄຂອັນເໝາະສົມຈຶ່ງໄດ້ຮຽກຮ້ອງຈາກມະນຸດ. ຫາກບໍ່ມີນິມິດເຫຼົ່ານີ້ເປັນພື້ນຖານ, ມະນຸດກໍຈະບໍ່ສາມາດປະຕິບັດໄດ້ເລີຍ ຫຼື ມະນຸດຈະບໍ່ສາມາດຕິດຕາມພຣະເຈົ້າຢ່າງໝັ້ນຄົງໄດ້. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແລ້ວທຸກສິ່ງທີ່ມະນຸດເຮັດກໍສູນເປົ່າ ແລະ ບໍ່ສາມາດຮັບການຍິນຍອມຈາກພຣະເຈົ້າໄດ້. ບໍ່ວ່າພອນຂອງມະນຸດຈະມີຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າໄດ້. ບໍ່ວ່າການກະທຳຂອງມະນຸດຈະດີ ຫຼື ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດແທນທີ່ພາລະກິດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ, ບໍ່ວ່າໃນສະຖານະການໃດກໍຕາມ ການປະຕິບັດຂອງມະນຸດກໍບໍ່ສາມາດຕັດຂາດຈາກນິມິດໄດ້. ຄົນທີ່ບໍ່ຍອມຮັບນິມິດໃໝ່ກໍບໍ່ມີການປະຕິບັດໃໝ່. ການປະຕິບັດຂອງພວກເຂົາບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ເພາະພວກເຂົາປະຕິບັດຕາມຄຳສັ່ງສອນ ແລະ ຮັກສາພຣະບັນຍັດທີ່ຕາຍແລ້ວ; ພວກເຂົາບໍ່ມີນິມິດໃໝ່ເລີຍ ແລະ ຜົນຕາມມາກໍຄື ພວກເຂົາບໍ່ໄດ້ນໍາສິ່ງໃດໃນຍຸກໃໝ່ເຂົ້າສູ່ການປະຕິບັດ. ພວກເຂົາໄດ້ສູນເສຍນິມິດ ແລະ ການເຮັດແບບນັ້ນ ພວກເຂົາຍັງໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ໄດ້ສູນເສຍຄວາມຈິງ. ຄົນທີ່ປາສະຈາກຄວາມຈິງແມ່ນລູກຫຼານຂອງຄວາມບໍ່ມີເຫດຜົນ, ພວກເຂົາແມ່ນຮູບຮ່າງຂອງຊາຕານ. ບໍ່ວ່າຄົນໜຶ່ງຈະເປັນຄົນປະເພດໃດກໍຕາມ, ພວກເຂົາແມ່ນບໍ່ສາມາດປາສະຈາກນິມິດແຫ່ງພາລະກິດຂອງພຣະເຈົ້າໄດ້ ແລະ ບໍ່ສາມາດສູນເສຍການສະຖິດຂອງພຣະວິນຍານບໍລິສຸດໄດ້; ທັນທີທີ່ຜູ້ຄົນສູນເສຍນິມິດ, ພວກເຂົາກໍຈະຕົກລົງສູ່ດິນແດນມໍລະນາທັນທີ ແລະ ດຳລົງຊີວິດຢູ່ທ່າມກາງຄວາມມືດ. ຜູ້ຄົນທີ່ປາສະຈາກນິມິດແມ່ນຄົນທີ່ຕິດຕາມພຣະເຈົ້າຢ່າງໂງ່ຈ້າ, ພວກເຂົາເປັນຄົນທີ່ຂາດພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາດຳລົງຊີວິດຢູ່ໃນນະຮົກ. ຄົນປະເພດດັ່ງກ່າວບໍ່ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມ ແຂວນຊື່ຂອງພຣະເຈົ້າຄືກັບແຜ່ນປ້າຍໂຄສະນາ. ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ຄົນທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ບໍ່ຮູ້ຈັກສາມຂັ້ນຕອນຂອງພາລະກິດໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ພວກເຂົາແມ່ນບໍ່ຮູ້ຈັກນິມິດ ແລະ ຍັງປາສະຈາກຄວາມຈິງອີກດ້ວຍ. ແລ້ວຄົນທີ່ບໍ່ມີຄວາມຈິງບໍ່ແມ່ນລ້ວນແຕ່ເປັນຄົນຊົ່ວບໍ? ຄົນທີ່ເຕັມໃຈນໍາເອົາຄວາມຈິງເຂົ້າສູ່ການປະຕິບັດ, ຄົນທີ່ເຕັມໃຈສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ຄືຄົນທີ່ມີນິມິດເປັນພື້ນຖານ. ພວກເຂົາໄດ້ຮັບການຍິນຍອມຈາກພຣະເຈົ້າ ເພາະພວກເຂົາຮ່ວມມືກັບພຣະເຈົ້າ ແລະ ມັນຄືການຮ່ວມມືນີ້ເອງທີ່ມະນຸດຄວນນໍາເຂົ້າສູ່ການປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ