ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 152
23 ເດືອນທັນວາ 2025
ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ ເຊິ່ງໝາຍຄວາມວ່າ ມັນຄືພາລະກິດທີ່ພຣະເຈົ້າປະຕິບັດທ່າມກາງມະນຸດ. ພາລະກິດນີ້ຄືຫຼັກຖານ ແລະ ເສັ້ນທາງທີ່ມະນຸດມາຮູ້ຈັກພຣະເຈົ້າ ແລະ ມັນມີຄວາມສຳຄັນທີ່ສຸດສຳລັບມະນຸດ. ແທນທີ່ຈະໃສ່ໃຈກັບຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ຖ້າຜູ້ຄົນພຽງແຕ່ໃສ່ໃຈໃນຄຳສັ່ງສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ຫຼື ໃນລາຍລະອຽດເລັກໆນ້ອຍໆທີ່ບໍ່ສຳຄັນ, ແລ້ວພວກເຂົາກໍຈະບໍ່ຮູ້ຈັກພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ເປັນໄປຕາມເຈດຕະນາຂອງພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າທີ່ມີປະໂຫຍດຕໍ່ຄວາມຮູ້ຂອງມະນຸດຫຼາຍກ່ຽວກັບພຣະເຈົ້າແມ່ນເອີ້ນວ່າ ນິມິດ. ນິມິດເຫຼົ່ານີ້ຄືພາລະກິດຂອງພຣະເຈົ້າ, ເຈດຕະນາຂອງພຣະເຈົ້າ ແລະ ເປົ້າໝາຍ ແລະ ຄວາມສຳຄັນຂອງພາລະກິດຂອງພຣະເຈົ້າ; ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນປະໂຫຍດຕໍ່ມະນຸດ. ການປະຕິບັດໝາຍເຖິງສິ່ງທີ່ມະນຸດຄວນເຮັດ, ສິ່ງທີ່ຄວນຖືກເຮັດໂດຍສິ່ງມີຊີວິດທີ່ຕິດຕາມພຣະເຈົ້າ. ມັນຍັງເປັນໜ້າທີ່ຂອງມະນຸດອີກດ້ວຍ. ແຕ່ສິ່ງທີ່ມະນຸດຄວນເຮັດບໍ່ແມ່ນສິ່ງທີ່ມະນຸດເຂົ້າໃຈມາຕັ້ງແຕ່ຕົ້ນ, ແຕ່ເປັນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງ. ເງື່ອນໄຂເຫຼົ່ານີ້ຍິ່ງເລິກເຊິ່ງຂຶ້ນ ແລະ ຖືກຍົກໃຫ້ສູງຂຶ້ນເທື່ອລະໜ້ອຍເມື່ອພຣະເຈົ້າປະຕິບັດພາລະກິດ. ຕົວຢ່າງເຊັ່ນ: ໃນລະຫວ່າງຍຸກແຫ່ງພຣະບັນຍັດ ມະນຸດຕ້ອງປະຕິບັດຕາມພຣະບັນຍັດ ແລະ ໃນລະຫວ່າງຍຸກແຫ່ງພຣະຄຸນ ມະນຸດຕ້ອງໄດ້ແບກໄມ້ກາງແຂນ. ຍຸກແຫ່ງລາຊະອານາຈັກແມ່ນແຕກຕ່າງ: ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດແມ່ນສູງກວ່າເງື່ອນໄຂໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຍຸກແຫ່ງພຣະຄຸນ. ເມື່ອນິມິດຖືກຍົກສູງຂຶ້ນ, ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດກໍຍິ່ງສູງຂຶ້ນ ແລະ ຍິ່ງຊັດເຈນ ແລະ ເປັນຈິງຫຼາຍຂຶ້ນ. ໃນທຳນອງດຽວກັນ, ນິມິດຍັງກາຍເປັນຈິງຫຼາຍຂຶ້ນເລື້ອຍໆ. ນິມິດທີ່ເປັນຈິງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ເປັນປະໂຫຍດຕໍ່ຄວາມອ່ອນນ້ອມຂອງມະນຸດທີ່ມີຕໍ່ພຣະເຈົ້າ, ແຕ່ຍິ່ງໄປກວ່ານັ້ນ ນິມິດເຫຼົ່ານັ້ນຍັງເປັນປະໂຫຍດຕໍ່ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ