ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 149

28 ເດືອນເມສາ 2021

ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະວິນຍານຂອງພຣະອົງແມ່ນລົງມາສູ່ມະນຸດ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເຄື່ອງນຸ່ງດ້ວຍເນື້ອໜັງ. ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ບໍ່ໄດ້ນໍາຂັ້ນຕອນທີ່ຈໍາກັດໃດໜຶ່ງມາກັບພຣະອົງ, ພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດຢ່າງແນ່ນອນ. ພະລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອໜັງແມ່ນຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງເຊັ່ນກັນ ແລະ ພຣະອົງຊົງນໍາໃຊ້ສິ່ງດັ່ງກ່າວນີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອໜັງ. ພຣະວິນຍານບໍລິສຸດເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ, ພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດມັນ; ພາລະກິດນີ້ບໍ່ແມ່ນສິ່ງເໜືອທໍາມະຊາດ ທີ່ນອກເໜືອຂອບເຂດຈິນຕະນາການຂອງມະນຸດ. ນີ້ແມ່ນຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າກໍໄດ້ເກີດຂຶ້ນ ເຊິ່ງສິ່ງນີ້ໃຊ້ເວລາພຽງໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ; ຫຼັງຈາກນັ້ນ ພຣະອົງກໍສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງມີຊີວິດທີ່ອາໄສຢູ່ໃນນັ້ນ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ. ນີ້ສີບຕໍ່ຈົນເຖິງມື້ທີຫົກເມື່ອພຣະເຈົ້າສ້າງມະນຸດ ແລະ ປ່ອຍໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ. ຫຼັງຈາກນັ້ນ, ໃນມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ, ພຣະອົງກໍພັກຜ່ອນ. ພຣະເຈົ້າໃຫ້ພອນແກ່ມື້ທີເຈັດ ແລະ ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງພຽງຕັດສິນໃຈສ້າງມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນກ່ອນສ້າງພວກມັນ. ພາລະກິດນີ້ແມ່ນໄດ້ດໍາເນີນໄປພ້ອມໆກັນເຊັ່ນກັນ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້ ແລະ ພັກຜ່ອນໃນມີ້ທີເຈັດ; ນັ້ນບໍ່ສອດຄ່ອງກັບຄວາມຈິງເລີຍ. ພຣະອົງບໍ່ໄດ້ກ່າວໃນສິ່ງນີ້ ແລະ ພຣະອົງບໍ່ໄດ້ວາງແຜນມັນ. ບໍ່ມີທາງທີ່ພຣະອົງໄດ້ເວົ້າວ່າ ການສ້າງສັບພະສິ່ງທັງປວງຈະສໍາເລັດໃນມື້ທີຫົກ ແລະ ພຣະອົງຈະພັກຜ່ອນໃນມື້ທີເຈັດ; ກົງກັນຂ້າມ, ພຣະອົງສ້າງໃນສິ່ງທີ່ພຣະອົງເຫັນວ່າດີໃນເວລານັ້ນ. ເມື່ອພຣະອົງໄດ້ສ້າງທຸກສິ່ງທຸກຢ່າງສໍາເລັດ, ມັນກໍແມ່ນມື້ທີຫົກແລ້ວ. ຖ້າຫາກວ່າ ພຣະອົງສ້າງທຸກສິ່ງທຸກຢ່າງສໍາເລັດໃນມື້ທີຫ້າ, ພຣະອົງກໍຈະກໍານົດໃຫ້ມື້ທີຫົກເປັນມື້ສັກສິດ; ແຕ່ວ່າ ພຣະອົງສ້າງທຸກສິ່ງທຸກຢ່າງໃນມື້ທີຫົກ ແລະ ດ້ວຍເຫດນັ້ນ ມື້ທີເຈັດຈຶ່ງໄດ້ກາຍເປັນມື້ສັກສິດ ເຊິ່ງຖືກນໍາໃຊ້ກັນຈົນຮອດປັດຈຸບັນ. ເພາະສະນັ້ນ, ພາລະກິດຂອງພຣະອົງໃນປັດຈຸບັນແມ່ນດໍາເນີນໃນຮູບແບບດຽວກັນນີ້. ພຣະອົງກ່າວ ແລະ ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຈົ້າອີງຕາມເງື່ອນໄຂຂອງພວກເຈົ້າ. ໝາຍຄວາມວ່າ ພຣະວິນຍານເວົ້າ ແລະ ເຮັດພາລະກິດຕາມເງື່ອນໄຂຂອງຜູ້ຄົນ; ພຣະອົງສັງເກດເບິ່ງທຸກຢ່າງ ແລະ ເຮັດພາລະກິດ ໃນເວລາ ແລະ ສະຖານທີ່ໃດກໍໄດ້. ສິ່ງທີ່ເຮົາເຮັດ, ກ່າວ, ມອບ ແລະ ປະທານໃຫ້ພວກເຈົ້າແມ່ນອີງຕາມສິ່ງທີ່ພວກເຈົ້າຕ້ອງການຢ່າງບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ພາລະກິດຂອງເຮົາແມ່ນບໍ່ໄດ້ແຍກອອກຈາກຄວາມເປັນຈິງ; ທັງໝົດແມ່ນຄວາມຈິງ ເພາະພວກເຈົ້າທຸກຄົນຮູ້ວ່າ “ພຣະວິນຍານຂອງພຣະເຈົ້າຄອຍເຝົ້າເບິ່ງທຸກຄົນ”. ຖ້າຫາກວ່າ ສິ່ງນີ້ໄດ້ມີການຕັດສິນມາກ່ອນ, ແລ້ວມັນຈະບໍ່ຕາຍໂຕເກີນໄປບໍ? ມັນເປັນຄືກັບວ່າ ເຈົ້າຄິດວ່າ ພຣະເຈົ້າສ້າງແຜນການເປັນເວລາຫົກພັນປີ ແລ້ວກໍານົດໄວ້ລ່ວງໜ້າໃຫ້ມະນຸດຕໍ່ຕ້ານ, ຂັດຂືນ, ຄົດລ້ຽວ, ຫຼອກລວງ, ເຮັດໃຫ້ເນື້ອໜັງເສື່ອມຊາມ, ມີອຸປະນິໄສແບບຊາຕານ, ມີສາຍຕາທີ່ເຕັມໄປດ້ວຍຕັນຫາ ແລະ ເຮັດຕາມໃຈຕົນເອງບໍ? ພຣະເຈົ້າບໍ່ໄດ້ກໍານົດສິ່ງດັ່ງກ່າວນີ້ໄວ້ລ່ວງໜ້າ ແຕ່ທຸກສິ່ງເຫຼົ່ານີ້ແມ່ນເປັນຍ້ອນຄວາມເສື່ອມຊາມຂອງຊາຕານ. ບາງຄົນອາດຈະເວົ້າວ່າ: “ຊາຕານບໍ່ຢູ່ໃນການຄວບຄຸມຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກໍານົດລ່ວງໜ້າໃຫ້ຊາຕານເສື່ອມຊາມມະນຸດໃນລັກສະນະດັ່ງກ່າວນີ້ ແລະ ຫຼັງຈາກນັ້ນ ພຣະອົງກໍດໍາເນີນພາລະກິດຂອງພຣະອົງທ່າມກາງມະນຸດ”. ພຣະເຈົ້າກໍານົດລ່ວງໜ້າໃຫ້ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແທ້ບໍ? ພຣະອົງພຽງແຕ່ຕ້ອງການຢາກໃຫ້ມະນຸດດໍາລົງຊີວິດເປັນປົກກະຕິ; ແລ້ວເຫດໃດພຣະອົງຈຶ່ງຈະແຊກແຊງຊີວິດຂອງມະນຸດ? ຖ້າເປັນດັ່ງນັ້ນ, ການເອົາຊະນະຊາຕານ ແລະ ການຊ່ວຍມະນຸດໃຫ້ລອດພົ້ນກໍຈະເປັນພຽງຄວາມພະຍາຍາມທີ່ໄຮ້ປະໂຫຍດ ບໍ່ແມ່ນບໍ? ການຕໍ່ຕ້ານຂອງມະນຸດຈະຖືກກຳນົດໄວ້ລ່ວງໜ້າໄດ້ແນວໃດ? ມັນເປັນສິ່ງທີ່ເກີດຂຶ້ນຍ້ອນການແຊກແຊງຂອງຊາຕານ; ແລ້ວພຣະເຈົ້າຈະກໍານົດສິ່ງນີ້ໄວ້ລ່ວງໜ້າໄດ້ແນວໃດ? ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ພວກເຈົ້າເຂົ້າໃຈ ແລະ ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນແຕກຕ່າງກັນຫຼາຍ. ຕາມຄໍາເວົ້າຂອງພວກເຈົ້າທີ່ວ່າ: “ພຣະເຈົ້າມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”, ສະນັ້ນຊາຕານຈະບໍ່ທໍລະຍົດພຣະອົງຈັກເທື່ອ. ເຈົ້າບໍ່ໄດ້ເວົ້າວ່າພຣະເຈົ້າເປັນຜູ້ມີລິດອໍານາດບໍ? ຄວາມຮູ້ຂອງພວກເຈົ້າແມ່ນຕື້ນຫຼາຍ ແລະ ຢູ່ນອກຂອບເຂດຂອງຄວາມເປັນຈິງ; ມະນຸດບໍ່ສາມາດເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້! ພຣະເຈົ້າມີລິດອໍານາດສູງສຸດ; ນີ້ບໍ່ແມ່ນສິ່ງທີ່ຜິດເລີຍ. ເທວະທູດໄດ້ທໍລະຍົດພຣະເຈົ້າ ເພາະວ່າທໍາອິດພຣະເຈົ້າໄດ້ມອບອໍານາດບາງສ່ວນໃຫ້ແກ່ພວກເຂົາ. ແນ່ນອນ ສິ່ງນີ້ແມ່ນເຫດການທີ່ບໍ່ໄດ້ຄາດເຖິງ, ເຊັ່ນດຽວກັນກັບເອວາໄດ້ຍອມຈຳນົນຕໍ່ການລໍ້ລວງຂອງງູ. ເຖິງຢ່າງໃດກໍຕາມ, ບໍ່ວ່າຊາຕານຈະດໍາເນີນການທໍລະຍົດຂອງມັນ ແຕ່ມັນກໍບໍ່ໄດ້ມີລິດອໍານາດສູງສຸດຄືດັ່ງພຣະເຈົ້າ. ດັ່ງທີ່ພວກເຈົ້າໄດ້ກ່າວມາ, ຊາຕານມີອໍານາດພຽງເລັກນ້ອຍ; ບໍ່ວ່າມັນຈະເຮັດຫຍັງກໍຕາມ, ອໍານາດຂອງພຣະເຈົ້າກໍຈະເອົາຊະນະມັນ. ນີ້ແມ່ນຄວາມໝາຍແທ້ຈິງທີ່ຢູ່ເບື້ອງຫຼັງຂອງຄໍາເວົ້າທີ່ວ່າ: “ພຣະເຈົ້າແມ່ນມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”. ດັ່ງນັ້ນ, ສົງຄາມຂອງພຣະອົງກັບຊາຕານຕ້ອງໄດ້ດໍາເນີນໄປເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ, ພຣະອົງໄດ້ວາງແຜນພາລະກິດຂອງພຣະອົງໃນການຕອບໂຕ້ຕໍ່ກົນອຸບາຍຂອງຊາຕານ, ໝາຍຄວາມວ່າ ພຣະອົງນໍາຄວາມລອດພົ້ນມາສູ່ຜູ້ຄົນ ແລະ ເປີດເຜີຍລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງໃນລັກສະນະ ທີ່ເໝາະສົມກັບຍຸກຕ່າງໆ. ເຊັ່ນດຽວກັນ, ພາລະກິດໃນຍຸກສຸດທ້າຍແມ່ນບໍ່ໄດ້ຖືກກໍານົດລ່ວງໜ້າ ກ່ອນຍຸກແຫ່ງພຣະຄຸນ; ການກໍານົດລ່ວງນ້າບໍ່ໄດ້ກໍານົດໃນລັກສະນະທີ່ເປັນລະບຽບ ເຊັ່ນ: ຢ່າງທໍາອິດ, ເຮັດໃຫ້ອຸປະນິໄສພາຍນອກຂອງມະນຸດປ່ຽນແປງ; ຢ່າງທີສອງ, ເຮັດໃຫ້ມະນຸດຍອມຮັບການຂ້ຽນຕີ ແລະ ການທົດລອງ; ຢ່າງທີສາມ, ເຮັດໃຫ້ມະນຸດປະສົບກັບການທົດລອງແຫ່ງຄວາມຕາຍ; ຢ່າງທີສີ່, ເຮັດໃຫ້ມະນຸດປະສົບກັບເວລາແຫ່ງຄວາມຮັກພຣະເຈົ້າ ແລະ ສະແດງເຖິງຄວາມປະນິທານຂອງຜູ້ທີ່ຖືກສ້າງ; ຢ່າງທີຫ້າ, ເຮັດໃຫ້ມະນຸດແນມເຫັນຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າທັງໝົດ ແລະ ສຸດທ້າຍ, ເຮັດໃຫ້ມະນຸດສົມບູນ. ພຣະອົງບໍ່ໄດ້ວາງແຜນສິ່ງທັງໝົດເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ; ກົງກັນຂ້າມ, ພຣະອົງໄດ້ເລີ່ມຕົ້ນວາງແຜນສິ່ງເຫຼົ່ານີ້ໃນຍຸກປັດຈຸບັນ. ຊາຕານກໍາລັງເຮັດພາລະກິດ ແລະ ພຣະເຈົ້າກໍເຊັ່ນກັນ. ຊາຕານສະແດງອຸປະນິໄສທີ່ເສື່ອມຊາມຂອງມັນ ໃນຂະນະທີ່ພຣະເຈົ້າເວົ້າກົງໄປກົງມາ ແລະ ເປີດເຜີຍສິ່ງທີ່ສໍາຄັນ. ນີ້ແມ່ນພາລະກິດທີ່ຖືກກະທໍາໃນມື້ນີ້ ແລະ ມັນແມ່ນຫຼັກການດຽວໃນການປະຕິບັດພາລະກິດ ເຊິ່ງໄດ້ຖືກນໍາໃຊ້ມາແຕ່ດົນນານແລ້ວ ພາຍຫຼັງໄດ້ມີການສ້າງໂລກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ