ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 142
08 ເດືອນກໍລະກົດ 2025
ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດອັນໄພສານ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ໂດຍຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ, ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດເຫັນວ່າພຣະເຈົ້າສູງສົ່ງ, ແຕ່ພຣະອົງຖ່ອມຕົວ ແລະ ຄວາມລີ້ລັບ ແລະ ສາມາດກາຍເປັນຜູ້ຕ່ຳຕ້ອຍທີ່ສຸດໄດ້. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້, ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ຂຶ້ນຢູ່ກັບຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນຊ່ວງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ແມ່ນຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ. ໃນຊ່ວງຍຸກຂອງພຣະເຢຊູແມ່ນບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ແລະ ພວກເຂົາບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ, ນີ້ຄືຄວາມລຳບາກຍາກແຄ້ນທີ່ຖືກເວົ້າເຖິງ. ໃນປັດຈຸບັນ ພຣະເຈົ້າກ່າວເພື່ອເຮັດໃຫ້ເກີດຄວາມເຊື່ອ, ຄວາມຮັກ, ການຍອມຮັບຄວາມທົນທຸກ ແລະ ຄວາມອ່ອນນ້ອມໃນຜູ້ຄົນເຫຼົ່ານີ້. ພຣະທຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແມ່ນຖືກກ່າວໂດຍອີງຕາມທຳມະຊາດ-ແກ່ນແທ້ຂອງມະນຸດ, ອີງຕາມການປະພຶດຂອງມະນຸດ ແລະ ອີງຕາມສິ່ງທີ່ມະນຸດຄວນເຂົ້າສູ່ໃນປັດຈຸບັນ. ພຣະທຳຂອງພຣະອົງທັງຂຶ້ນຢູ່ກັບຄວາມເປັນຈິງ ແລະ ທຳມະດາ: ພຣະອົງບໍ່ໄດ້ກ່າວເຖິງອະນາຄົດ ຫຼື ພຣະອົງບໍ່ໄດ້ຫັນເບິ່ງໃນອະດີດ; ພຣະອົງພຽງແຕ່ກ່າວເຖິງສິ່ງທີ່ຄວນເຂົ້າເຖິງ, ການນໍາໄປປະຕິບັດ ແລະ ການເຂົ້າໃຈໃນປັດຈຸບັນເທົ່ານັ້ນ. ຖ້າໃນຊ່ວງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງປອມທີ່ຖືກສ້າງຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ເຊິ່ງເປັນການຮຽນແບບພຣະເຢຊູ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ: ພັນທະສັນຍາເດີມໄດ້ທຳນາຍການມາຂອງພຣະເມຊີອາ, ແຕ່ຜົນຮັບຂອງຄຳທຳນາຍນີ້ແມ່ນການມາຂອງພຣະເຢຊູ. ສິ່ງນີ້ໄດ້ເກີດຂຶ້ນແລ້ວ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ແຕ່ລະຊື່ກໍອະທິບາຍລັກສະນະຂອງຍຸກນັ້ນໆ. ໃນແນວຄວາມຄິດຂອງມະນຸດ, ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ. ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນຊ່ວງຍຸກສຸດທ້າຍ, ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ, ພຣະເຈົ້າກໍຈະປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້. ເປັນຫຍັງພາລະກິດຂອງພຣະເຈົ້າໃນປັດຈຸບັນຈຶ່ງແຕກຕ່າງຈາກພາລະກິດຂອງພຣະເຢຊູ? ເປັນຫຍັງພຣະເຈົ້າໃນປັດຈຸບັນຈຶ່ງບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ, ບໍ່ຂັບໄລ່ຜີຮ້າຍ ແລະ ບໍ່ຮັກສາຄົນປ່ວຍ? ຖ້າພາລະກິດຂອງພຣະເຈົ້າເປັນແບບດຽວກັນກັບພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ, ພຣະອົງຈະສາມາດຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະຄຸນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດໄດ້ບໍ? ໃນຍຸກແຫ່ງພຣະບັນຍັດ, ຖ້າພຣະເຢຊູເຂົ້າໄປໃນວິຫານ ແລະ ຮັກສາວັນສະບາໂຕ, ກໍຈະບໍ່ມີໃຜຂົ່ມເຫັງພຣະອົງ ແລະ ໝົດທຸກຄົນກໍຈະຮັບເອົາພຣະອົງ. ຖ້າເປັນດັ່ງນັ້ນ, ພຣະອົງຈະສາມາດຖືກຄຶງໄວ້ທີ່ໄມ້ກາງແຂນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດໄດ້ບໍ? ແມ່ນຫຍັງຄືຈຸດສຳຄັນ ຖ້າພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຄືກັບພຣະເຢຊູ? ມີພຽງການປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍເທົ່ານັ້ນ ເຊິ່ງເປັນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະອົງ, ມະນຸດຈຶ່ງຈະສາມາດຮັບຄວາມຮູ້ຢ່າງເລິກເຊິ່ງຍິ່ງຂຶ້ນກ່ຽວກັບພຣະເຈົ້າ ແລະ ມີພຽງວິທີນີ້ເທົ່ານັ້ນ ແຜນການຄຸ້ມຄອງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ