ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 141
08 ເດືອນກໍລະກົດ 2025
ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ, ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດບ່ອນທີ່ຖືກຄອບງຳໂດຍພຣະເຈົ້າທີ່ເລື່ອນລອຍ ທີ່ຢູ່ໃນແນວຄວາມຄິດຂອງມະນຸດ ເພື່ອວ່າຈະບໍ່ມີພາບຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງມະນຸດອີກຕໍ່ໄປ. ໂດຍຜ່ານພຣະທຳ ແລະ ພາລະກິດທີ່ຂຶ້ນຢູ່ກັບຄວາມເປັນຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ ແລະ ພາລະກິດທີ່ຂຶ້ນກັບຄວາມເປັນຈິງຢ່າງພິເສດ ແລະ ປົກກະຕິທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.
ສິ່ງທີ່ພວກເຈົ້າຕ້ອງຮູ້:
1. ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ເກີນທຳມະຊາດ ແລະ ພວກເຈົ້າບໍ່ຄວນເຊື່ອງຊ້ອນແນວຄວາມຄິດຕ່າງໆກ່ຽວກັບພາລະກິດຂອງພຣະອົງ.
2. ພວກເຈົ້າຕ້ອງເຂົ້າໃຈຈຸດສໍາຄັນຂອງພາລະກິດທີ່ພຣະເຈົ້າຜູ້ມາບັງເກີດເປັນມະນຸດໄດ້ລົງມາເພື່ອປະຕິບັດໃນເວລານີ້.
ພຣະອົງບໍ່ໄດ້ມາເພື່ອຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ ຫຼື ເພື່ອເຮັດການອັດສະຈັນຕ່າງໆ ແລະ ພຣະອົງບໍ່ໄດ້ມາເພື່ອເຜີຍແຜ່ຂ່າວປະເສີດແຫ່ງການກັບໃຈ ຫຼື ເພື່ອມອບຄວາມລອດພົ້ນໃຫ້ກັບມະນຸດ. ນັ້ນກໍຍ້ອນວ່າ ພຣະເຢຊູໄດ້ສໍາເລັດພາລະກິດນີ້ແລ້ວ ແລະ ພຣະເຈົ້າຈະບໍ່ກະທໍາຊໍ້າພາລະກິດແບບດຽວກັນ. ໃນປັດຈຸບັນ ພຣະເຈົ້າລົງມາເພື່ອນໍາຈຸດຈົບມາສູ່ຍຸກແຫ່ງພຣະຄຸນ ແລະ ຍົກເລີກການປະຕິບັດທຸກຢ່າງຂອງຍຸກແຫ່ງພຣະຄຸນ. ພຣະເຈົ້າທີ່ແທ້ຈິງໄດ້ລົງມາເພື່ອສະແດງວ່າພຣະອົງເປັນພຣະເຈົ້າທີ່ຂຶ້ນຢູ່ກັບຄວາມເປັນຈິງ. ເມື່ອພຣະເຢຊູມາ, ພຣະອົງກ່າວພຣະທຳພຽງເລັກນ້ອຍ; ສິ່ງທີ່ສຳຄັນກໍຄື ພຣະອົງສະແດງການອັດສະຈັນ, ເຮັດໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ ແລະ ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຫຼື ບໍ່ດັ່ງນັ້ນ ພຣະອົງກໍຈະກ່າວຄຳທຳນາຍເພື່ອຊັກຈູງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາເຫັນວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ແລະ ພຣະອົງບໍ່ມີຄວາມຮູ້ສຶກທາງເນື້ອໜັງ. ໃນທີ່ສຸດແລ້ວ, ພຣະອົງສໍາເລັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ. ພຣະເຈົ້າແຫ່ງຍຸກປັດຈຸບັນບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ພຣະອົງບໍ່ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ເມື່ອພຣະເຢຊູມາ, ພາລະກິດທີ່ພຣະອົງປະຕິບັດແມ່ນພຽງສະແດງເຖິງສ່ວນໜຶ່ງຂອງພຣະເຈົ້າ ແຕ່ປັດຈຸບັນນີ້ ພຣະເຈົ້າແມ່ນມາເພື່ອປະຕິບັດຂັ້ນຕອນຂອງພາລະກິດທີ່ກໍານົດໄວ້ທັງໝົດ ຍ້ອນພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ; ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ດ້ວຍເຫດນີ້ ທຸກສິ່ງທີ່ເຈົ້າເຫັນໃນປັດຈຸບັນແມ່ນພຣະທຳ ແລະ ພາລະກິດຂອງພຣະເຈົ້າທີ່ແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ