ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 122

21 ເດືອນເມສາ 2021

ຫົກຊ່ວງເວລາໃນຊີວິດມະນຸດ

ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ ເຊິ່ງກຳນົດໂຊກຊະຕາໃນຊີວິດຂອງຄົນໃດໜຶ່ງ. ຕໍ່ໄປແມ່ນບົດຄວາມອະທິບາຍຫຍໍ້ກ່ຽວກັບເຄື່ອງໝາຍນຳທາງເຫຼົ່ານີ້ ທີ່ທຸກຄົນຕ້ອງໄດ້ຜ່ານໃນຊ່ວງເວລາແຫ່ງຊີວິດ.

ຊ່ວງເວລາທີໜຶ່ງ: ເກີດ

ບ່ອນທີ່ຄົນເກີດ, ພວກເຂົາເກີດໃນຄອບຄົວໃດ, ເພດ, ຮູບລັກສະນະ ແລະ ເວລາເກີດຕ່າງໆ. ທັງໝົດນີ້ແມ່ນລາຍລະອຽດກ່ຽວກັບຊ່ວງເວລາທຳອິດຂອງຊີວິດຄົນ.

ບໍ່ມີໃຜອາດເລືອກລາຍລະອຽດທີ່ແນ່ນອນຂອງຊ່ວງເວລານີ້ໄດ້; ທັງໝົດໄດ້ຖືກກຳນົດໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ ໂດຍພຣະຜູ້ຊົງສ້າງ. ພວກມັນບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກແຕ່ຢ່າງໃດເລີຍ ແລະ ບໍ່ມີປັດໃຈໃດທີ່ມະນຸດສ້າງຂຶ້ນສາມາດປ່ຽນແປງຄວາມຈິງເຫຼົ່ານີ້ໄດ້ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແລ້ວ. ການທີ່ຄົນໆໜຶ່ງເກີດມາ ໝາຍຄວາມວ່າ ພຣະຜູ້ຊົງສ້າງໄດ້ສໍາເລັດບາດກ້າວທຳອິດແຫ່ງໂຊກຊະຕາທີ່ພຣະອົງໄດ້ຈັດແຈງໄວ້ສຳລັບຄົນໆນັ້ນແລ້ວ. ຍ້ອນວ່າພຣະອົງໄດ້ກຳນົດລາຍລະອຽດທັງໝົດເຫຼົ່ານີ້ໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ, ບໍ່ມີໃຜມີອຳນາດປ່ຽນແປງພວກມັນໄດ້. ບໍ່ວ່າໂຊກຊະຕາຂອງຄົນຈະເປັນແນວໃດກໍຕາມ, ເງື່ອນໄຂການເກີດຂອງຄົນແມ່ນໄດ້ຖືກກໍານົດໄວ້ລ່ວງໜ້າແລ້ວ ແລະ ຍັງຄົງເປັນແບບນັ້ນຕະຫຼອເດໄປ; ພວກມັນບໍ່ໄດ້ຮັບອິດທິພົນໃດໆຈາກໂຊກຊະຕາຂອງຄົນໃດໜຶ່ງໃນຊີວິດ ແລະ ບໍ່ມີຜົນກະທົບຫຍັງຕໍ່ອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງຕໍ່ໂຊກຊະຕາຊີວິດຂອງຄົນ.

1. ຊີວິດໃໝ່ໄດ້ເກີດຂຶ້ນຈາກແຜນການຂອງພຣະຜູ້ຊົງສ້າງ

ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ເວລາເກີດ, ລາຍລະອຽດອັນໃດຂອງຊ່ວງເວລາທໍາອິດທີ່ຄົນສາມາດເລືອກໄດ້ແດ່? ເຫັນໄດ້ຢ່າງຊັດເຈນວ່າ ການເກີດແມ່ນເຫດການທີ່ເລືອກບໍ່ໄດ້. ຄົນໜຶ່ງເກີດມາໂດຍບໍ່ມີທາງເລືອກວ່າຈະເກີດ ຢູ່ສະຖານທີ່ໃດໜຶ່ງ, ໃນຄອບຄົວໃດໜຶ່ງ ແລະ ໃນຮູບລັກສະນະໃດໜຶ່ງ; ຄົນໆໜຶ່ງກາຍເປັນສະມາຊິກຂອງຄົວເຮືອນໃດໜຶ່ງ ແລະ ເປັນເຊື້ອສາຍຂອງວົງຕະກຸນໃດໜຶ່ງໂດຍບໍ່ມີທາງເລືອກ. ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລາທຳອິດນີ້, ກົງກັນຂ້າມ ພວກເຂົາໄດ້ເກີດມາໃນສະພາບແວດລ້ອມທີ່ຖືກກຳນົດໄວ້ຕາມແຜນການຂອງພຣະຜູ້ຊົງສ້າງ, ເຊິ່ງກໍານົດໃຫ້ເກີດໃນສະເພາະຄອບຄົວໃດໜຶ່ງ ພ້ອມກັບເພດ ແລະ ຮູບລັກສະນະສະເພາະໂຕ ແລະ ໃນເວລາໃດໜຶ່ງທີ່ເຊື່ອມໂຍງກັນຢ່າງໃກ້ຊິດກັບເສັ້ນທາງຊີວິດຂອງຄົນໆໜຶ່ງ. ຜູ້ຄົນສາມາເຮັດຫຍັງໄດ້ແດ່ໃນຊ່ວງເວລາທີ່ສໍາຄັນນີ້? ໂດຍລວມແລ້ວ ຜູ້ຄົນແມ່ນບໍ່ມີທາງເລືອກຕໍ່ລາຍລະອາດເຫຼົ່ານີ້ທີ່ກ່ຽວຂ້ອງກັບການເກີດຂອງຄົນ. ຖ້າບໍ່ແມ່ນຍ້ອນການກໍານົດລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ຍ້ອນການນຳທາງຂອງພຣະອົງ ຊີວິດເກີດໃໝ່ໃນໂລກນີ້ກໍຈະບໍ່ຮູ້ວ່າຈະໄປໃສ ຫຼື ພັກເຊົາຢູ່ໃສ, ບໍ່ມີຄອບຄົວ, ບໍ່ຜຸກພັນກັບສະຖານທີ່ໃດ ແລະ ບໍ່ມີເຮືອນເປັນຫຼັກ. ແຕ່ຍ້ອນການຈັດແຈງຢ່າງລະອຽດຂອງພຣະຜູ້ຊົງສ້າງ ຊີວິດໃໜ່ນີ້ຈິ່ງມີບ່ອນອາໄສ, ມີພໍ່ແມ່, ມີບ່ອນຜູກພັນ, ມີຍາດພີ່ນ້ອງ ແລະ ດ້ວຍເຫດນີ້ຊີວິດຈິ່ງດໍາເນີນໄປຕາມເສັ້ນທາງຂອງມັນ. ຕະຫຼອດຂະບວນການນີ້, ການສ້າງຊີວິດໃໝ່ໃຫ້ເປັນຮູບປະທໍາແມ່ນຖືກກຳນົດໂດຍແຜນການຂອງພຣະຜູ້ຊົງສ້າງ ແລະ ທຸກສິ່ງທີພວກເຂົາມີ ແມ່ນຖືກປະທານໃຫ້ໂດຍພຣະຜູ້ຊົງສ້າງ. ຈາກຮ່າງກາຍທີ່ລ່ອງລອຍບໍ່ມີຫຍັງ ຈົນກາຍເປັນຊື່, ຄ່ອຍໆກາຍເປັນເລືອດເນື້ອທີ່ສາມາດເບິ່ງເຫັນໄດ້, ກາຍເປັນມະນຸດທີ່ຈັບຕ້ອງໄດ້, ເປັນສິ່ງຊົງສ້າງປະເທດໜຶ່ງຂອງພຣະເຈົ້າ ທີ່ສາມາດຄິດ, ຫາຍໃຈ ແລະ ສາມາດສຳຜັດເຖິງຄວາມອົບອຸ່ນ ແລະ ຄວາມໜາວໄດ້; ຜູ້ທີ່ສາມາດເຂົ້າຮ່ວມໃນທຸກກິດຈະກຳປົກກະຕິຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນໃນໂລກວັດຖຸ; ແລະ ຜູ້ທີ່ຈະຜ່ານຜ່າທຸກສິ່ງທີ່ມະນຸດຕ້ອງປະສົບໃນຊີວິດ. ການກໍານົດໄວ້ລ່ວງໜ້າກ່ຽວກັບການເກີດຂອງຄົນໆໜຶ່ງໂດຍພຣະເຈົ້າໝາຍຄວາມວ່າ ພຣະອົງຈະປະທານທຸກສິ່ງທີ່ຈຳເປັນເພື່ອການເອົາຊີວິດລອດໃຫ້ກັບຄົນໆນັ້ນ; ແລະ ເຊັ່ນດຽວກັນຄວາມຈິງແລ້ວ ຄົນທີ່ເກີດມາ ໝາຍເຖິງພວກເຂົາຈະໄດ້ຮັບທຸກສິ່ງທີ່ຈຳເປັນສຳລັບການເອົາຊີວິດລອດຈາກພຣະຜູ້ຊົງສ້າງ ແລະ ນັບແຕ່ຈຸດນັ້ນໄປ ພວກເຂົາກໍຈະມີຊີວິດຢູ່ໃນອີກຮູບແບບໜຶ່ງເຊິ່ງຈັດແຈງໃຫ້ໂດຍພຣະຜູ້ຊົງສ້າງ ແລະ ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ.

2. ເປັນຫຍັງມະນຸດແຕ່ລະຄົນຈິ່ງເກີດໃນສະພາບທີ່ແຕກຕ່າງກັນ

ຄົນມັກຈິນຕະນາການວ່າ ຖ້າພວກເຂົາໄດ້ເກີດໃໝ່ ແມ່ນຈະໄດ້ເກີດໃນຄອບຄົວທີ່ມີຊື່ສຽງ; ຖ້າພວກເຂົາເກີດເປັນຜູ້ຍິງ ພວກເຂົາກໍ່ຈະຄືກັບນາງສະໂນໄວ້ ແລະ ເປັນທີ່ຮັກຂອງທຸກຄົນ ແລະ ຖ້າພວກເຂົາເປັນຜູ້ຊາຍ ພວກເຂົາກໍຈະເປັນເຈົ້າຊາຍຮູບງາມ ບໍ່ຕ້ອງການຫຍັງ ເພາະໂລກທັງໝົດຢູ່ໃນຄໍາສັ່ງຂອງພວກເຂົາຢູ່ແລ້ວ. ຍັງມີຜູ້ທີ່ມັກດຳລົງຊີວິດຢູ່ພາຍໃຕ້ພາບລວງຕາຕ່າງໆກ່ຽວກັບການເກີດຂອງຕົນເອງ ແລະ ບໍ່ພໍໃຈກັບມັນຢ່າງແຮງ, ກຽດຊັງຄອບຄົວ, ຊັງຮູບລັກສະນະ ແລະ ເພດຂອງຕົນເອງ ແລະ ກຽດຊັງແມ່ນແຕ່ເວລາເກີດຂອງພວກເຂົາເອງ. ແຕ່ຄົນບໍ່ເຄີຍເຂົ້າໃຈວ່າເປັນຫຍັງພວກເຂົາຈິ່ງເກີດຢູ່ໃນສະເພາະຄອບຄົວໃດໜືງ ຫຼື ເປັນຫຍັງພວກເຂົາຈິ່ງມີຮູບລັກສະນະສະເພາະໃດໜຶ່ງ. ພວກເຂົາບໍ່ຮູ້ເລີຍວ່າ ບໍ່ວ່າພວກເຂົາຈະເກີດຢູ່ໃສ ຫຼື ພວກເຂົາມີຮູບລັກສະນະແບບໃດກໍ່ຕາມ, ພວກເຂົາຕ້ອງຫຼິ້ນບົດບາດຕ່າງໆ ແລະ ປະຕິບັດພາລະກິດຫຼາຍຢ່າງໃນການຄຸ້ມຄອງຂອງພຣະຜູ້ຊົງສ້າງ ແລະ ວັດຖຸປະສົງນີ້ຈະບໍ່ມີວັນປ່ຽນແປງເລີຍ. ໃນສາຍຕາຂອງພຣະຜູ້ຊົງສ້າງ, ສະຖານທີ່ທີ່ຄົນໆໜຶ່ງເກີດ, ເພດ ແລະ ຮູບຮ່າງລັກສະນະຂອງເຂົາເປັນພຽງສິ່ງຊົ່ວຄາວທັງນັ້ນ, ພວກມັນແມ່ນເສດສ່ວນນ້ອຍໆ ແລະ ເປັນສັນຍາລັກນ້ອຍໆທີ່ຢູ່ໃນແຕ່ລະໄລຍະຂອງການຄຸ້ມຄອງຂອງພຣະອົງຕໍ່ມະນຸດຊາດທັງມວນ. ຈຸດໝາຍປາຍທາງທີ່ແທ້ຈິງ ແລະ ຜົນໄດ້ຮັບຂອງຄົນໆໜຶ່ງບໍ່ໄດ້ຖືກກຳນົດໂດຍການເກີດຂອງພວກເຂົາໃນໄລຍະເວລາໃດໜຶ່ງ ແຕ່ຖືກກຳນົດໂດຍພາລະກິດທີ່ພວກເຂົາປະຕິບັດໃນຊີວິດຂອງພວກເຂົາ ແລະ ໂດຍການພິພາກສາຂອງພຣະຜູ້ຊົງສ້າງຕໍ່ພວກເຂົາ ເມື່ອແຜນການຄຸ້ມຄອງຂອງພຣະອົງສຳເລັດລົງ.

ເວົ້າໄດ້ວ່າ ມີເສເຫດໃນທຸກຜົນກະທົບ ແລະ ບໍ່ມີຜົນກະທົບໃດທີ່ບໍ່ມີສາເຫດ. ດັ່ງນັ້ນ, ການເກີດຂອງຄົນເຮົາຈຳເປັນຕ້ອງເຊື່ອມໂຍງກັນລະຫວ່າງຊີວິດປັດຈຸບັນ ແລະ ຊີວິດທີ່ຜ່ານມາ. ຖ້າຄວາມຕາຍຂອງຄົນໆໜຶ່ງຄືຈູດຈົບຂອງຊີວິດປັດຈຸບັນ ແລ້ວການເກີດຂອງຄົນກໍຄືຈຸດເລີ້ມຕົ້ນຂອງວົງຈອນໃໝ່; ຖ້າວົງຈອນເກົ່າສະແດງເຖິງຊີວິດທີ່ຜ່ານມາຂອງຄົນໆໜຶ່ງ ວົງຈອນໃໝ່ກໍຄືຊີວິດປັດຈຸບັນຂອງພວກເຂົາຢ່າງແນ່ນອນ. ເນື່ອງຈາກວ່າການເກີດຂອງຄົນແມ່ນຕີດພັນກັບຊີວິດໃນອະດີດ ແລະ ຊີວິດໃນປັດຈຸບັນ. ເຊັ່ນດຽວກັນ ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ອື່ນໆທີ່ກ່ຽວພັນກັບການເກີດຂອງຄົນໆໜຶ່ງລ້ວນແລ້ວແຕ່ກ່ຽວຂ້ອງກັບຊີວິດໃນອະດີດ ແລະ ປັດຈຸບັນ. ນີ້ໝາຍຄວາມວ່າ ປັດໃຈຕ່າງໆກ່ຽວກັບການເກີດຂອງຄົນ ບໍ່ພຽງແຕ່ມີອິດທິພົນມາຈາກຊີວິດທີ່ຜ່ານມາເທົ່ານັ້ນ ແຕ່ຍັງຖືກກຳນົດໂດຍຊະຕາກຳໃນຊີວິດປັດຈຸບັນຂອງເຂົາອີກດ້ວຍ ເຊິ່ງເຮັດໃຫ້ຜູ້ຄົນເກີດໃນສະພາບທີ່ແຕກຕາງກັນ: ບາງຄົນເກີດໃນຄອບຄົວທີ່ທຸກຍາກ, ບາງຄົນເກີດໃນຄອບຄົວທີ່ຮັ່ງມີ. ບາງຄົນເປັນຄົນທໍາມະດາສາມັນ ໃນຂະນະທີ່ບາງຄົນມີເຊື້ອສາຍທີ່ມີຊື່ສຽງ. ບາງຄົນເກີດຢູ່ພາກໃຕ້ ແລະ ບາງຄົນເກີດຢູ່ພາກເໜືອ. ບາງຄົນເກີດຢູ່ທະເລຊາຍ ສ່ວນຄົນອື່ນໆເກີດຢູ່ດິນແດນທີ່ຂຽວງາມ. ບາງຄົນເກີດມາພ້ອມກັບສຽງເຊຍ, ສຽງຫົວ ແລະ ການສະເຫຼີມສະຫຼອງ ສ່ວນບາງຄົນເກີດມາພ້ອມກັບນ້ຳຕາ, ຄວາມຫາຍຍະນະ ແລະ ຄວາມຈິບຫາຍ. ບາງຄົນເກີດມາເພື່ອຖະໜຸຖະໜອມ ສ່ວນບາງຄົນເກີດມາເພື່ອຖືກປະຖິ້ມຄືກັບຕົ້ນຫຍ້າ. ບາງຄົນເກີດມາພ້ອມກັບຄຸນສົມບັດທີ່ດີ ສ່ວນບ່າງຄົນຄົດໂກງ. ບາງຄົນໜ້າຮັກເປັນຕາແຍງ ສ່ວນບາງຄົນຂີ້ເຮິ. ບາງຄົນເກີດຕອນທ່ຽງຄືນ ບາງຄົນເກີດພາຍໃຕ້ແສງຕາເວັນຍາມທ່ຽງ... ການເກີດຂອງຄົນທຸກປະເພດລ້ວນແລ້ວແຕ່ຖືກກຳນົດໂດຍໂຊກຊະຕາທີ່ພຣະຜູ້ຊົງສ້າງມີໄວ້ສໍາລັບພວກເຂົາ; ການເກີດຂອງພວກເຂົາກຳນົດໂຊກຊະຕາໃນຊີວິດປັດຈຸບັນຂອງພວກເຂົາ ພ້ອມທັງບົດບາດທີ່ພວກເຂົາຈະຫຼິ້ນ ແລະ ພາລະກິດທີ່ພວກເຂົາຈະປະຕິບັດ. ທັງໝົດນີ້ແມ່ນຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງ; ບໍ່ມີໃຜສາມາດຫຼົບໜີຊະຕາກໍາຂອງຕົນເອງໄດ້, ບໍ່ມີໃຜສາມາດປ່ຽນແປງການເກີດຂອງຕົວເອງໄດ້ ແລະ ບໍ່ມີໃຜສາມາດເລືອກໂຊກຊະຕາຂອງຕົວເອງໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ