ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 6

02 ເດືອນກັນຍາ 2020

ຄວາມເຊື່ອຂອງຜູ້ຄົນບໍ່ສາມາດແທນທີ່ຄວາມຈິງໄດ້

ບາງຄົນສາມາດທົນກັບຄວາມລຳບາກ, ສາມາດຈ່າຍລາຄາ, ປະພຶດທາງພາຍນອກໄດ້ເປັນຢ່າງດີ, ເປັນທີ່ນັບຖື ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນໆ. ພວກເຈົ້າຈະເວົ້າວ່າພຶດຕິກຳພາຍນອກແບບນີ້ສາມາດຖືວ່າເປັນການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ສາມາດກຳນົດໄດ້ບໍວ່າ ຄົນດັ່ງກ່າວກຳລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ເປັນຫຍັງຜູ້ຄົນຈຶ່ງເຫັນຄົນດັ່ງກ່າວ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ພຣະເຈົ້າພໍໃຈຄັ້ງແລ້ວຄັ້ງເລົ່າ, ຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍຶດໝັ້ນກັບວິທີທາງຂອງພຣະເຈົ້າ? ເປັນຫຍັງບາງຄົນຈຶ່ງຄິດແບບນີ້? ມີພຽງການອະທິບາຍດຽວສຳລັບສິ່ງນັ້ນ. ແມ່ນຫຍັງຄືການອະທິບາຍນັ້ນ? ມັນກໍຄື ສຳລັບຄົນຈຳນວນຫຼວງຫຼາຍແລ້ວ, ຄຳຖາມບາງຢ່າງ ເຊັ່ນວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງຫຍັງ, ການເຮັດໃຫ້ພຣະເຈົ້າພໍໃຈໝາຍເຖິງຫຍັງ ແລະ ການມີຄວາມເປັນຈິງຢ່າງແທ້ຈິງໝາຍເຖິງຫຍັງ, ທຸກສິ່ງເຫຼົ່ານີ້ບໍ່ຈະແຈ້ງ. ສະນັ້ນຈຶ່ງມີບາງຄົນທີ່ຖືກຫຼອກລວງໂດຍຄົນທີ່ພາຍນອກເບິ່ງຄືເຫຼື້ອມໃສ, ປະເສີດ, ສູງສົ່ງ ແລະ ຍິ່ງໃຫຍ່. ແຕ່ສຳລັບຄົນທີ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີຢ່າງຄ່ອງແຄ່ວ ແລະ ຄົນທີ່ມີຄຳເວົ້າ ແລະ ການກະທຳເບິ່ງຄືສົມຄວນແກ່ການຍ້ອງຍໍ, ຄົນທີ່ຖືກຫຼອກລວງໂດຍຜູ້ຄົນເຫຼົ່ານັ້ນແມ່ນບໍ່ເຄີຍຫຼຽວເບິ່ງແກ່ນແທ້ຂອງການກະທຳຂອງພວກເຂົາ, ບໍ່ເບິ່ງຫຼັກການທີ່ຢູ່ເບື້ອງຫຼັງຂອງພວກເຂົາ ຫຼື ເປົ້າໝາຍຂອງພວກເຂົາຄືຫຍັງຈັກເທື່ອ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເບິ່ງວ່າຜູ້ຄົນເຫຼົ່ານີ້ຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ຫຼື ພວກເຂົາບໍ່ເຄີຍກຳນົດວ່າຜູ້ຄົນເຫຼົ່ານີ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍແຍກແຍະແກ່ນແທ້ຂອງຄວາມເປັນມະນຸດຂອງຜູ້ຄົນເຫຼົ່ານີ້. ກົງກັນຂ້າມ, ຕັ້ງແຕ່ເລີ່ມຈາກຂັ້ນຕອນທຳອິດໃນການລຶ້ງເຄີຍກັບພວກເຂົາ, ພວກເຂົາພາກັນນັບຖື ແລະ ເຄົາລົບຜູ້ຄົນເຫຼົ່ານີ້ເທື່ອລະໜ້ອຍ ແລະ ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ກໍກາຍມາເປັນພະທຽມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ໃນຄວາມຄິດຂອງບາງຄົນ, ພະທຽມທີ່ພວກເຂົານະມັດສະການ ແລະ ຜູ້ຄົນທີ່ພວກເຂົາເຊື່ອສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ຜູ້ທີ່ ໃນທາງຜິວເຜີນແລ້ວ ເບິ່ງຄືວ່າສາມາດຈ່າຍລາຄາໄດ້, ກໍແມ່ນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ ແລະ ຄົນທີ່ສາມາດບັນລຸຜົນຮັບ ແລະ ຈຸດໝາຍປາຍທາງທີ່ດີຢ່າງແທ້ຈິງ. ໃນຄວາມຄິດຂອງພວກເຂົາ, ພະທຽມເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຍົກຍ້ອງ. ແມ່ນຫຍັງເຮັດໃຫ້ພວກເຂົາເຊື່ອໃນສິ່ງດັ່ງກ່າວ? ແມ່ນຫຍັງຄືແກ່ນແທ້ຂອງເລື່ອງນີ້? ແມ່ນຫຍັງຄືຜົນຕາມມາ? ກ່ອນອື່ນ ໃຫ້ພວກເຮົາສົນທະນາກ່ຽວກັບເລື່ອງແກ່ນແທ້ຂອງມັນກ່ອນ.

ແທ້ຈິງແລ້ວ, ເລື່ອງຕ່າງໆເຫຼົ່ານີ້ທີ່ກ່ຽວຂ້ອງກັບທັດສະນະຂອງຜູ້ຄົນ, ວິທີການປະຕິບັດຂອງພວກເຂົາ, ຫຼັກການປະຕິບັດທີ່ພວກເຂົາເລືອກປະຕິບັດ ແລະ ສິ່ງທີ່ພວກເຂົາແຕ່ລະຄົນມັກໃສ່ໃຈ ກໍບໍ່ມີຫຍັງກ່ຽວຂ້ອງກັບການທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ບໍ່ວ່າຜູ້ຄົນຈະໃສ່ໃຈກັບເລື່ອງຕື້ນໆ ຫຼື ເລື່ອງເລິກເຊິ່ງ ຫຼື ກ່ຽວກັບຕົວອັກສອນ ແລະ ທິດສະດີ ຫຼື ຄວາມເປັນຈິງ, ພວກເຂົາກໍບໍ່ໄດ້ຍຶດໝັ້ນກັບສິ່ງທີ່ພວກເຂົາຄວນຍຶດໝັ້ນຈົນເຖິງທີ່ສຸດ ຫຼື ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກເຂົາຄວນຮູ້ຈັກທີ່ສຸດ. ເຫດຜົນສຳລັບສິ່ງນີ້ກໍຄື ຜູ້ຄົນບໍ່ມັກຄວາມຈິງເລີຍ; ດັ່ງນັ້ນ ພວກເຂົາບໍ່ເຕັມໃຈທີ່ຈະໃຊ້ເວລາ ແລະ ຄວາມພະຍາຍາມເຂົ້າໃນການສະແຫວງຫາ ແລະ ການນໍາຫຼັກການປະຕິບັດທີ່ຄົ້ນພົບໃນຖ້ອຍຄຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ກົງກັນຂ້າມ ພວກເຂົາມັກໃຊ້ທາງລັດ ໂດຍສະຫຼຸບສິ່ງທີ່ພວກເຂົາເຂົ້າໃຈ ແລະ ຮູ້ຈັກວ່າເປັນການປະຕິບັດທີ່ດີ ແລະ ພຶດຕິກຳທີ່ດີ; ແລ້ວ ຂໍ້ສະຫຼຸບນີ້ກໍກາຍມາເປັນເປົ້າໝາຍຂອງພວກເຂົາເອງໃຫ້ສະແຫວງຫາ, ເຊິ່ງພວກເຂົາຮັບເອົາເປັນຄວາມຈິງໃນການປະຕິບັດ. ຜົນໂດຍກົງຂອງສິ່ງນີ້ກໍຄື ຜູ້ຄົນໃຊ້ພຶດຕິກຳທີ່ດີຂອງມະນຸດເປັນສິ່ງທົດແທນເພື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ ເຊິ່ງຍັງໄດ້ສະໜອງຄວາມປາຖະໜາຂອງພວກເຂົາໃນການປະຈົບປະແຈງພຣະເຈົ້າ. ສິ່ງນີ້ເຮັດໃຫ້ພວກເຂົາມີທຶນເພື່ອຕໍ່ຕ້ານກັບຄວາມຈິງ ເຊິ່ງພວກເຂົາຍັງໃຊ້ເພື່ອເປັນເຫດຜົນໃນການຕໍ່ຕ້ານພຣະເຈົ້າ. ໃນເວລາດຽວກັນ, ຜູ້ຄົນຍັງໄດ້ປະຖິ້ມພຣະເຈົ້າຢ່າງບໍ່ມີເຫດຜົນ, ແລ້ວຍົກພະທຽມທີ່ພວກເຂົານັບຖືນັ້ນຂຶ້ນແທນພຣະອົງ. ມີພຽງແຕ່ສາຍເຫດດຽວທີ່ເຮັດໃຫ້ຜູ້ຄົນມີການກະທຳ ແລະ ມີມຸມມອງທີ່ໂງ່ຈ້າ ຫຼື ຄວາມຄິດເຫັນ ແລະ ການປະຕິບັດດ້ານດຽວ ແລະ ໃນປັດຈຸບັນ ເຮົາຈະບອກພວກເຈົ້າກ່ຽວກັບສິ່ງນັ້ນ: ເຫດຜົນກໍຄື ເຖິງແມ່ນຜູ້ຄົນອາດຕິດຕາມພຣະເຈົ້າ, ອະທິຖານຫາພຣະອົງທຸກມື້ ແລະ ອ່ານຖ້ອຍຄຳຂອງພຣະອົງໃນແຕ່ລະມື້, ພວກເຂົາກໍບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ນີ້ຄືຕົ້ນຕໍຂອງບັນຫາ. ຖ້າບາງຄົນເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງລັງກຽດ, ສິ່ງທີ່ພຣະອົງຕ້ອງການ, ສິ່ງທີ່ພຣະອົງປະຕິເສດ, ຄົນປະເພດທີ່ພຣະອົງຮັກ, ຄົນປະເພດທີ່ພຣະອົງບໍ່ມັກ, ມາດຕະຖານທີ່ພຣະອົງໃຊ້ເມື່ອຮຽກຮ້ອງຈາກຜູ້ຄົນ ແລະ ວິທີການທີ່ພຣະອົງໃຊ້ເພື່ອເຮັດໃຫ້ພວກເຂົາສົມບູນ, ແລ້ວບຸກຄົນນັ້ນຍັງສາມາດມີຄວາມຄິດເຫັນສ່ວນຕົວຂອງພວກເຂົາເອງຢູ່ບໍ? ຜູ້ຄົນເຊັ່ນນີ້ສາມາດໄປ ແລະ ນະມັດສະການຄົນອື່ນໄດ້ແທ້ບໍ? ມະນຸດທຳມະດາສາມາດກາຍມາເປັນພະທຽມຂອງພວກເຂົາໄດ້ບໍ? ຜູ້ຄົນທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າຈະມີມຸມມອງທີ່ຂ້ອນຂ້າງສົມເຫດສົມຜົນຫຼາຍກວ່ານັ້ນ. ພວກເຂົາຈະບໍ່ນັບຖືບູຊາບຸກຄົນທີ່ເສື່ອມຊາມຕາມອຳເພີໃຈ ຫຼື ໃນຂະນະທີ່ກຳລັງຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ພວກເຂົາຈະບໍ່ເຊື່ອວ່າ ການຍຶດຕິດຢ່າງຫຼັບຫູຫຼັບຕາໃນກົດລະບຽບ ຫຼື ຫຼັກການທີ່ງ່າຍດາຍສອງສາມຢ່າງແມ່ນເທົ່າກັບການນຳຄວາມຈິງເຂົ້າສູ່ການປະຕິບັດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ