ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 1

19 ເດືອນຕຸລາ 2020

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ມະນຸດແຕ່ລະປະເພດ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້າກໍານົດທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ ທີ່ຢູ່ຄຽງຂ້າງເຈົ້າ, ຊີ້ນໍາຄວາມກ້າວໜ້າຂອງເຈົ້າ, ປັ້ນແຕ່ງຊະຕາກໍາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈພຣະເຈົ້າອົງນີ້ຫຼາຍສໍ່າໃດ. ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບສິ່ງທີ່ພຣະອົງໃຊ້ເປັນບ່ອນອີງໃນທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທາງທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິທີ່ພຣະອົງມີຕໍ່ຄວາມປະພິດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ເປັນທີ່ຮັກຂອງພຣະອົງ? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ ແນວຄິດທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ ແລະ ແກ່ນແທ້ຂອງພຣະອົງບໍ? ໃນທີ່ສຸດແລ້ວ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າອົງນີ້ ທີ່ເຈົ້າເຊື່ອ ແມ່ນພຣະເຈົ້າປະເພດໃດ? ຄໍາຖາມເຫຼົ່ານີ້ ແລະ ຄໍາຖາມປະເພດອື່ນໆ ແມ່ນສິ່ງທີ່ເຈົ້າບໍ່ເຄີຍເຂົ້າໃຈ ຫຼື ບໍ່ເຄີຍຄິດເຖິງມັນມາກ່ອນແມ່ນບໍ? ໃນການສະແຫວງຫາຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ເຈົ້າໄດ້ແກ້ໄຂຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າ ຜ່ານການຮູ້ຈັກຄຸນຄ່າ ແລະ ປະສົບການທີ່ແທ້ຈິງກັບພຣະທໍາຂອງພຣະເຈົ້າແລ້ວບໍ? ພາຍຫຼັງທີ່ໄດ້ຮັບການລົງວິໄນ ແລະ ການຕີສອນຂອງພຣະເຈົ້າ ເຈົ້າໄດ້ມາຮອດຈຸດແຫ່ງການເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງແລ້ວບໍ? ໃນທ່າມກາງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າໄດ້ມາຮູ້ຈັກກັບຄວາມກະບົດ ແລະ ທໍາມະຊາດທີ່ຄ້າຍຄືກັບຊາຕານຂອງມະນຸດ ແລະ ໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມສັກສິດຂອງພຣະເຈົ້າແລ້ວບໍ? ພາຍໃຕ້ການຊີ້ນໍາ ແລະ ຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ເຈົ້າໄດ້ເລີ່ມມີທັດສະນະຄະຕິໃໝ່ກ່ຽວກັບຊີວິດແລ້ວບໍ? ໃນທ່າມກາງການທົດລອງຂອງພຣະເຈົ້າ ເຈົ້າໄດ້ຮູ້ສຶກເຖິງຄວາມບໍ່ອົດທົນຂອງພຣະອົງທີ່ມີຕໍ່ການກະທໍາຜິດຂອງມະນຸດ ພ້ອມກັບສິ່ງທີ່ພຣະອົງຕ້ອງການຈາກເຈົ້າ ແລະ ວິທີທີ່ພຣະອົງຊ່ວຍເຈົ້າໃຫ້ລອດພົ້ນບໍ? ຖ້າເຈົ້າບໍ່ຮູ້ວ່າ ການເຂົ້າໃຈພຣະເຈົ້າຜິດແມ່ນຫຍັງ ຫຼື ບໍ່ຮູ້ວິທີແກ້ໄຂຄວາມເຂົ້າໃຈຜິດນີ້ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍມີການພົວພັນທີ່ແທ້ຈິງກັບພຣະເຈົ້າເລີຍ ແລະ ບໍ່ເຄີຍເຂົ້າໃຈພຣະເຈົ້າ ຫຼື ຢ່າງໜ້ອຍທີ່ສຸດ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍປາດຖະນາຢາກເຂົ້າໃຈພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ການລົງວິໄນ ແລະ ການຕີສອນຂອງພຣະເຈົ້າແມ່ນຫຍັງ ເຈົ້າກໍຈະບໍ່ຮູ້ຈັກວ່າ ການເຊື່ອຟັງ ແລະ ການເອົາໃຈໃສ່ແມ່ນຫຍັງຢ່າງແນ່ນອນ ຫຼື ຢ່າງໜ້ອຍທີ່ສຸດ ເຈົ້າແມ່ນບໍ່ເຄີຍເຊື່ອຟັງ ຫຼື ເອົາໃຈໃສ່ພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າບໍ່ເຄີຍປະສົບກັບການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າກໍຈະບໍ່ຮູ້ຈັກວ່າ ຄວາມສັກສິດຂອງພຣະອົງແມ່ນຫຍັງຢ່າງແນ່ນອນ ແລະ ເຈົ້າຍິ່ງຈະເຂົ້າໃຈໜ້ອຍວ່າ ແມ່ນຫຍັງຄືຄວາມກະບົດຂອງມະນຸດ. ຖ້າເຈົ້າບໍ່ເຄີຍມີທັດສະນະຄະຕິທີ່ຖືກຕ້ອງຕໍ່ຊີວິດຢ່າງແທ້ຈິງ ຫຼື ເປົ້າໝາຍທີ່ຖືກຕ້ອງໃນຊີວິດ ແຕ່ຍັງຢູ່ໃນສະພາບທີ່ສັບສົນ ແລະ ບໍ່ແນ່ໃຈກ່ຽວກັບເສັ້ນທາງໃນອະນາຄົດຂອງຊີວິດຂອງເຈົ້າ ຈົນເຖິງຂັ້ນລັງເລໃຈທີ່ຈະກ້າວໄປຂ້າງໜ້າ ກໍແນ່ນອນຢູ່ແລ້ວວ່າ ເຈົ້າແມ່ນບໍ່ເຄີຍໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍັງສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍຖືກສະໜອງ ແລະ ເຕີມເຕັມດ້ວຍພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າຍັງບໍ່ໄດ້ປະສົບກັບການທົດລອງຂອງພຣະເຈົ້າ ແນ່ນອນ ເຈົ້າຈະບໍ່ຮູ້ຈັກວ່າ ຄວາມບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດຂອງມະນຸດແມ່ນຫຍັງ ແລະ ເຈົ້າຈະບໍ່ເຂົ້າໃຈວ່າ ໃນທີ່ສຸດແລ້ວ ພຣະເຈົ້າແມ່ນຕ້ອງການຫຍັງຈາກເຈົ້າ ແລະ ຍິ່ງໄປກວ່ານັ້ນ ໃນທີ່ສຸດແລ້ວ ເຈົ້າຈະບໍ່ເຂົ້າໃຈວ່າ ພາລະກິດຂອງພຣະອົງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນແມ່ນຫຍັງ. ບໍ່ວ່າ ບຸກຄົນໃດໜຶ່ງຈະໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີກໍຕາມ ແຕ່ຖ້າເຂົາບໍ່ເຄີຍປະສົບ ຫຼື ເຫັນສິ່ງໃດໜຶ່ງໃນພຣະທໍາຂອງພຣະເຈົ້າ ເຂົາກໍບໍ່ໄດ້ຍ່າງຢູ່ເສັ້ນທາງສູ່ຄວາມລອດພົ້ນຢ່າງແນ່ນອນ, ຄວາມເຊື່ອຂອງເຂົາໃນພຣະເຈົ້າກໍຈະປາດສະຈາກເນື້ອຫາຕົວຈິງຢ່າງແນ່ນອນ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະສູນເປົ່າຢ່າງແນ່ນອນເຊັ່ນກັນ ແລະ ເຂົາກໍຈະບໍ່ຮູ້ວ່າ ການເຄົາລົບບູຊາພຣະເຈົ້ານັ້ນເປັນແບບໃດຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ