ຫ້ອງສົນທະນາຂ່າວປະເສີດແຫ່ງລາຊະອານາຈັກ, ຕອນທີ 2 : ບົດສຳພາດພິເສດກັບສິດຍາພິບານຄຣິສຊາວເວເນຊູເອລາ ຄາລອສ ກິລ

20 ກັນຍາ 2026

ຄາລອສ ກິລ ເປັນສິດຍາພິບານທີ່ຮັບໃຊ້ພຣະຜູ້ເປັນເຈົ້າໃນຄຣິສຕະຈັກຫຼາຍກວ່າຊາວປີ, ອະພິບານກຸ່ມຜູ້ເຊື່ອເກືອບໜຶ່ງຮ້ອຍຄົນ. ປະມານປີ 2017 ລາວສັງເກດເຫັນວ່າຄຣິສຕະຈັກນັບມື້ນັບເສື່ອມໂຊມຫຼາຍຂຶ້ນ. ຜູ້ເຊື່ອນອນຫຼັບໃນລະຫວ່າງການເຕົ້າໂຮມ, ຄວາມເຊື່ອຂອງພວກເຂົາຫຼຸດໜ້ອຍລົງ ແລະ ການເຕົ້າໂຮມກໍກາຍເປັນພຽງພິທີການ. ລາວພົບວ່າຕົນເອງບໍ່ມີຫຍັງຈະເທດສະໜາອີກ. ເພື່ອພະຍາຍາມປ່ຽນແປງສິ່ງຕ່າງໆ ລາວຈຶ່ງນຳພາຜູ້ເຊື່ອທ່ອງຈຳຂໍ້ພຣະຄຳພີ, ຖືສິນອົດອາຫານ ແລະ ອະທິຖານ ແລະ ເຝົ້າລະວັງຫຼາຍມື້ຕິດຕໍ່ກັນ. ຢ່າງໃດກໍຕາມ, ຄວາມພະຍາຍາມເຫຼົ່ານີ້ພັດບໍ່ໄດ້ຜົນ ເຊິ່ງເຮັດໃຫ້ລາວຍິ່ງສັບສົນ ແລະ ກັງວົນໃຈຫຼາຍຂຶ້ນ. ເມື່ອຜະເຊີນກັບຄວາມເສື່ອມໂຊມຂອງຄຣິສຕະຈັກ, ລາວໄດ້ອະທິຖານ ແລະ ຊອກຫາຄຳຕອບຢູ່ສະເໝີ. ລາວກໍໄດ້ເບິ່ງຮູບເງົາເລື່ອງໜຶ່ງໂດຍບັງເອີນ ແລະ ຊີວິດຂອງລາວກໍປ່ຽນໄປ...

02:13 ເສັ້ນທາງແຫ່ງຄວາມເຊື່ອ ແລະ ປະສົບການໃນຖານະສິດຍາພິບານ

04:22 ຄວາມເສື່ອມໂຊມຂອງຄຣິສຕະຈັກ ແລະ ຄວາມພະຍາຍາມໃນການຟື້ນຟູ

07:53 ສາເຫດທີ່ຄຣິສຕະຈັກເສື່ອມໂຊມ ແລະ ຈຸດປ່ຽນໃນຊີວິດ

33:24 ການເລືອກລະຫວ່າງສະຖານະ ແລະ ຄວາມຮັບຜິດຊອບ

46:28 ການປ່ຽນແປງ ແລະ ສິ່ງທີ່ໄດ້ຮັບໃນຊີວິດທາງຝ່າຍວິນຍານ

01:04:38 ການສັງເກດ ແລະ ຄວາມເຂົ້າໃຈຈາກການເທດສອນຂ່າວປະເສີດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ