ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 92

15 ເດືອນກໍລະກົດ 2025

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ. ພວກເຈົ້າທຸກຄົນແມ່ນເຊື້ອສາຍຂອງໂມອາບ; ເມື່ອພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນຕົວພວກເຈົ້າ, ມັນຄືຄວາມລອດພົ້ນອັນຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຝົ້າເບິ່ງພຣະເຈົ້າ, ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຂ້ຽນຕີ ແລະ ການພິພາກສາ, ພວກເຈົ້າໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງແທ້ໆ ນັ້ນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃນທຸກສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຮັກພວກເຈົ້າຢ່າງແທ້ຈິງ. ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ມັນເປັນຍ້ອນຄວາມຜິດບາບຂອງພວກເຈົ້າ, ພຣະອົງພິພາກສາພວກເຈົ້າ ເພື່ອວ່າພວກເຈົ້າຈະກວດສອບຕົນເອງ ແລະ ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ທັງໝົດນີ້ກໍເພື່ອຈຸດປະສົງໃນການເຮັດມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດຂອງພຣະອົງ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ບໍ່ມີຄວາມປາຖະໜາທີ່ຈະທຳລາຍມະນຸດທີ່ພຣະອົງສ້າງຂຶ້ນມາດ້ວຍມືຂອງພຣະອົງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ມາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດ; ນີ້ຍິ່ງບໍ່ແມ່ນຄວາມລອດພົ້ນບໍ? ຖ້າພຣະອົງກຽດຊັງພວກເຈົ້າ, ພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດັ່ງນັ້ນເພື່ອນໍາພາພວກເຈົ້າດ້ວຍຕົວພຣະອົງເອງບໍ? ເປັນຫຍັງພຣະອົງຈຶ່ງຕ້ອງທົນທຸກແບບນັ້ນ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຜູ້ຄົນກະບົດ ພຣະອົງຈຶ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ຖ້າບໍ່ສະນັ້ນ, ການຊ່ວຍພວກເຂົາໃຫ້ລອດພົ້ນກໍເປັນໄປບໍ່ໄດ້. ຍ້ອນພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດປະຈໍາວັນ ແລະ ເຖິງກັບບໍ່ຮູ້ວິທີການດຳລົງຊີວິດ ແລະ ຍ້ອນພວກເຈົ້າດໍາລົງຊີວິດຢູ່ໃນດິນແດນທີ່ຜິດສິນທໍາ ແລະ ຜິດບາບນີ້ ແລະ ພວກເຈົ້າເອງເປັນຜີຮ້າຍທີ່ຜິດສິນທຳ ແລະ ສົກກະປົກ, ພຣະອົງຈຶ່ງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຊົ່ວຊ້າລົງກວ່າເກົ່າ, ພຣະອົງບໍ່ສາມາດທົນເຫັນພວກເຈົ້າດໍາລົງຊີວິດໃນດິນແດນທີ່ສົກກະປົກນີ້ດັ່ງທີ່ພວກເຈົ້າເຮັດໃນຕອນນີ້, ຖືກຊາຕານຢຽບຢ່ຳຢ່າງຕາມໃຈ ແລະ ພຣະອົງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຕົກລົງສູ່ດິນແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາຄົນກຸ່ມນີ້ເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ, ມັນພຽງແຕ່ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ມັນເປັນພຽງວິທີການ, ວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້, ແລ້ວເຈົ້າກໍອາດຕ້ອງກັບໄປທີ່ໂລກຂອງເຈົ້າເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ເພີດເພີນກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ເພີດເພີນກັບພອນທັງໝົດເຫຼົ່ານີ້, ພອນທີ່ບໍ່ສາມາດພົບເຫັນໄດ້ບ່ອນໃດບ່ອນໜຶ່ງຢູ່ໃນໂລກມະນຸດ ແລະ ເພີດເພີນກັບຄວາມຮັກນີ້, ແລ້ວໃຫ້ເຮັດດີໆ: ຢູ່ໃນກະແສນີ້ເພື່ອຍອມຮັບພາລະກິດແຫ່ງການເອົາຊະນະ ເພື່ອວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ. ໃນມື້ນີ້ ເຈົ້າອາດທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການຫຼໍ່ຫຼອມ ຍ້ອນການພິພາກສາຂອງພຣະເຈົ້າ, ແຕ່ມີຄຸນຄ່າ ແລະ ຄວາມໝາຍໃນການທົນທຸກກັບຄວາມເຈັບປວດນີ້. ເຖິງແມ່ນວ່າຜູ້ຄົນຖືກຫຼໍ່ຫຼອມ ແລະ ຖືກເປີດໂປງໂດຍການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງໄຮ້ປານີ, ເປົ້າໝາຍກໍແມ່ນເພື່ອລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ, ລົງໂທດເນື້ອໜັງຂອງພວກເຂົາ, ບໍ່ມີຫຍັງໃນພາລະກິດນີ້ທີ່ມີເຈດຕະນາປະນາມເນື້ອໜັງໃຫ້ພັງທະລາຍ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິ ແລະ ທັງໝົດນີ້ແມ່ນສາມາດບັນລຸໄດ້ໂດຍຄວາມເປັນມະນຸດປົກກະຕິຂອງເຈົ້າ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນອີງຕາມຄວາມຕ້ອງການຂອງເຈົ້າ, ຕາມຄວາມອ່ອນແອຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ມີພາລະທີ່ບໍ່ສາມາດທົນໄດ້ຖືກວາງໃສ່ພວກເຈົ້າ. ສິ່ງນີ້ບໍ່ໄດ້ຊັດເຈນຕໍ່ເຈົ້າໃນປັດຈຸບັນ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ ແລະ ແນ່ນອນ ເຈົ້າເຊື່ອຢູ່ສະເໝີວ່າ ເຫດຜົນທີ່ເຮົາຂ້ຽນຕີ, ພິພາກສາ ແລະ ຕໍານິຕິເຕືອນເຈົ້າທຸກມື້ແມ່ນຍ້ອນເຮົາກຽດຊັງເຈົ້າ. ແຕ່ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ທົນທຸກແມ່ນການຂ້ຽນຕີ ແລະ ການພິພາກສາ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຄວາມຮັກສໍາລັບເຈົ້າ ແລະ ມັນຄືການປົກປ້ອງອັນຍິ່ງໃຫຍ່ທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລະກິດນີ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ມັນກໍຈະເປັນໄປບໍ່ໄດ້ທີ່ເຈົ້າຈະສືບຕໍ່ມີປະສົບການ. ຄວາມລອດພົ້ນນີ້ຄວນນໍາຄວາມສະບາຍໃຈມາສູ່ເຈົ້າ. ຢ່າປະຕິເສດທີ່ຈະມີສະຕິ. ເມື່ອໄດ້ມາໄກປານນີ້ແລ້ວ ຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະກໍຄວນເປັນທີ່ຊັດເຈນຕໍ່ເຈົ້າ ແລະ ເຈົ້າບໍ່ຄວນຍຶດຖືຄວາມຄິດເຫັນກ່ຽວກັບມັນໃນທາງໃດທາງໜຶ່ງອີກຕໍ່ໄປ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ