ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 88

17 ເດືອນມັງກອນ 2026

ໃນແນວຄິດດັ່ງເດີມຂອງມະນຸດ, ເຂົາເຊື່ອວ່າ ຄວາມຮັກຂອງພຣະເຈົ້າຄືພຣະຄຸນ, ຄວາມເມດຕາ ແລະ ຄວາມສົງສານຂອງພຣະອົງສຳລັບຄວາມອ່ອນແອຂອງມະນຸດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະແມ່ນຄວາມຮັກຂອງພຣະເຈົ້າເຊັ່ນກັນ, ພວກມັນກໍບໍ່ເປັນພຽງດ້ານໜຶ່ງ ແລະ ບໍ່ແມ່ນວິທີຫຼັກທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ. ບາງຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າຍ້ອນຄວາມເຈັບປ່ວຍ. ຄວາມເຈັບປ່ວຍນີ້ແມ່ນພຣະຄຸນທີ່ພຣະເຈົ້າມີຕໍ່ເຈົ້າ; ຫາກປາສະຈາກສິ່ງນີ້, ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມາໄກໄດ້ປານນີ້ ແລະ ສະນັ້ນ ແມ່ນແຕ່ພຣະຄຸນນີ້ກໍເປັນຄວາມຮັກຂອງພຣະເຈົ້າ. ໃນສະໄໝແຫ່ງຄວາມເຊື່ອໃນພຣະເຢຊູ, ຜູ້ຄົນເຮັດຫຼາຍຢ່າງທີ່ພຣະເຈົ້າບໍ່ມັກ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ແຕ່ພຣະເຈົ້າກໍມີຄວາມຮັກ ແລະ ຄວາມເມດຕາ ແລະ ພຣະອົງໄດ້ນໍາມະນຸດມາໄກປານນີ້ ແລະ ເຖິງແມ່ນວ່າມະນຸດບໍ່ເຂົ້າໃຈຫຍັງເລີຍ, ພຣະເຈົ້າກໍຍອມໃຫ້ມະນຸດຕິດຕາມພຣະອົງຄືເກົ່າ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ນໍາພາມະນຸດມາເຖິງປັດຈຸບັນ. ນີ້ບໍ່ແມ່ນຄວາມຮັກຂອງພຣະເຈົ້າບໍ? ສິ່ງທີ່ຖືກສະແດງອອກໃນອຸປະນິໄສຂອງພຣະເຈົ້າແມ່ນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ຖືກຕ້ອງທີ່ສຸດ! ເມື່ອການສ້າງຄຣິສຕະຈັກໄດ້ມາເຖິງຈຸດສູງສຸດ, ພຣະເຈົ້າກໍປະຕິບັດພາລະກິດຂັ້ນຕອນຂອງຜູ້ບໍລິການ ແລະ ໂຍນມະນຸດຖິ້ມລົງສູ່ຂຸມເລິກທີ່ສຸດ. ພຣະທຳໃນໄລຍະຂອງຜູ້ບໍລິການແມ່ນຄຳສາບແຊ່ງທັງໝົດ ນັ້ນກໍຄື ຄຳສາບແຊ່ງເນື້ອໜັງຂອງເຈົ້າ, ຄຳສາບແຊ່ງຂອງອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າ ແລະ ຄຳສາບແຊ່ງຕໍ່ສິ່ງຕ່າງໆຂອງເຈົ້າທີ່ບໍ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າກະທຳໃນບາດກ້າວນັ້ນແມ່ນຖືກສະແດງອອກດັ່ງສະຫງ່າລາສີ, ທັນທີທີ່ຫຼັງຈາກພຣະເຈົ້າປະຕິບັດຂັ້ນຕອນພາລະກິດແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍກໍມາເຖິງ. ໃນພາລະກິດດັ່ງກ່າວ, ມະນຸດໄດ້ເຫັນເຖິງຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແຕ່ເຂົາກໍຍັງໄດ້ເຫັນພຣະຄຸນຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາເຊັ່ນກັນ; ທຸກສິ່ງທີ່ພຣະເຈົ້າກະທຳ ແລະ ທຸກສິ່ງທີ່ສະແດງອອກເຖິງອຸປະນິໄສຂອງພຣະອົງ ແມ່ນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເພື່ອເຮັດຕາມຄວາມຕ້ອງການຂອງມະນຸດ. ພຣະອົງກະທຳສິ່ງນັ້ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ພຣະອົງສະໜອງໃຫ້ກັບມະນຸດຕາມວຸດທິພາວະຂອງເຂົາ. ຖ້າພຣະເຈົ້າບໍ່ໄດ້ກະທຳສິ່ງນີ້, ມະນຸດຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຈະບໍ່ມີທາງຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ສະໜອງໃຫ້ກັບມະນຸດເທື່ອລະໜ້ອຍຕາມວຸດທິພາວະຂອງມະນຸດ ເພື່ອວ່າ ມະນຸດຈະໄດ້ມາຮູ້ຈັກພຣະອົງເທື່ອລະໜ້ອຍຢູ່ຂ້າງໃນ. ມີແຕ່ການມາເຖິງປັດຈຸບັນເທົ່ານັ້ນ ມະນຸດຈຶ່ງເຂົ້າໃຈວ່າ ການພິພາກສາຂອງພຣະເຈົ້າມະຫັດສະຈັນສໍ່າໃດ. ບາດກ້າວຂອງພາລະກິດຂອງຜູ້ບໍລິການແມ່ນເຫດການທຳອິດຂອງພາລະກິດແຫ່ງຄຳສາບແຊ່ງຕັ້ງແຕ່ເວລາແຫ່ງການສ້າງຈົນເຖິງປັດຈຸບັນ. ມະນຸດຖືກສາບແຊ່ງໃຫ້ຕົກລົງສູ່ຂຸມເລິກທີ່ສຸດ. ຖ້າພຣະເຈົ້າບໍ່ໄດ້ເຮັດແບບນັ້ນ, ໃນປັດຈຸບັນນີ້ ມະນຸດກໍຈະບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຜ່ານຄຳສາບແຊ່ງຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງພົບພໍ້ກັບອຸປະນິໄສຂອງພຣະເຈົ້າຢ່າງເປັນທາງການ. ມະນຸດແມ່ນຖືກເປີດເຜີຍຜ່ານການທົດລອງຂອງຜູ້ບໍລິການ. ເຂົາເຫັນວ່າ ຄວາມຊື່ສັດຂອງເຂົາແມ່ນຍອມຮັບບໍ່ໄດ້, ວຸດທິພາວະຂອງເຂົາກໍຕໍ່າເກີນໄປ, ເຂົາບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ຄຳອ້າງຂອງເຂົາທີ່ວ່າເຮັດໃຫ້ພຣະເຈົ້າພໍໃຈຢູ່ຕະຫຼອດເວລານັ້ນ ກໍເປັນພຽງແຕ່ຄຳເວົ້າ. ເຖິງແມ່ນວ່າໃນບາດກ້າວຂອງພາລະກິດຂອງຜູ້ບໍລິການ ພຣະເຈົ້າສາບແຊ່ງມະນຸດ, ແຕ່ເມື່ອເບິ່ງຄືນແລ້ວ ບາດກ້າວຂອງພາລະກິດຂອງພຣະເຈົ້າແມ່ນມະຫັດສະຈັນ: ມັນນຳຈຸດປ່ຽນແປງທີ່ຍິ່ງໃຫຍ່ມາສູ່ມະນຸດ ແລະ ເຮັດໃຫ້ມີການປ່ຽນແປງຄັ້ງຍິ່ງໃຫຍ່ຕໍ່ຊີວິດ-ອຸປະນິໄສຂອງເຂົາ. ກ່ອນສະໄໝຂອງຜູ້ບໍລິການ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ສະໄໝຂອງຜູ້ບໍລິການຕະຫຼອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມະນຸດບໍ່ສາມາດໃຊ້ສະໝອງຂອງເຂົາຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ເຂົາຍັງເຫັນວ່າວຸດທິພາວະຂອງເຂົາຕໍ່າສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ກະບົດ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດຂຶ້ນກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມກະບົດຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ: ທັງສອງຢ່າງແມ່ນເຮັດເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງພຣະທໍາ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄົງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າລິຮານເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ. ໃນປັດຈຸບັນ, ມີບາງຄົນທີ່ເວົ້າວ່າ ພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແຕ່ສິ່ງນັ້ນແມ່ນບໍ່ເປັນຈິງເລີຍ. ແທ້ຈິງແລ້ວ, ພວກເຂົາກຳລັງເວົ້າໃນສິ່ງທີ່ບໍ່ເປັນຈິງ ເພາະໃນປັດຈຸບັນ ພວກເຂົາຍັງບໍ່ເຂົ້າໃຈວ່າ ເຈດຕະນາຂອງພຣະເຈົ້າແມ່ນການຊ່ວຍມະນຸດ ຫຼື ສາບແຊ່ງມະນຸດ. ບາງເທື່ອ ເຈົ້າບໍ່ສາມາດເຫັນຢ່າງຊັດເຈນໃນຕອນນີ້, ແຕ່ມື້ນັ້ນຈະມາເຖິງ ເມື່ອເຈົ້າເຫັນວ່າ ມື້ທີ່ພຣະເຈົ້າໄດ້ຮັບສະຫງ່າລາສີໄດ້ມາຮອດແລ້ວ ແລະ ເຈົ້າຈະເຫັນວ່າ ການຮັກພຣະເຈົ້າມີຄວາມໝາຍຫຼາຍສໍ່າໃດ, ເພື່ອເຈົ້າຈະຮຽນຮູ້ຈັກຊີວິດມະນຸດ ແລະ ເນື້ອໜັງຂອງເຈົ້າຈະດຳລົງຢູ່ໃນໂລກແຫ່ງການຮັກພຣະເຈົ້າ, ເພື່ອວ່າວິນຍານຂອງເຈົ້າຈະຖືກປ່ອຍໃຫ້ເປັນອິດສະຫຼະ, ຊີວິດຂອງເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ ແລະ ເຈົ້າຈະໄດ້ຢູ່ໃກ້ຊິດກັບພຣະເຈົ້າສະເໝີ ແລະ ຈະເພິ່ງພາພຣະເຈົ້າຢູ່ສະເໝີ. ໃນເວລານັ້ນ, ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ