ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 85

26 ເດືອນຕຸລາ 2020

ເຖິງແມ່ນວ່າພຣະທຳຂອງເຮົາອາດຈະເຂັ້ມງວດ, ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວເພື່ອຄວາມລອດພົ້ນຂອງມະນຸດ, ນັ້ນກໍຍ້ອນວ່າ ເຮົາພຽງກ່າວພຣະທຳ ແລະ ບໍ່ໄດ້ລົງໂທດເນື້ອໜັງຂອງມະນຸດ. ພຣະທຳເຫຼົ່ານີ້ເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະຫວ່າງ, ເພື່ອຮູ້ວ່າແສງສະຫວ່າງມີຢູ່ຈິງ, ເພື່ອຮູ້ວ່າແສງສະຫວ່າງນັ້ນປະເສີດ ແລະ ຍິ່ງໄປກວ່ານັ້ນ, ກໍເພື່ອຮູ້ວ່າພຣະທຳເຫຼົ່ານີ້ມີປະໂຫຍດຕໍ່ມະນຸດ ແລະ ພ້ອມນັ້ນ ກໍເພື່ອຮູ້ວ່າ ພຣະເຈົ້າຄືຄວາມລອດພົ້ນ. ເຖິງແມ່ນວ່າ ເຮົາໄດ້ກ່າວພຣະທຳຫຼາຍປະການກ່ຽວກັບການຂ້ຽນຕີ ແລະ ການພິພາກສາ, ແຕ່ພຣະທໍາເຫຼົ່ານັ້ນແມ່ນບໍ່ໄດ້ປາກົດໃນຕົວພວກເຈົ້າຢ່າງແທ້ຈິງ. ເຮົາໄດ້ມາເພື່ອປະຕິບັດພາລະກິດຂອງເຮົາ, ເພື່ອກ່າວພຣະທຳຂອງເຮົາ ແລະ ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພວກມັນກໍຖືກກ່າວເພື່ອພິພາກສາຄວາມເສື່ອມຊາມ ແລະ ການກະບົດຂອງພວກເຈົ້າ. ວັດຖຸປະສົງຂອງເຮົາໃນການເຮັດສິ່ງນີ້ຄືການຊ່ວຍມະນຸດໃຫ້ພົ້ນຈາກການຄວບຄຸມຂອງຊາຕານ; ເຮົາກໍາລັງໃຊ້ພຣະທຳຂອງເຮົາຊ່ວຍມະນຸດໃຫ້ລອດພົ້ນ; ວັດຖຸປະສົງຂອງເຮົາບໍ່ແມ່ນເພື່ອທຳຮ້າຍມະນຸດດ້ວຍພຣະທຳຂອງເຮົາ. ພຣະທຳຂອງເຮົາເຂັ້ມງວດກໍ່ເພື່ອບັນລຸຜົນໃນການປະຕິບັດພາລະກິດຂອງເຮົາ. ມີພຽງຜ່ານການປະຕິບັດພາລະກິດໃນທາງນີ້ເທົ່ານັ້ນມະນຸດຈິ່ງຈະສາມາດຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ໜີອອກຈາກນິໄສກະບົດຂອງພວກເຂົາໄດ້. ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງພຣະທຳແມ່ນເພື່ອອະນຸຍາດໃຫ້ຄົນນໍາເອົາຄວາມຈິງໄປສູ່ການປະຕິບັດຫຼັງຈາກທີ່ໄດ້ເຂົ້າໃຈຄວາມຈິງ, ເພື່ອບັນລຸໃນການປ່ຽນແປງນິໄສຂອງພວກເຂົາ ແລະ ເພື່ອບັນລຸຄວາມຮູ້ກ່ຽວກັບຕົວພວກເຂົາເອງ ແລະ ພາລະກິດຂອງພຣະເຈົ້າ. ມີພຽງການປະຕິບັດພາລະກິດຜ່ານການກ່າວພຣະທໍາເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ການສື່ສານລະຫວ່າງພຣະເຈົ້າກັບມະນຸດເປັນໄປໄດ້ ແລະ ມີພຽງພຣະທຳເທົ່ານັ້ນທີ່ສາມາດອະທິບາຍຄວາມຈິງໄດ້. ການປະຕິບັດພາລະກິດໃນວິທີນີ້ຄືຫົນທາງທີ່ດີທີ່ສຸດສຳລັບການເອົາຊະນະມະນຸດ; ນອກຈາກການກ່າວພຣະທຳຕ່າງໆແລ້ວ ກໍ່ບໍ່ມີວິທີອື່ນໃດອີກທີ່ສາມາດເຮັດໃຫ້ມະນຸດເຂົ້າໃຈຄວາມຈິງ ແລະ ພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ. ດັ່ງນັ້ນ ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າກ່າວຕໍ່ມະນຸດເພື່ອເປີດເຜີຍຄວາມຈິງ ແລະ ຄວາມເລິກລັບທັງໝົດທີ່ພວກເຂົາຍັງບໍ່ເຂົ້າໃຈເທື່ອ, ອະນຸຍາດໃຫ້ພວກເຂົາໄດ້ຮັບເສັ້ນທາງທີ່ແທ້ຈິງ ແລະ ຊີວິດຈາກພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ວັດຖຸປະສົງແຫ່ງພາລະກິດຂອງພຣະເຈົ້າກັບມະນຸດແມ່ນເພື່ອໃຫ້ພວກເຂົາສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມັນຖືກປະຕິບັດເພື່ອນໍາຄວາມລອດພົ້ນມາສູ່ພວກເຂົາ, ສະນັ້ນ ໃນຊ່ວງເວລາທີ່ພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງບໍ່ໄດ້ປະຕິບັດພາລະກິດໃນການລົງໂທດພວກເຂົາ. ໃນລະຫວ່າງການຊ່ວຍມະນຸດໃຫ້ລອດພົ້ນ, ພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວຮ້າຍ ຫຼື ໃຫ້ລາງວັນຄົນດີ ຫຼື ພຣະອົງເປີດເຜີຍຈຸດໝາຍປາຍທາງໃຫ້ກັບທຸກຄົນ. ກົງກັນຂ້າມ, ມີພຽງແຕ່ຫຼັງຈາກທີ່ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງສຳເລັດລົງເທົ່ານັ້ນ ພຣະອົງຈິ່ງຈະປະຕິບັດພາລະກິດແຫ່ງການລົງໂທດຄົນຊົ່ວຮ້າຍ ແລະ ມອບລາງວັນໃຫ້ກັບຄົນດີ, ແລ້ວເມື່ອນັ້ນພຣະອົງຈຶ່ງຈະເປີດເຜີຍຈຸດຈົບຂອງທຸກຄົນ. ບັນດາຜູ້ທີ່ຖືກລົງໂທດຈະແມ່ນບັນດາຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບັນດາຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນຈະແມ່ນບັນດາຜູ້ທີ່ໄດ້ຮັບການໄຖ່ບາບຈາກພຣະເຈົ້າໃນລະຫວ່າງການໄຖ່ບາບມະນຸດຂອງພຣະອົງ. ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ, ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ, ເນື່ອງຈາກວ່າວັດຖຸປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸການປ່ຽນແປງນິໄສຂອງພວກເຂົາ ແລະ ບັນດາຜູ້ທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ, ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ. ໃນຂັ້ນຕອນນີ້ຂອງພາລະກິດ, ພາລະກິດແຫ່ງພຣະທຳຈະເປີດເຜີຍໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ, ເພື່ອວ່າ ມະນຸດຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເພື່ອວ່າ ພວກເຂົາຈະສາມາດມີເງື່ອນໄຂນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ ແລະ ບັນລຸການປ່ຽນແປງນິໄສຂອງພວກເຂົາ. ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນໃນການປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າພວກເຂົາມີການກະບົດພຽງເລັກນ້ອຍ, ຍ້ອນວ່າຕອນນີ້ແມ່ນເວລາຂອງພາລະກິດແຫ່ງຄວາມລອດພົ້ນ. ຖ້າທຸກຄົນທີ່ກະບົດຖືກລົງໂທດ, ກໍ່ຈະບໍ່ມີໃຜທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕົກສູ່ແດນມໍລະນາ. ວັດຖຸປະສົງຂອງພຣະທຳໃນການຕັດສິນມະນຸດແມ່ນເພື່ອໃຫ້ພວກເຂົາຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ຍອມເຊື່ອຟັງພຣະເຈົ້າ; ບໍ່ແມ່ນເພື່ອລົງໂທດພວກເຂົາດ້ວຍການພິພາກສາດັ່ງກ່າວ. ໃນລະຫວ່າງການປະຕິບັດພາລະກິດແຫ່ງພຣະທຳ, ຫຼາຍຄົນຈະເປີດເຜີຍການກະບົດ ແລະ ການຕໍ່ຕ້ານຂອງພວກເຂົາອອກມາ ພ້ອມທັງການບໍ່ເຊື່ອຟັງຂອງພວກເຂົາທີມີຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ. ແຕ່ເຖິງຢ່າງໃດກໍຕາມ ພຣະອົງຈະບໍ່ລົງໂທດຄົນເຫຼົ່ານີ້ທັງໝົດຍ້ອນສິ່ງນີ້, ແຕ່ ກົງກັນຂ້າມ ພຣະອົງພຽງແຕ່ຈະປະຖິ້ມບັນດາຜູ້ທີ່ເສື່ອມຊາມທີ່ສຸດ ແລະ ຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະອົງຈະເອົາເນື້ອໜັງຂອງພວກເຂົາໃຫ້ຊາຕານ ແລະ ໃນບາງກໍລະນີ ກໍຈະທໍາລາຍເນື້ອໜັງຂອງພວກເຂົາ. ສ່ວນຄົນທີ່ເຫຼືອແມ່ນຈະສືບຕໍ່ປະຕິບັດຕາມ ແລະ ປະສົບກັບການຈັດການ ແລະ ການລິຮານ. ຖ້າໃນຂະນະທີ່ພວກເຂົາປະຕິບັດຕາມ ພວກເຂົາຍັງບໍ່ສາມາດຍອມຮັບການຈັດການ ແລະ ການລິຮານ ແລະ ກາຍເປັນຄົນເສື່ອມຊາມຂຶ້ນເລື້ອຍໆ, ແລ້ວພວກເຂົາກໍ່ຈະສູນເສຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ທຸກຄົນທີ່ຍອມຮັບການເອົາຊະນະດ້ວຍພຣະທຳຈະມີໂອກາດພຽງພໍເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຈະສະແດງໃຫ້ພວກເຂົາເຫັນເຖິງຄວາມເມດຕາປານີສູງສຸດຂອງພຣະອົງ. ເວົ້າອີກຢ່າງກໍຄື ພວກເຂົາຈະຖືກສະແດງໃຫ້ເຫັນເຖິງຄວາມອົດທົນສູງສຸດຂອງພຣະເຈົ້າ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນຂອງພຣະອົງ. ທໍາອິດ ເມື່ອຜູ້ຄົນກະບົດຕໍ່ພຣະເຈົ້າ, ພຣະອົງບໍ່ໄດ້ປາດຖະໜາເຮັດໃຫ້ພວກເຂົາເຖິງແກ່ຄວາມຕາຍ, ແຕ່ກົງກັນຂ້າມ ພຣະເອົງເຮັດທຸກວິທີທາງເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ. ຖ້າຫາກບາງຄົນບໍ່ມີພີ້ນທີ່ສຳລັບຄວາມລອດພົ້ນແທ້ໆ, ແລ້ວພຣະເຈົ້າກໍຈະປະຖິ້ມພວກເຂົາ. ເຫດພົ້ນທີ່ພຣະເຈົ້າຊັກຊ້າໃນການລົງໂທດບາງຄົນກໍ່ຍ້ອນວ່າພຣະອົງຕ້ອງການຊ່ວຍທຸກຄົນທີ່ສາມາດຊ່ວຍໄດ້. ພຣະອົງຕັດສິນ, ໃຫ້ແສງສະຫວ່າງ ແລະ ນຳພາຜູ້ຄົນດ້ວຍພຣະທຳເທົ່ານັ້ນ ແລະ ບໍ່ໄດ້ໃຊ້ໄມ້ຄ້ອນຕີພວກເຂົາໃຫ້ຕາຍ. ການໃຊ້ພຣະທຳເພື່ອຊ່ວຍມະນຸດໃຫ້ລອດພົ້ນແມ່ນວັດຖຸປະສົງ ແລະ ຄວາມໝາຍຂອງຂັ້ນຕອນສຸດທ້າຍຂອງພາລະກິດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ