ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 84
15 ເດືອນກໍລະກົດ 2025
ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕີເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ກະບົດ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕີທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຈໍານົນພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດ້ວຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດທີ່ຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມກະລຸນາ, ຄວາມຮັກຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ, ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາຜັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ນັ້ນໝາຍຄວາມວ່າ, ການສໍາຜັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຈໍານົນຕໍ່ໜ້ານາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນ: ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ໄດ້ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມກະລຸນາ ຫຼື ຄວາມຮັກຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕີສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການຕໍານິ ແລະ ເຮົາບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ຜູ້ຄົນທຸກປະເພດຈະຖືກເປີດໂປງແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ. ສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອະດີດ. ປັດຈຸບັນ, ພວກເຈົ້າຖືກນໍາໄປສູ່ຄວາມລອດພົ້ນຜ່ານການພິພາກສາຢ່າງຊອບທຳ ແລະ ເປັນເຄື່ອງມືທີ່ດີສຳລັບຈັດແບ່ງພວກເຈົ້າແຕ່ລະຄົນອອກຕາມປະເພດຂອງຕົນ. ຍິ່ງໄປກວ່ານັ້ນ ການຂ້ຽນຕີຢ່າງໂຫດຮ້າຍຄືຫົນທາງແຫ່ງຄວາມລອດພົ້ນຢ່າງແທ້ຈິງຂອງພວກເຈົ້າ ແລ້ວພວກເຈົ້າຈະມີຫຍັງເວົ້າອີກໃນການຜະເຊີນກັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວນີ້? ພວກເຈົ້າບໍ່ໄດ້ມີຄວາມສຸກກັບຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຮູ້ຈັກລິດທານຸພາບ ແລະ ສະຕິປັນຍາຂອງພຣະອົງ; ນອກຈາກນັ້ນ, ພວກເຈົ້າຍັງໄດ້ປະສົບກັບການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງຊ້ຳແລ້ວຊໍ້າອີກ. ເຖິງຢ່າງໃດກໍຕາມ ພວກເຈົ້າກໍ່ຍັງໄດ້ຮັບພຣະຄຸນຢ່າງສູງ ບໍ່ແມ່ນບໍ? ພອນຂອງພວກເຈົ້າບໍ່ຍິ່ງໃຫຍ່ກວ່າພອນຂອງຄົນອື່ນບໍ? ພຣະຄຸນຂອງພວກເຈົ້ານັ້ນຍິ່ງໃຫຍ່ກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ໂຊໂລໂມນໄດ້ຮັບອີກ! ໃຫ້ຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ ແຕ່ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວວັນຂອງພວກເຈົ້າຈະລອດມາຮອດທຸກມື້ນີ້ບໍ? ພວກເຈົ້າ ເປັນຄົນຜິດບາບທີ່ມີເລືອດ ແລະ ເນື້ອຈະສາມາດມີຊີວິດລອດມາຮອດທຸກມື້ນີ້ບໍ? ຖ້າເປົ້າໝາຍຂອງເຮົາແມ່ນພຽງການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຈຶ່ງຕ້ອງບັງເກີດເປັນເນື້ອໜັງ ແລະ ເລີ່ມດຳເນີນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວນັ້ນ? ເຮົາພຽງໃຊ້ພຣະທໍາຂໍ້ດຽວກໍສາມາດລົງໂທດພວກເຈົ້າໄດ້ແລ້ວ ບໍ່ແມ່ນບໍ? ເຮົາຍັງຈະຕ້ອງການທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າອີກບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາອີກບໍ? ເຮົາສາມາດຊ່ວຍມະນຸດໃຫ້ລອດພົ້ນພຽງຜ່ານຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາເທົ່ານັ້ນບໍ? ຫຼື ເຮົາສາມາດພຽງໃຊ້ແຕ່ການຄຶງກາງແຂນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນບໍ? ອຸປະນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດອ່ອນນ້ອມຢ່າງສົມບູນຫຼາຍຂຶ້ນບໍ? ມັນບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້ຢ່າງສົມບູນຫຼາຍຂຶ້ນແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ