ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?"

28 ເດືອນເມສາ 2023

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າ ເຊິ່ງເປັນພຣະຜູ້ໄຖ່ຂອງພວກເຮົາ ໄດ້ມາເຮັດພາລະກິດແຫ່ງການໄຖ່ບາບ. ເພາະຜູ້ສັດທາສ່ວນໃຫຍ່ໃນລັດທິຢູດາໄດ້ເຄົາລົບບູຊາຜູ້ນໍາສາສະໜາຂອງພວກເຂົາ ແລະ ພວກຟາຣີຊາຍ, ພວກເຂົາຈຶ່ງເຫັນດີກັບຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນໃນການປະນາມ ແລະ ການປະຕິເສດອົງພຣະເຢຊູເຈົ້າ, ມີສ່ວນໃນການຄຶງພຣະອົງເທິງໄມ້ກາງແຂນໃນທີ່ສຸດ. ສິ່ງນີ້ເຮັດໃຫ້ພວກເຂົາໄດ້ຮັບການສາບແຊ່ງ ແລະ ການລົງໂທດຈາກພຣະເຈົ້າ, ເຮັດໃຫ້ຊົນຊາດອິດສະຣາເອນຕົກຢູ່ໃນເຄາະກໍາເປັນເວລາ 2.000 ປີ. ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະອົງຍັງຜະເຊີນກັບການປະນາມ ແລະ ການຕໍ່ຕ້ານທີ່ບ້າປ່ວງຂອງຜູ້ນໍາສາສະໜາ. ເພາະຫຼາຍຄົນໃນໂລກສາສະໜາໃນປັດຈຸບັນນີ້ໄດ້ນະມັດສະການນັກບວດຂອງພວກເຂົາຢ່າງຫຼັບຫູຫຼັບຕາ, ພວກເຂົາຈຶ່ງເຊື່ອວ່າຜູ້ນໍາສາສະໜາຂອງພວກເຂົາຖືກຈັດວາງໂດຍພຣະເຈົ້າ, ການເຊື່ອຟັງພວກເຂົາຄືການເຊື່ອຟັງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາຢ້ານທີ່ຈະສືບຄົ້ນ ແລະ ຍອມຮັບມັນ ເຖິງແມ່ນວ່າພວກເຂົາຈະໄດ້ເຫັນຢ່າງຊັດເຈນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ, ພວກມັນມີລິດອຳນາດ, ມີສິດອຳນາດ ແລະ ມາຈາກພຣະເຈົ້າ. ກົງກັນຂ້າມ, ພວກເຂົາເຫັນດີກັບຄົນເຫຼົ່ານີ້ໃນການປະຕິເສດ ແລະ ການປະນາມອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ສູນເສຍໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດ. ນີ້ຄືສິ່ງທີ່ໜ້າເສຍດາຍແທ້ໆ! ແລ້ວດ້ວຍເຫດນັ້ນ ຜູ້ນໍາສາສະໜາຖືກຈັດວາງໂດຍພຣະເຈົ້າແທ້ໆບໍ? ການຍອມຟັງພວກເຂົາຄືກັນກັບການຕິດຕາມພຣະເຈົ້າບໍ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ