ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ອານາຈັກສະຫວັນຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ?”
26 ກຸມພາ 2026
ເປັນເວລາສອງພັນປີ, ທຸກຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າໄດ້ລໍຖ້າໃຫ້ພຣະອົງມາ ແລະ ຍົກພວກເຂົາຂຶ້ນສູ່ອານາຈັກສະຫວັນ ເພາະອົງພຣະເຢຊູເຈົ້າໄດ້ສັນຍາວ່າຈະໄປ ແລະ ຈັດກຽມສະຖານທີ່ໄວ້ໃຫ້ພວກເຮົາ ແລະ ຈະກັບມາຮັບພວກເຮົາ ເມື່ອກຽມພ້ອມແລ້ວ. ແຕ່ບໍ່ມີໃຜຮູ້ວ່າສະຖານທີ່ທີ່ອົງພຣະເຢຊູເຈົ້າໄດ້ຈັດກຽມໄວ້ນັ້ນຢູ່ໃສ. ບາງຄົນເຊື່ອວ່າມັນຢູ່ໃນສະຫວັນ, ໃນຂະນະທີ່ຄົນອື່ນ, ໂດຍອີງໃສ່ຄຳທຳນາຍໃນໜັງສືພຣະນິມິດ, ເວົ້າວ່າມັນຢູ່ເທິງແຜ່ນດິນໂລກ. ສະນັ້ນ ອານາຈັກສະຫວັນຢູ່ໃສກັນແທ້? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ