ຮູບເງົາຂອງຊາວຄຣິດ | “ການສືບຄົ້ນ” ຮູບເງົາໂຄສະນາ
15 ກຸມພາ 2026
ລິວມູເຈີນ ແລະ ຜູ້ເຊື່ອໃນຄຣິສຕະຈັກຄົວເຮືອນອີກຈໍານວນໜຶ່ງ ເຫັນວ່າໄພພິບັດກຳລັງຮ້າຍແຮງຂຶ້ນເລື້ອຍໆ ແລະ ຮູ້ສຶກວ່າຖ້າພວກເຂົາບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໃນໄວໆນີ້, ພວກເຂົາຈະຕົກຢູ່ໃນຄວາມຫາຍະນະ. ພວກເຂົາກະຕືລືລົ້ນຢາກຈະຕ້ອນຮັບພຣະຜູ້ເປັນເຈົ້າ ແຕ່ສິດຍາພິບານຂອງພວກເຂົາພັດບອກພວກເຂົາວ່າ ພຣະຜູ້ເປັນເຈົ້າຈະລົງມາເທິງກ້ອນເມກຫຼັງຈາກຄວາມຫາຍະນະໃຫຍ່ ເຊິ່ງເຮັດໃຫ້ພວກເຂົາຜິດຫວັງ. ເຖິງຢ່າງໃດກໍຕາມ, ພຣະທຳຂອງອົງພຣະເຢຊູເຈົ້າທີ່ວ່າ “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ພວກເຈົ້າຈົ່ງອອກໄປພົບກັບພຣະອົງ” ໄດ້ມອບແສງສະຫວ່າງໃໝ່ໃຫ້ແກ່ພວກເຂົາ. ພວກເຂົາຕັດສິນໃຈຊອກຫາທາງອອນລາຍ ເພື່ອຊອກຫາການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາຄິດບໍ່ເຖິງວ່າ ການສະແຫວງຫາ ແລະ ການສືບຄົ້ນຂອງພວກເຂົາຈະໄດ້ຮັບຜົນທີ່ໜ້າປະຫຼາດໃຈ: ພວກເຂົາໄດ້ຍິນພຣະຄຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກທັງຫຼາຍ ແລະ ຄວາມຈິງທັງໝົດທີ່ສະແດງອອກໂດຍພຣະວິນຍານແຫ່ງຄວາມຈິງ. ພວກເຂົາດີໃຈຢ່າງສຸດຂີດ ແລະ ຮ້ອງໄຫ້ດ້ວຍຄວາມປິຕິຍິນດີ ເພາະໃນທີ່ສຸດພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທ່າມກາງຄວາມຫາຍະນະ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ