ເພງຄຣິດສະຕຽນ “ຜູ້ຄົນບໍ່ໄດ້ໃຫ້ຫົວໃຈຂອງພວກເຂົາຕໍ່ພຣະເຈົ້າແທ້ໆ”

26 ເດືອນມີນາ 2023

ເຖິງແມ່ນມະນຸດຍອມໃຫ້ພຣະເຈົ້າ ຫຼຽວເບິ່ງຫົວໃຈຂອງເຂົາ,

ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດຈະສາມາດເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ

ຫຼື ເຂົາຍອມໃຫ້ໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ

ແລະ ທຸກສິ່ງທຸກຢ່າງຂອງເຂົາຢູ່ພາຍໃຕ້ ການຄວບຄຸມຂອງພຣະເຈົ້າ.

ສະນັ້ນ ຄຳສາບານທີ່ເຈົ້າໃຫ້ກັບພຣະເຈົ້າ ຫຼື ສິ່ງທີ່ເຈົ້າປະກາດຕໍ່ພຣະອົງແມ່ນບໍ່ມີປະໂຫຍດຫຍັງ,

ໃນສາຍຕາຂອງພຣະເຈົ້າແລ້ວ ຫົວໃຈຂອງເຈົ້າກໍຍັງປິດຕໍ່ພຣະອົງຢູ່,

ຍ້ອນເຈົ້າພຽງແຕ່ຍອມໃຫ້ພຣະເຈົ້າ ຫຼຽວເບິ່ງຫົວໃຈຂອງເຈົ້າ ແຕ່ບໍ່ໄດ້ອະນຸຍາດໃຫ້ພຣະອົງຄວບຄຸມມັນ.

ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ

ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ

ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ,

ຍ້ອນຫົວໃຈຂອງເຂົາບໍ່ເຄີຍຫຍັບເຂົ້າໃກ້ພຣະເຈົ້າ

ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ.

ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ.

ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າເລີຍ

ແລະ ພຽງແຕ່ເວົ້າຄຳເວົ້າ ທີ່ອ່ອນຫວານໃຫ້ພຣະເຈົ້າໄດ້ຍິນ;

ໃນຂະນະດຽວກັນ, ເຈົ້າກໍເຊື່ອງເຈດຕະນາຫຼອກລວງຕ່າງໆຈາກພຣະເຈົ້າ,

ພ້ອມກັບເລ່ລ່ຽມ, ກົນອຸບາຍ ແລະ ແຜນການຂອງເຈົ້າ ແລະ ເຈົ້າກຳຄວາມຄາດຫວັງ

ແລະ ໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າຢ່າງແໜ້ນ

ໂດຍຢ້ານຢູ່ເລິກໆວ່າ ພວກມັນຈະຖືກພຣະເຈົ້າເອົາໄປ.

ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຫຼຽວເຫັນ

ຄວາມຈິງໃຈຂອງມະນຸດທີ່ມີຕໍ່ພຣະອົງເລີຍ.

ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ

ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ

ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ,

ຍ້ອນຫົວໃຈຂອງເຂົາບໍ່ເຄີຍຫຍັບເຂົ້າໃກ້ພຣະເຈົ້າ

ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ.

ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ.

ເຖິງແມ່ນວ່າ ພຣະເຈົ້າສັງເກດເຫັນ ຄວາມເລິກຂອງຫົວໃຈມະນຸດ

ແລະ ສາມາດເຫັນວ່າມະນຸດກຳລັງຄິດຫຍັງ ແລະ ຫົວໃຈຂອງເຂົາຕ້ອງການເຮັດຫຍັງ ແລະ ສາມາດເຫັນສິ່ງຕ່າງໆ ທີ່ເກັບໄວ້ພາຍໃນຫົວໃຈຂອງເຂົາ,

ຫົວໃຈຂອງມະນຸດບໍ່ໄດ້ເປັນຂອງພຣະເຈົ້າ.

ນີ້ໝາຍຄວາມວ່າ ພຣະເຈົ້າມີສິດສັງເກດ,

ແຕ່ພຣະອົງບໍ່ມີສິດຄວບຄຸມ.

ໃນຄວາມຮູ້ສຶກສ່ວນຕົວຂອງມະນຸດ,

ມະນຸດບໍ່ຕ້ອງການ ຫຼື ມີເຈດຕະນາ ທີ່ຈະຍອມໃຫ້ຕົນເອງ ຢູ່ໃນການຈັດແຈງຂອງພຣະເຈົ້າ.

ບໍ່ພຽງແຕ່ມະນຸດປິດກັ້ນຕົນເອງຈາກພຣະເຈົ້າ,

ແຕ່ເຖິງກັບມີຄົນທີ່ຄິດຫາວິທີຕ່າງໆເພື່ອຫຸ້ມຫໍ່ຫົວໃຈ

ຂອງພວກເຂົາ, ໂດຍໃຊ້ການເວົ້າແບບນິ້ມນວນ

ແລະ ການປະຈົບປະແຈງເພື່ອສ້າງຄວາມປະທັບໃຈທີ່ຜິດ ແລະ ຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ

ແລະ ປິດບັງໃບໜ້າທີ່ແທ້ຈິງຂອງພວກເຂົາ

ໃຫ້ອອກຈາກສາຍຕາຂອງພຣະເຈົ້າ.

ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ

ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ

ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ,

ຍ້ອນຫົວໃຈຂອງເຂົາບໍ່ເຄີຍຫຍັບເຂົ້າໃກ້ພຣະເຈົ້າ

ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ.

ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ