ຮູບເງົາຂອງຊາວຄຣິດ “ການເຕີບໃຫຍ່” ຮູບເງົາໂຄສະນາ

22 ເດືອນສິງຫາ 2023

ລຽງ ຊິນຈິງ ແມ່ນຄຣິດສະຕຽນທີ່ມີຊີວິດຢ່າງມີຄວາມສຸກກັບຜົວ ແລະ ລູກສາວຂອງລາວ. ແຕ່ຍ້ອນການກົດຂີ່ທີ່ບ້າປ່ວງຂອງພັກກອມມູນິດຈີນເພື່ອຂົ່ມເຫັງ ແລະ ຈັບກຸມຜູ້ເຊື່ອ, ຜົວຂອງລາວກໍ່ເລີ່ມພະຍາຍາມຂວາງທາງຄວາມເຊື່ອຂອງລາວ, ຢ້າວ່າລາວຈະຕິດຄຸກ ແລະ ດ້ວຍເຫດນັ້ນ ໂອກາດຂອງຜົວຂອງລາວທີ່ຈະຖືກເລື່ອນຕຳແໜ່ງກໍ່ຈະໄດ້ຮັບຜົນກະທົບ. ລຽງ ຊິນຈິງ ຍັງເຂັ້ມແຂງໃນຄວາມຕັ້ງໃຈຂອງລາວທີ່ຈະຕິດຕາມພຣະເຈົ້າ, ເຖິງແມ່ນວ່າຜົວຂອງລາວໄດ້ໃຊ້ຄວາມຮຸນແຮງໃສ່ລາວ ແລະ ຢືນຢັນທີ່ຈະຢ່າຮ້າງໃນທີ່ສຸດ. ບໍ່ດົນຫຼັງຈາກທີ່ພວກເຂົາຢ່າຮ້າງ, ພັກກອມມູນິດກໍ່ລິເລີ່ມການປະຕິບັດການໃນວົງກວ້າງອີກຄັ້ງ ເພື່ອຈັບກຸມຄຣິດສະຕຽນ, ບັງຄັບໃຫ້ ລຽງ ຊິນຈິງ ຫຼົບໜີອອກຈາກພື້ນທີ່. ຕຳຫຼວດ ແລະ ການປະຕິບັດການ “ແຖບແຂນເສື້ອສີແດງ” ຂອງພວກເຂົາສອບສວນ ແລະ ຂົ່ມຂູ່ລູກສາວຂອງລາວ, ຮຽກຮ້ອງທີ່ຈະຮູ້ບ່ອນຢູ່ຂອງລາວ. ໂດຍການດຳລົງຊີວິດໃນສະພາວະທີ່ຢ້ານກົວ ແລະ ວິຕົກກັງວົນຢູ່ສະເໝີ, ລູກສາວຂອງລາວມີມະເຮັງຕ່ອມນໍ້າເຫຼືອງ. ເມື່ອຫຼຽງ ຊິນຈິງ ຮູ້ກ່ຽວກັບເລື່ອງນີ້, ລາວກໍ່ຕົກລົງສູ່ສະພາວະຄວາມທຸກໃຈທີ່ໜ້າເວດທະນາ. ລາວອະທິຖານ ແລະ ເພິ່ງພາພຣະເຈົ້າແນວໃດເພື່ອຜ່ານຄວາມລຳບາກນີ້, ການທົດລອງນີ້? ລາວຮຽນຮູ້ຫຍັງຈາກມັນ? ຮັບຊົມການເຕີບໃຫຍ່ ແລະ ຊອກຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ