ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 291
14 ເດືອນກໍລະກົດ 2025
ຈຸດປະສົງຂອງການເອົາຊະນະເຈົ້າໃນປັດຈຸບັນກໍຄືໃຫ້ເຈົ້າຮັບຮູ້ວ່າ ພຣະເຈົ້າເປັນພຣະເຈົ້າຂອງເຈົ້າ ແລະ ຍັງເປັນພຣະເຈົ້າຂອງຄົນອື່ນອີກດ້ວຍ ແລະ ສຳຄັນທີ່ສຸດກໍຄື ພຣະອົງເປັນພຣະເຈົ້າຂອງທຸກຄົນທີ່ຮັກພຣະອົງ ແລະ ພຣະເຈົ້າຂອງສິ່ງຖືກສ້າງທັງປວງ. ພຣະອົງເປັນພຣະເຈົ້າຂອງຊາວອິດສະຣາເອນ ແລະ ພຣະເຈົ້າຂອງປະຊາຊົນອີຢິບ. ພຣະອົງເປັນພຣະເຈົ້າຂອງຄົນອັງກິດ ແລະ ພຣະເຈົ້າຂອງຄົນອາເມຣິກາ. ພຣະອົງບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງອາດາມ ແລະ ເອວາ, ແຕ່ຍັງເປັນພຣະເຈົ້າຂອງເຊື້ອສາຍທັງໝົດຂອງພວກເຂົາ. ພຣະອົງເປັນພຣະເຈົ້າຂອງທຸກສິ່ງໃນສະຫວັນ ແລະ ທຸກສິ່ງເທິງແຜ່ນດິນໂລກ. ທຸກຄອບຄົວ ບໍ່ວ່າພວກເຂົາຈະເປັນຊາວອິດສະຣາເອນ ຫຼື ຊາວຕ່າງຊາດ ກໍລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າອົງດຽວ. ບໍ່ພຽງແຕ່ພຣະອົງປະຕິບັດພາລະກິດໃນອິດສະຣາເອນເປັນເວລາສອງສາມພັນປີ ແລະ ເຄີຍບັງເກີດຄັ້ງໜຶ່ງໃນຢູດາຍ, ແຕ່ໃນປັດຈຸບັນ ພຣະອົງລົງມາໃນປະເທດຈີນ, ເຊິ່ງເປັນບ່ອນທີ່ມັງກອນແດງໃຫຍ່ນອນຂົດໂຕຢູ່. ຖ້າການບັງເກີດໃນຢູດາຍເຮັດໃຫ້ພຣະອົງເປັນກະສັດຂອງຊາວຢິວ, ແລ້ວການລົງມາທ່າມກາງພວກເຈົ້າທັງໝົດຈະບໍ່ໄດ້ເຮັດໃຫ້ພຣະອົງເປັນພຣະເຈົ້າຂອງພວກເຈົ້າທຸກຄົນບໍ? ພຣະອົງນໍາພາຊາວອິດສະຣາເອນ ແລະ ບັງເກີດໃນຢູດາຍ ແລະ ພຣະອົງຍັງບັງເກິດໃນດິນແດນຕ່າງຊາດອີກດ້ວຍ. ພາລະກິດທັງໝົດທີ່ພຣະອົງປະຕິບັດບໍ່ແມ່ນເພື່ອມະນຸດຊາດທັງປວງທີ່ພຣະອົງໄດ້ສ້າງຂຶ້ນບໍ? ພຣະອົງຮັກຊາວອິດສະຣາເອນຮ້ອຍເທົ່າ ແລະ ກຽດຊັງຊາວຕ່າງຊາດພັນເທົ່າບໍ? ນັ້ນບໍ່ແມ່ນແນວຄິດຂອງພວກເຈົ້າບໍ? ມັນບໍ່ແມ່ນໃນກໍລະນີທີ່ວ່າພຣະເຈົ້າບໍ່ເຄີຍເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າບໍ່ຮັບຮູ້ພຣະອົງ; ມັນບໍ່ແມ່ນໃນກໍລະນີທີ່ວ່າ ພຣະເຈົ້າບໍ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າປະຕິເສດພຣະອົງ. ຜູ້ໃດທ່າມກາງສິ່ງຖືກສ້າງທີ່ບໍ່ໄດ້ຢູ່ໃນກໍາມືຂອງອົງຊົງລິດທານຸພາບສູງສຸດ? ໃນການເອົາຊະນະພວກເຈົ້າໃນປັດຈຸບັນ, ເປົ້າໝາຍບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າຮັບຮູ້ວ່າພຣະເຈົ້າບໍ່ໄດ້ແມ່ນຜູ້ໃດນອກຈາກພຣະເຈົ້າຂອງພວກເຈົ້າບໍ? ຖ້າພວກເຈົ້າຍັງຢືນຢັນວ່າພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ຍັງຢືນຢັນວ່າ ຄົວເຮືອນຂອງເດວິດໃນອິດສະຣາເອນແມ່ນບ່ອນກຳເນີດດັ່ງເດີມຂອງພຣະເຈົ້າ ແລະ ບໍ່ມີຊົນຊາດອື່ນນອກຈາກຊາດອິດສະຣາເອນທີ່ມີຄຸນສົມບັດ “ຜະລິດ” ພຣະເຈົ້າ, ແຮງໄກທີ່ຄອບຄົວຕ່າງຊາດຈະສາມາດຮັບເອົາພາລະກິດຂອງພຣະເຢໂຮວາເປັນການສ່ວນຕົວໄດ້, ຖ້າເຈົ້າຍັງຄິດແບບນີ້, ແລ້ວສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນຕໍ່ຕ້ານຢ່າງດື້ດຶງບໍ? ຢ່າຍຶດຕິດກັບອິດສະຣາເອນຕະຫຼອດ. ພຣະເຈົ້າຢູ່ທີ່ນີ້ທ່າມກາງພວກເຈົ້າໃນປັດຈຸບັນ. ເຈົ້າບໍ່ຄວນສືບຕໍ່ຫຼຽວຂຶ້ນເບິ່ງສະຫວັນ. ຢຸດປາຖະໜາພຣະເຈົ້າຂອງເຈົ້າທີ່ຢູ່ໃນສະຫວັນ! ພຣະເຈົ້າໄດ້ມາຢູ່ທ່າມກາງພວກເຈົ້າ, ແລ້ວພຣະອົງຈະສາມາດຢູ່ໃນສະຫວັນໄດ້ແນວໃດ? ເຈົ້າບໍ່ເຊື່ອໃນພຣະເຈົ້າເປັນເວລາດົນ, ແຕ່ເຈົ້າກໍມີແນວຄິດຫຼາຍຢ່າງກ່ຽວກັບພຣະອົງ ຈົນເຖິງຈຸດທີ່ເຈົ້າບໍ່ກ້າຄິດແມ່ນແຕ່ວິນາທີດຽວວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຍອມລົດກຽດເພື່ອໃຫ້ກຽດພວກເຈົ້າດ້ວຍການສະຖິດຂອງພຣະອົງ. ແຮງໄກທີ່ພວກເຈົ້າຈະກ້າຄິດວ່າພວກເຈົ້າຈະສາມາດເຫັນພຣະເຈົ້າປາກົດຕົວເປັນການສ່ວນຕົວໄດ້ແນວໃດ ໃນເມື່ອພວກເຈົ້າສົກກະປົກຢ່າງເຫຼືອທົນຂະໜາດນີ້. ພວກເຈົ້າບໍ່ເຄີຍຄິດເລີຍວ່າພຣະເຈົ້າຈະສາມາດລົງມາໃນດິນແດນຕ່າງຊາດເປັນການສ່ວນຕົວ. ພຣະອົງຄວນລົງມາເທິງພູເຂົາຊີນາຍ ຫຼື ພູເຂົາໝາກກອກເທດ ແລະ ປາກົດຕໍ່ຊາວອິດສະຣາເອນ. ຊາວຕ່າງຊາດ (ນັ້ນກໍຄື ຜູ້ຄົນທີ່ຢູ່ນອກອິດສະຣາເອນ) ບໍ່ລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການກຽດຊັງຂອງພຣະອົງບໍ? ພຣະອົງຈະສາມາດປະຕິບັດພາລະກິດເປັນການສ່ວນຕົວທ່າມກາງພວກເຂົາໄດ້ແນວໃດ? ທຸກສິ່ງເຫຼົ່ານີ້ແມ່ນແນວຄິດຝັງເລິກທີ່ພວກເຈົ້າໄດ້ມີເປັນເວລາຫຼາຍປີແລ້ວ. ຈຸດປະສົງຂອງການເອົາຊະນະພວກເຈົ້າໃນປັດຈຸບັນແມ່ນເພື່ອພັງທະລາຍແນວຄິດເຫຼົ່ານີ້ຂອງພວກເຈົ້າ. ສະນັ້ນ ພວກເຈົ້າຈຶ່ງຈະໄດ້ເຫັນເຖິງການປາກົດຕົວຂອງພຣະເຈົ້າເປັນການສ່ວນຕົວທ່າມກາງພວກເຈົ້າ, ບໍ່ແມ່ນເທິງພູເຂົາຊີນາຍ ຫຼື ເທິງພູເຂົາໝາກກອກເທດ, ແຕ່ຢູ່ໃນທ່າມກາງຜູ້ຄົນທີ່ພຣະອົງບໍ່ເຄີຍນໍາພາມາກ່ອນ. ຫຼັງຈາກທີ່ພຣະເຈົ້າປະຕິບັດສອງຂັ້ນຕອນຂອງພາລະກິດໃນອິດສະຣາເອນ, ຊາວອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນຈຶ່ງໄດ້ມີແນວຄິດແບບດຽວກັນວ່າ ໃນຂະນະທີ່ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ສ້າງສິ່ງທັງປວງ, ແຕ່ພຣະອົງພຽງແຕ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ຊາວອິດສະຣາເອນເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຈົ້າພຽງແຕ່ສາມາດເປັນພຣະເຈົ້າຂອງພວກເຮົາ, ບໍ່ແມ່ນພຣະເຈົ້າຂອງພວກເຈົ້າທີ່ເປັນຊາວຕ່າງຊາດ ແລະ ຍ້ອນພວກເຈົ້າບໍ່ຢໍາເກງພຣະເຢໂຮວາ, ສະນັ້ນ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງພວກເຮົາຈຶ່ງກຽດຊັງພວກເຈົ້າ. ຄົນຢິວເຫຼົ່ານັ້ນຍັງເຊື່ອສິ່ງດັ່ງຕໍ່ໄປນີ້ວ່າ: ພຣະເຢຊູເຈົ້າມີພາບລັກສະນະຂອງພວກເຂົາທີ່ເປັນຄົນຢິວ ແລະ ເປັນພຣະເຈົ້າທີ່ມີສັນຍາລັກຂອງຄົນຢິວ. ພຣະເຈົ້າປະຕິບັດພາລະກິດທ່າມກາງພວກເຮົາ. ພາບລັກສະນະຂອງພຣະເຈົ້າ ແລະ ພາບລັກສະນະຂອງພວກເຮົາກໍຄ້າຍຄືກັນ; ພາບລັກສະນະຂອງພວກເຮົາກໍໃກ້ຄຽງກັບພຣະເຈົ້າ. ພຣະເຢຊູເຈົ້າເປັນກະສັດຂອງພວກເຮົາ ຊາວຢິວ; ຊາວຕ່າງຊາດບໍ່ມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ແບບນັ້ນ. ພຣະເຢຊູເຈົ້າເປັນເຄື່ອງບູຊາແທນຄວາມຜິດບາບສຳລັບພວກເຮົາ ຊາວຢິວ. ມັນແມ່ນບົນພື້ນຖານຂອງສອງຂັ້ນຕອນເຫຼົ່ານີ້ຂອງພາລະກິດເທົ່ານັ້ນ, ຊາວອິດສະຣາເອນ ແລະ ຄົນຢິວຈຶ່ງເກີດມີແນວຄິດທັງໝົດເຫຼົ່ານີ້. ພວກເຂົາອ້າງສິດຢ່າງທະນົງຕົວວ່າພຣະເຈົ້າເປັນພຣະເຈົ້າສຳລັບພວກເຂົາເອງ, ບໍ່ໃຫ້ພຣະເຈົ້າເປັນພຣະເຈົ້າຂອງຊາວຕ່າງຊາດຄືກັນ. ໃນລັກສະນະນີ້, ພຣະເຈົ້າຈຶ່ງກາຍເປັນຊ່ອງວ່າງໃນຫົວໃຈຂອງຊາວຕ່າງຊາດ. ນີ້ກໍຍ້ອນທຸກຄົນເຊື່ອວ່າ ພຣະເຈົ້າບໍ່ຕ້ອງການເປັນພຣະເຈົ້າຂອງຊາວຕ່າງຊາດ ແລະ ພຣະອົງພຽງແຕ່ມັກຊາວອິດສະຣາເອນ, ຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ຄົນຢິວ, ໂດຍສະເພາະແມ່ນສາວົກທີ່ຕິດຕາມພຣະອົງ. ເຈົ້າຮູ້ບໍວ່າພາລະກິດທີ່ພຣະເຢໂຮວາ ແລະ ພຣະເຢຊູປະຕິບັດແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດທັງປວງ? ບັດນີ້ ເຈົ້າຮັບຮູ້ບໍວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຈົ້າທຸກຄົນທີ່ເກີດຢູ່ນອກອິດສະຣາເອນ? ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ສິ່ງນີ້ບໍ່ໄດ້ເປັນຄວາມຝັນ ແມ່ນບໍ? ພວກເຈົ້າບໍ່ຍອມຮັບເອົາຄວາມເປັນຈິງນີ້ບໍ? ພວກເຈົ້າກ້າທີ່ຈະບໍ່ເຊື່ອ ຫຼື ຄິດກ່ຽວກັບສິ່ງນັ້ນ. ບໍ່ວ່າພວກເຈົ້າຈະເຫັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ພວກເຈົ້າຍັງຢ້ານທີ່ຈະເຊື່ອໃນພຣະທຳເຫຼົ່ານີ້ບໍ? ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນທີ່ຖືກເອົາຊະນະ ແລະ ທຸກຄົນທີ່ປາຖະໜາເປັນຜູ້ຕິດຕາມຂອງພຣະເຈົ້າບໍ່ແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນທີ່ເປັນຜູ້ຕິດຕາມໃນມື້ນີ້ບໍ່ແມ່ນຜູ້ຄົນຖືກເລືອກທີ່ຢູ່ນອກອິດສະຣາເອນບໍ? ສະຖານະຂອງພວກເຈົ້າບໍ່ຄືກັບຊາວອິດສະຣາເອນບໍ? ທຸກສິ່ງນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້ຈັກບໍ? ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະພວກເຈົ້າບໍ? ຍ້ອນພວກເຈົ້າສາມາດເຫັນພຣະເຈົ້າ, ພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕະຫຼອດໄປ, ນັບຕັ້ງແຕ່ການເລີ່ມຕົ້ນ ແລະ ສູ່ອະນາຄົດ. ພຣະອົງຈະບໍ່ປະຖິ້ມພວກເຈົ້າ ຕາບໃດທີ່ພວກເຈົ້າທຸກຄົນເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ເປັນສິ່ງຖືກສ້າງທີ່ຊື່ສັດ ແລະ ອ່ອນນ້ອມຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ