ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 289

18 ເດືອນທັນວາ 2025

ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງລິເລີ່ມເສັ້ນທາງໃໝ່, ລິເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່. ຕະຫຼອດເວລາ, ພຣະວິນຍານຂອງພຣະເຈົ້າແມ່ນປະຕິບັດພາລະກິດໃໝ່, ບໍ່ເຄີຍຍຶດຕິດກັບວິທີທາງ ແລະ ກົດລະບຽບເດີມໆ. ພາລະກິດຂອງພຣະອົງບໍ່ເຄີຍຢຸດ ແຕ່ປະຕິບັດຢູ່ທຸກຊ່ວງເວລາ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດປ່ຽນແປງໄດ້, ແລ້ວເປັນຫຍັງພຣະເຢໂຮວາຈຶ່ງຮຽກຮ້ອງໃຫ້ພວກປະໂລຫິດຮັບໃຊ້ພຣະອົງໃນພຣະວິຫານ ແຕ່ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານເລີຍ, ເຖິງແມ່ນວ່າ ເມື່ອພຣະອົງສະເດັດມາ, ຜູ້ຄົນຍັງໄດ້ເວົ້າວ່າ ພຣະອົງເປັນປະໂລຫິດຊັ້ນສູງ ແລະ ພຣະອົງມາຈາກຄົວເຮືອນຂອງເດວິດ ແລະ ຍັງເປັນປະໂລຫິດຊັ້ນສູງ ແລະ ເປັນກະສັດທີ່ຍິ່ງໃຫຍ່? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຖວາຍເຄື່ອງບູຊາ? ການເຂົ້າໄປໃນພຣະວິຫານ ຫຼື ການບໍ່ເຂົ້າໄປໃນພຣະວິຫານ, ສິ່ງນີ້ບໍ່ແມ່ນພາລະກິດຂອງພຣະເຈົ້າເອງບໍ? ຕາມທີ່ມະນຸດຈິນຕະນາການ ຖ້າພຣະເຢຊູກັບມາອີກຄັ້ງ ແລະ ໃນຍຸກສຸດທ້າຍ ພຣະອົງຈະຍັງຖືກເອີ້ນວ່າ ພຣະເຢຊູ ແລະ ຍັງມາເທິງເມກສີຂາວ, ລົງມາທ່າມກາງມະນຸດໃນພາບລັກສະນະຂອງພຣະເຢຊູ: ແລ້ວນັ້ນຈະບໍ່ແມ່ນການເຮັດຊໍ້າພາລະກິດຂອງພຣະອົງບໍ? ພຣະວິນຍານບໍລິສຸດສາມາດຍຶດຕິດກັບອະດີດບໍ? ທຸກສິ່ງທີ່ມະນຸດເຊື່ອແມ່ນແນວຄິດ ແລະ ທຸກສິ່ງທີ່ມະນຸດເຂົ້າໃຈແມ່ນຕາມຄວາມໝາຍຂອງຄໍາເວົ້າໂດຍກົງ ແລະ ຕາມຈິນຕະນາການຂອງເຂົາເຊັ່ນກັນ; ພວກມັນບໍ່ສອດຄ່ອງກັບຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນລັກສະນະນັ້ນ; ພຣະເຈົ້າບໍ່ໄດ້ບ້າ ແລະ ໂງ່ຈ້າແບບນັ້ນ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ອີງຕາມທຸກສິ່ງທີ່ມະນຸດຈິນຕະນາການ, ພຣະເຢຊູຈະມາໂດຍຂີ່ກ້ອນເມກ ແລະ ສະເດັດມາທ່າມກາງພວກເຈົ້າ. ພວກເຈົ້າຈະເຫັນພຣະອົງ ຜູ້ທີ່ຈະບອກພວກເຈົ້າວ່າ ພຣະອົງເປັນພຣະເຈົ້າ ໂດຍຂີ່ເທິງກ້ອນເມກ. ພວກເຈົ້າຈະໄດ້ເຫັນຮອຍຕະປູໃນມືຂອງພຣະອົງເຊັ່ນກັນ ແລະ ຈະຮູ້ວ່າພຣະອົງເປັນພຣະເຢຊູ. ແລ້ວພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນອີກຄັ້ງ ແລະ ຈະເປັນພຣະເຈົ້າທີ່ຍິ່ງໃຫຍ່ຂອງພວກເຈົ້າ. ພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນ, ປະທານຊື່ໃໝ່ໃຫ້ກັບພວກເຈົ້າ ແລະ ມອບກ້ອນຫີນສີຂາວໃຫ້ກັບພວກເຈົ້າແຕ່ລະຄົນ ຫຼັງຈາກທີ່ພວກເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າສູ່ອານາຈັກສະຫວັນ ແລະ ຖືກຮັບເຂົ້າສູ່ສະຫວັນວິມານ. ຄວາມເຊື່ອດັ່ງກ່າວບໍ່ແມ່ນແນວຄິດຂອງມະນຸດບໍ? ພຣະເຈົ້າປະຕິບັດພາລະກິດຕາມແນວຄິດຂອງມະນຸດ ຫຼື ພຣະອົງປະຕິບັດພາລະກິດກົງກັນຂ້າມກັບແນວຄິດຂອງມະນຸດກັນແທ້? ແນວຄິດທັງໝົດຂອງມະນຸດບໍ່ໄດ້ມາຈາກຊາຕານບໍ? ມະນຸດທຸກຄົນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ຖ້າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຕາມແນວຄິດຂອງມະນຸດ, ແລ້ວພຣະອົງຈະບໍ່ກາຍມາເປັນຊາຕານບໍ? ພຣະອົງຈະບໍ່ເປັນປະເພດດຽວກັນກັບສິ່ງຊົງສ້າງຂອງພຣະອົງບໍ? ຍ້ອນວ່າ ປັດຈຸບັນນີ້ ສິ່ງຊົງສ້າງຂອງພຣະອົງຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍ ມະນຸດຈຶ່ງກາຍມາເປັນຮູບຫຼັກຂອງຊາຕານ, ຖ້າພຣະເຈົ້າຕ້ອງປະຕິບັດພາລະກິດຕາມສິ່ງຕ່າງໆຂອງຊາຕານ, ແລ້ວພຣະອົງຈະບໍ່ຢູ່ຮ່ວມລີກດຽວກັນກັບຊາຕານບໍ? ມະນຸດຈະສາມາດຢັ່ງເຖິງພາລະກິດຂອງພຣະເຈົ້າໄດ້ແນວໃດ? ສະນັ້ນ ພຣະເຈົ້າຈະບໍ່ປະຕິບັດພາລະກິດຕາມແນວຄິດຂອງມະນຸດຈັກເທື່ອ, ພຣະອົງຈະບໍ່ປະຕິບັດພາລະກິດໃນລັກສະນະທີ່ເຈົ້າຈິນຕະນາການ. ມີຄົນທີ່ເວົ້າວ່າ ພຣະເຈົ້າເອງກ່າວວ່າ ພຣະອົງຈະມາເຖິງເທິງກ້ອນເມກ. ເປັນຄວາມຈິງທີ່ພຣະເຈົ້າກ່າວສິ່ງດັ່ງກ່າວດ້ວຍຕົວພຣະອົງເອງ, ແຕ່ເຈົ້າບໍ່ຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດຢັ່ງເຖິງສິ່ງລຶກລັບຂອງພຣະເຈົ້າໄດ້? ເຈົ້າຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດອະທິບາຍພຣະທຳຂອງພຣະເຈົ້າໄດ້? ເຈົ້າໝັ້ນໃຈໂດຍບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວບໍວ່າ ເຈົ້າໄດ້ຮັບການສ່ອງແສງສະຫວ່າງ ແລະ ການເຍືອງທາງໂດຍພຣະວິນຍານບໍລິສຸດ? ແນ່ໃຈບໍ່ວ່າ ພຣະວິນຍານບໍລິສຸດບໍ່ໄດ້ສະແດງໃຫ້ເຈົ້າເຫັນໃນສິ່ງນັ້ນໂດຍກົງ? ແມ່ນພຣະວິນຍານບໍລິສຸດບໍທີ່ແນະນໍາເຈົ້າ ຫຼື ແນວຄິດຂອງເຈົ້າເອງທີ່ນໍາພາເຈົ້າໃຫ້ຄິດແບບນັ້ນ? ເຈົ້າເວົ້າວ່າ “ສິ່ງນີ້ແມ່ນຖືກກ່າວໂດຍພຣະເຈົ້າເອງ”. ແຕ່ພວກເຮົາບໍ່ສາມາດໃຊ້ແນວຄິດ ແລະ ຈິດໃຈຂອງພວກເຮົາເອງເພື່ອວັດແທກພຣະທຳຂອງພຣະເຈົ້າ. ສຳລັບຄຳເວົ້າທີ່ເອຊາຢາເວົ້າອອກມານັ້ນ, ເຈົ້າສາມາດອະທິບາຍຄຳເວົ້າຂອງລາວຢ່າງໝັ້ນໃຈທີ່ສຸດບໍ? ເຈົ້າກ້າທີ່ຈະອະທິບາຍຄຳເວົ້າຂອງລາວບໍ? ໃນເມື່ອເຈົ້າບໍ່ກ້າອະທິບາຍຄຳເວົ້າຂອງເອຊາຢາ, ແລ້ວເປັນຫຍັງເຈົ້າຈຶ່ງກ້າອະທິບາຍພຣະທຳຂອງພຣະເຢຊູ? ແມ່ນໃຜສູງສົ່ງກວ່າກັນ ພຣະເຢຊູ ຫຼື ເອຊາຢາ? ເມື່ອຄຳຕອບແມ່ນພຣະເຢຊູ, ເປັນຫຍັງເຈົ້າຈຶ່ງອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້? ພຣະເຈົ້າໄດ້ບອກເຈົ້າກ່ຽວກັບພາລະກິດຂອງພຣະອົງໄວ້ລ່ວງໜ້າບໍ? ບໍ່ມີສິ່ງຊົງສ້າງແມ່ນແຕ່ສິ່ງດຽວທີ່ສາມາດຮູ້ໄດ້, ບໍ່ມີແມ່ນແຕ່ຜູ້ສົ່ງຂ່າວໃນສະຫວັນ ຫຼື ບຸດມະນຸດ, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ມະນຸດຂາດຕົກບົກຜ່ອງຫຼາຍ. ສິ່ງທີ່ສຳຄັນສຳລັບພວກເຈົ້າໃນຕອນນີ້ກໍຄື ການຮູ້ຈັກພາລະກິດສາມຂັ້ນຕອນ. ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ພວກມັນທັງໝົດເປັນພາລະກິດຂອງພຣະວິນຍານອົງດຽວ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລີ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາເປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ