ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 288

14 ເດືອນກໍລະກົດ 2025

ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ທຸກສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນທຳມະສາລາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳນິຕິຕຽນພວກຟາຣີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປງຄວາມກະບົດຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູແມ່ນບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງໃສ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນສໍາລັບພຣະອົງທີ່ຈະກ່າວພຣະທຳເພີ່ມເພື່ອເອົາຊະນະມະນຸດຄົນໃດຄົນໜຶ່ງ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ແຕ່ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດເທົ່ານັ້ນ ແລະ ບໍ່ໄດ້ເຮັດໜ້າທີ່ເປັນແຫຼ່ງກໍາເນີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຄຶງກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອປະນາມພວກຟາຣີຊາຍ, ນີ້ກໍພຽງພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ຜ່ານມາ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມກະບົດ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ ແລະ ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ. ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ສາມາດຕັດສິນພວກເຈົ້າໄດ້. ໃຫ້ຈິນຕະນາການເບິ່ງວ່າ ຖ້າເຮົາຕ້ອງຕັດສິນພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອນ ແລ້ວພວກເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນນີ້ບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງກ່າວພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ. ພາລະກິດທີ່ພຣະເຢຊູກະທຳເປັນພຽງຂັ້ນຕອນໜຶ່ງທີ່ສູງກວ່າພຣະສັນຍາເດີມ; ພາລະກິດດັ່ງກ່າວແມ່ນຖືກໃຊ້ເພື່ອເລີ່ມຕົ້ນຍຸກໜຶ່ງ ແລະ ເພື່ອນໍາພາຍຸກດັ່ງກ່າວ. ເປັນຫຍັງພຣະອົງຈຶ່ງກ່າວວ່າ: “ເຮົາບໍ່ໄດ້ມາເພື່ອທຳລາຍພຣະບັນຍັດ ແຕ່ເພື່ອເຮັດໃຫ້ມັນສຳເລັດ”? ແຕ່ໃນພາລະກິດຂອງພຣະອົງກໍມີຫຼາຍຢ່າງທີ່ແຕກຕ່າງຈາກກົດລະບຽບທີ່ນໍາໃຊ້ ແລະ ພຣະບັນຍັດທີ່ປະຊາຊົນອິດສະຣາເອນແຫ່ງພຣະສັນຍາເດີມໄດ້ຕິດຕາມ, ຍ້ອນພຣະອົງບໍ່ໄດ້ມາເພື່ອເຊື່ອຟັງກົດລະບຽບ ແຕ່ເພື່ອເຮັດໃຫ້ມັນສຳເລັດ. ຂະບວນການທີ່ເຮັດໃຫ້ມັນສຳເລັດລວມມີຫຼາຍສິ່ງທີ່ເປັນຄວາມຈິງ ນັ້ນກໍຄື: ພາລະກິດຂອງພຣະອົງແມ່ນຕາມຄວາມເປັນຈິງ ແລະ ແທ້ຈິງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ມັນມີຊີວິດຊີວາ ແລະ ບໍ່ໄດ້ຍຶດໝັ້ນກັບກົດລະບຽບຢ່າງຫຼັບຫູຫຼັບຕາ. ປະຊາຊົນອິດສະຣາເອນບໍ່ໄດ້ຮັກສາວັນຊະບາໂຕບໍ? ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ຍ້ອນພຣະອົງກ່າວວ່າ ບຸດມະນຸດເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ ແລະ ເມື່ອພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕສະເດັດມາເຖິງ, ພຣະອົງກໍຈະເຮັດຕາມທີ່ພຣະອົງປາຖະໜາ. ພຣະອົງສະເດັດມາເພື່ອເຮັດໃຫ້ກົດລະບຽບແຫ່ງພຣະສັນຍາເດີມສຳເລັດ ແລະ ເພື່ອປ່ຽນແປງກົດລະບຽບເຫຼົ່ານັ້ນ. ທຸກສິ່ງທີ່ກະທຳໃນປັດຈຸບັນແມ່ນອີງຕາມປັດຈຸບັນ ແຕ່ມັນກໍຍັງຕັ້ງຢູ່ບົນພື້ນຖານແຫ່ງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ບໍ່ໄດ້ລະເມີດຂອບເຂດນີ້. ຕົວຢ່າງເຊັ່ນ: ການລະມັດລະວັງຄຳເວົ້າຂອງພວກເຈົ້າ ແລະ ບໍ່ລ່ວງເກີນຜົວເມຍຜູ້ອື່ນ, ສິ່ງເຫຼົ່ານີ້ບໍ່ແມ່ນກົດລະບຽບໃນພຣະສັນຍາເດີມບໍ? ໃນປັດຈຸບັນ, ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ໄດ້ຖືກຈຳກັດແຕ່ພຽງໃນພຣະບັນຍັດສິບປະການ ແຕ່ປະກອບດ້ວຍພຣະບັນຍັດ ແລະ ກົດລະບຽບທີ່ມີຄຳສັ່ງສູງກວ່າສິ່ງເຫຼົ່ານັ້ນທີ່ກຳນົດໃນອະດີດ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ກຳນົດໄວ້ກ່ອນໜ້ານີ້ແມ່ນຖືກລົບລ້າງ, ຍ້ອນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງຂັ້ນຕອນທີ່ເກີດຂຶ້ນກ່ອນໜ້າ. ສຳລັບພາລະກິດທີ່ພຣະເຢໂຮວາເຮັດໃນອິດສະຣາເອນນັ້ນ ເຊັ່ນ: ຮຽກຮ້ອງໃຫ້ປະຊາຊົນຖວາຍເຄື່ອງບູຊາ, ນັບຖືບິດາມານດາ, ບໍ່ບູຊາຮູບປັ້ນ, ບໍ່ທຳຮ້າຍ ຫຼື ສາບແຊ່ງຄົນອື່ນ, ບໍ່ລ່ວງເກີນຜົວເມຍຄົນອື່ນ, ບໍ່ສູບຢາ ຫຼື ດື່ມເຫຼົ້າ ແລະ ບໍ່ກິນສິ່ງທີ່ຕາຍ ຫຼື ດື່ມເລືອດ, ສິ່ງນີ້ບໍ່ໄດ້ປະກອບເປັນພື້ນຖານສຳລັບການປະຕິບັດຂອງເຈົ້າແມ່ນແຕ່ໃນປັດຈຸບັນບໍ? ພາລະກິດໄດ້ຮັບການປະຕິບັດບົນພື້ນຖານແຫ່ງອະດີດຈົນມາເຖິງປັດຈຸບັນ. ເຖິງແມ່ນວ່າກົດລະບຽບຂອງອະດີດບໍ່ໄດ້ຖືກກ່າວເຖິງອີກຕໍ່ໄປແລ້ວ ແລະ ໄດ້ມີການຮຽກຮ້ອງໃໝ່ສຳລັບເຈົ້າ, ແຕ່ກົດລະບຽບເຫຼົ່ານີ້ກໍບໍ່ໄດ້ຖືກລົບລ້າງ ແລະ ກົງກັນຂ້າມ ມັນຖືກຍົກໃຫ້ສູງຂຶ້ນ. ການເວົ້າວ່າກົດລະບຽບເຫຼົ່ານັ້ນຖືກລົບລ້າງໝາຍຄວາມວ່າຍຸກທີ່ຜ່ານມາແມ່ນຫຼ້າສະໄໝ, ໃນຂະນະທີ່ມີພຣະບັນຍັດບາງຂໍ້ທີ່ພວກເຈົ້າຕ້ອງເຄົາລົບຊົ່ວນິດນິລັນ. ພຣະບັນຍັດໃນອະດີດແມ່ນຖືກນໍາເຂົ້າໃນການປະຕິບັດຕົວຈິງແລ້ວ, ໄດ້ກາຍເປັນຊີວິດຂອງມະນຸດ ແລະ ບໍ່ຈຳເປັນຕ້ອງເນັ້ນເຖິງຂໍ້ພຣະບັນຍັດທີ່ວ່າ “ບໍ່ໃຫ້ສູບຢາ” ແລະ “ບໍ່ໃຫ້ດື່ມເຫຼົ້າ” ແລະ ອື່ນໆອີກ. ບົນພື້ນຖານນີ້, ພຣະບັນຍັດໃໝ່ຖືກວາງອອກຕາມຄວາມຕ້ອງການຂອງພວກເຈົ້າໃນປັດຈຸບັນ, ຕາມວຸດທິພາວະຂອງພວກເຈົ້າ ແລະ ຕາມພາລະກິດແຫ່ງປັດຈຸບັນ. ການກຳນົດພຣະບັນຍັດສຳລັບຍຸກໃໝ່ບໍ່ໄດ້ໝາຍເຖິງການລົບລ້າງພຣະບັນຍັດໃນຍຸກເກົ່າ, ແຕ່ເປັນການຍົກພຣະບັນຍັດເຫຼົ່ານັ້ນໃຫ້ສູງຂຶ້ນໂດຍຢູ່ບົນພື້ນຖານນີ້, ເພື່ອເຮັດໃຫ້ການກະທຳຂອງມະນຸດສົມບູນຫຼາຍຍິ່ງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ. ໃນປັດຈຸບັນ ຖ້າພວກເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດພຣະບັນຍັດ ແລະ ປະຕິບັດຕາມກົດລະບຽບແຫ່ງພຣະສັນຍາເດີມ ໃນລັກສະນະດຽວກັນກັບຊາວອິດສະຣາເອນ ແລະ ຖ້າເຈົ້າຖືກຮຽກຮ້ອງໃຫ້ທ່ອງກົດລະບຽບທີ່ພຣະເຢໂຮວາວາງອອກ ມັນກໍເປັນໄປບໍ່ໄດ້ທີ່ພວກເຈົ້າຈະສາມາດປ່ຽນແປງ. ຖ້າພວກເຈົ້າຕ້ອງປະຕິບັດຕາມພຣະບັນຍັດທີ່ຈຳກັດພຽງແຕ່ໜ້ອຍດຽວ ຫຼື ທ່ອງກົດລະບຽບຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ, ອຸປະນິໄສເດີມຂອງພວກເຈົ້າກໍ່ຈະຍັງຄົງຝັງເລິກ ແລະ ບໍ່ມີທາງທີ່ຈະຖອນຮາກມັນໄດ້ເລີຍ. ສະນັ້ນ ພວກເຈົ້າກໍຍິ່ງຈະຊົ່ວຊ້າຂຶ້ນເລື້ອຍໆ ແລະ ບໍ່ມີພວກເຈົ້າຄົນໃດທີ່ຈະອ່ອນນ້ອມ. ເວົ້າໄດ້ວ່າ ພຣະບັນຍັດທໍາມະດາຈຳນວນໜ້ອຍດຽວ ຫຼື ກົດລະບຽບທີ່ນັບບໍ່ຖ້ວນນັ້ນບໍ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກເຖິງການກະທຳຂອງພຣະເຢໂຮວາໄດ້. ພວກເຈົ້າບໍ່ຄືກັບປະຊາຊົນອິດສະຣາເອນ ນັ້ນກໍຄື: ດ້ວຍການປະຕິບັດກົດລະບຽບ ແລະ ທ່ອງພຣະບັນຍັດ, ພວກເຂົາສາມາດເປັນພະຍານເຖິງການກະທໍາຂອງພຣະເຢໂຮວາ ແລະ ອຸທິດພວກເຂົາໃຫ້ກັບພຣະອົງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສາມາດບັນລຸແບບນີ້ໄດ້ ແລະ ພຣະບັນຍັດຈຳນວນໜ້ອຍດຽວໃນຍຸກພຣະສັນຍາເດີມບໍ່ພຽງແຕ່ຈະບໍ່ສາມາດເຮັດໃຫ້ພວກເຈົ້າຍອມມອບຫົວໃຈຂອງພວກເຈົ້າ ຫຼື ປົກປ້ອງພວກເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ມັນຈະເຮັດໃຫ້ພວກເຈົ້າບໍ່ມີລະບຽບ ແລະ ຈະເຮັດໃຫ້ພວກເຈົ້າຕົກສູ່ດິນແດນມໍລະນາ. ຍ້ອນພາລະກິດຂອງເຮົາແມ່ນພາລະກິດແຫ່ງການເອົາຊະນະ ແລະ ແນໃສ່ຄວາມກະບົດ ແລະ ອຸປະນິໄສເດີມຂອງພວກເຈົ້າ. ພຣະທຳທີ່ກະລຸນາຂອງພຣະເຢໂຮວາ ແລະ ພຣະເຢຊູແຕກຕ່າງຈາກພຣະທຳທີ່ຮ້າຍແຮງແຫ່ງການພິພາກສາໃນປັດຈຸບັນ. ຫາກປາສະຈາກພຣະທຳທີ່ຮ້າຍແຮງດັ່ງກ່າວ, ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກເຈົ້າ “ຜູ້ຊ່ຽວຊານທັງຫຼາຍ” ຜູ້ເຊິ່ງກະບົດເປັນເວລາຫຼາຍພັນປີ. ກົດລະບຽບໃນພຣະສັນຍາເດີມໄດ້ສູນເສຍອໍານາດໃນພວກເຈົ້າດົນນານມາແລ້ວ ແລະ ການພິພາກສາໃນປັດຈຸບັນກໍຍິ່ງເປັນຕາຢ້ານຫຼາຍກວ່າກົດລະບຽບທີ່ເກົ່າແກ່ເຫຼົ່ານັ້ນ. ສິ່ງທີ່ເໝາະສົມກັບພວກເຈົ້າທີ່ສຸດແມ່ນການພິພາກສາ ແລະ ບໍ່ແມ່ນຂໍ້ກຳນົດຂອງກົດລະບຽບທີ່ບໍ່ສຳຄັນ, ຍ້ອນພວກເຈົ້າບໍ່ແມ່ນມະນຸດຊາດແຫ່ງການເລີ່ມຕົ້ນ, ແຕ່ເປັນມະນຸດຊາດທີ່ເສື່ອມຊາມເປັນເວລາຫຼາຍພັນປີ. ສິ່ງທີ່ມະນຸດຕ້ອງບັນລຸໃນປັດຈຸບັນແມ່ນອີງຕາມສະພາວະທີ່ເປັນຈິງຂອງມະນຸດໃນປັດຈຸບັນ, ອີງຕາມຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງມະນຸດໃນຍຸກປັດຈຸບັນ ແລະ ມັນບໍ່ໄດ້ຈຳເປັນທີ່ເຈົ້າຕ້ອງປະຕິບັດຕາມຄຳສັ່ງສອນ. ນີ້ກໍເພື່ອວ່າການປ່ຽນແປງອາດໄດ້ຮັບການບັນລຸໃນອຸປະນິໄສເດີມຂອງເຈົ້າ ແລະ ເພື່ອໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ