ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365
17 ເດືອນກໍລະກົດ 2025
ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມກະບົດ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ; ເຈົ້າຍັງລໍຖ້າໃຫ້ເຮົາຜ່ອນຜັນຕໍ່ເຈົ້າໃນການ “ລືມ” ອີກຄັ້ງແທ້ບໍ? ເຖິງວ່າ ມະນຸດໄດ້ຕໍ່ຕ້ານເຮົາ ແຕ່ເຮົາກໍຈະບໍ່ຕໍານິພວກເຂົາ ເນື່ອງຈາກພວກເຂົາມີວຸດທິພາວະທີ່ຕໍ່າຫຼາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ໄດ້ຮຽກຮ້ອງຫຼາຍເກີນໄປຈາກພວກເຂົາ. ສິ່ງດຽວທີ່ເຮົາຕ້ອງການກໍຄືບໍ່ໃຫ້ພວກເຂົາເສເພ ແລະ ໃຫ້ພວກເຂົາຍອມຕໍ່ເງື່ອນໄຂ. ແນ່ນອນ ມັນບໍ່ເກີນຄວາມສາມາດຂອງພວກເຈົ້າໃນການຕອບສະໜອງເງື່ອນໄຂຂໍ້ດຽວນີ້, ແມ່ນບໍ? ຄົນສ່ວນໃຫຍ່ແມ່ນລໍຖ້າໃຫ້ເຮົາເປີດເຜີຍຄວາມລຶກລັບຍິ່ງຂຶ້ນ ເພື່ອພວກເຂົາຈະໄດ້ລ້ຽງສາຍຕາຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງວ່າ ເຈົ້າຈະເຂົ້າໃຈຄວາມລຶກລັບທັງໝົດຂອງສະຫວັນ ແຕ່ເຈົ້າຈະສາມາດເຮັດຫຍັງໄດ້ດ້ວຍຄວາມຮູ້ນັ້ນ? ມັນຈະເພີ່ມຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ມັນຈະປຸກຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ເຮົາບໍ່ປະໝາດມະນຸດ ຫຼື ຕັດສິນພວກເຂົາຢ່າງເບົາໆ. ຖ້າສິ່ງເຫຼົ່ານີ້ບໍ່ແມ່ນສະຖານະການຕົວຈິງຂອງມະນຸດ, ເຮົາກໍຈະບໍ່ມີວັນສວມເຄື່ອງໝາຍດັ່ງກ່າວໃຫ້ພວກເຂົາຢ່າງງ່າຍດາຍ. ຈົ່ງຄິດຄືນເຖິງອະດີດ: ຈັກເທື່ອແລ້ວທີ່ເຮົາໄດ້ກ່າວຮ້າຍພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ປະໝາດພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ແນມເບິ່ງພວກເຈົ້າໂດຍບໍ່ຄໍານຶງເຖິງສະຖານະການຕົວຈິງຂອງພວກເຈົ້າ? ຈັກເທື່ອແລ້ວທີ່ພຣະທຳຂອງເຮົາບໍ່ສາມາດເອົາຊະນະພວກເຈົ້າຢ່າງໝົດໃຈ? ຈັກເທື່ອແລ້ວທີ່ເຮົາໄດ້ເວົ້າ ໂດຍບໍ່ໄດ້ດີດສາຍສົ່ງສຽງສະທ້ອນດັງກັງວານພາຍໃນພວກເຈົ້າ? ມີຜູ້ໃດໃນບັນດາພວກເຈົ້າທີ່ໄດ້ອ່ານພຣະທໍາຂອງເຮົາ ໂດຍທີ່ບໍ່ຢ້ານກົວ ແລະ ມີອາການສັ່ນເຊັນ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະໂຈມຕີພວກເຈົ້າໃຫ້ຕົກລົງສູ່ຂຸມເລິກທີ່ສຸດ? ເປັນຫຍັງຈຶ່ງບໍ່ອົດທົນກັບການທົດລອງຈາກພຣະທໍາຂອງເຮົາ? ພາຍໃນຖ້ອຍຄຳຂອງເຮົາມີສິດອໍານາດ ແຕ່ນີ້ບໍ່ແມ່ນເພື່ອການພິພາກສາມະນຸດແບບງ່າຍໆ; ກົງກັນຂ້າມ, ເຮົາໄດ້ສະແດງຄວາມໝາຍທີ່ມີຢູ່ໃນພຣະທໍາຂອງເຮົາຕໍ່ພວກເຂົາຢູ່ສະເໝີ ໂດຍໃສ່ໃຈກັບສະຖານະການຕົວຈິງຂອງພວກເຂົາ. ແທ້ຈິງແລ້ວ ມີຜູ້ໃດ ທີ່ສາມາດຮູ້ເຖິງອໍານາດອັນຍິ່ງໃຫຍ່ຂອງເຮົາທີ່ຢູ່ໃນພຣະທໍາຂອງເຮົາບໍ? ມີຜູ້ໃດ ທີ່ສາມາດເຂົ້າໃຈຄໍາທີ່ບໍລິສຸດທີ່ສຸດໃນພຣະທໍາຂອງເຮົາບໍ? ເຮົາໄດ້ກ່າວພຣະທໍາຫຼາຍສໍ່າໃດແລ້ວ? ມີຜູ້ໃດເຄີຍເຫັນຄຸນຄ່າພຣະທໍາເຫຼົ່ານັ້ນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 10
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ