ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 363

21 ກຸມພາ 2026

ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້:

1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ?

2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ?

3. ຖ້າເຮົາຍັງເຢັນຊາຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາໂດຍບໍ່ເປັນທີ່ຮູ້ຈັກ ແລະ ໄຮ້ຊື່ສຽງໄດ້ບໍ?

4. ພາຍຫຼັງເຈົ້າໄດ້ຈ່າຍລາຄາເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການຈໍານວນໜຶ່ງຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ?

5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກທໍລະມານກັບຄວາມເຈັບເປັນ, ຄວາມຕຶງຄຽດທາງດ້ານການເງິນ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ?

6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຄວນຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າແນວໃດ?

7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ?

8. ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ອ່ອນນ້ອມ ທີ່ບໍ່ຕັດສິນ ແລະ ສະຫຼຸບຕາມອໍາເພີໃຈໄດ້ບໍ?

9. ເຈົ້າສາມາດຖະໜຸຖະໜອມພຣະທໍາທຸກຂໍ້ທີ່ເຮົາໄດ້ກ່າວ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດ ໃນຂະນະທີ່ເຮົາຢູ່ຮ່ວມກັບມະນຸດຊາດບໍ?

10. ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກຕະຫຼອດຊີວິດເພື່ອເຮົາ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ?

11. ເພື່ອເຫັນແກ່ເຮົາ ເຈົ້າສາມາດທີ່ຈະປະຖິ້ມການພິຈາລະນາ, ການວາງແຜນ ຫຼື ການກະກຽມສຳລັບເສັ້ນທາງແຫ່ງຄວາມຢູ່ລອດໃນອະນາຄົດຂອງເຈົ້າບໍ?

ຄໍາຖາມເຫຼົ່ານີ້ສະແດງເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າເປັນຄັ້ງສຸດທ້າຍ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້. ຖ້າເຈົ້າເຮັດສຳເລັດໜຶ່ງ ຫຼື ສອງສິ່ງທີ່ຄໍາຖາມເຫຼົ່ານີ້ຮຽກຮ້ອງຈາກພວກເຈົ້າ, ແລ້ວເຈົ້າກໍຕ້ອງພະຍາຍາມຕໍ່ໄປ. ຖ້າເຈົ້າບໍ່ສາມາດບັນລຸແມ່ນແຕ່ຂໍ້ດຽວຂອງຂໍ້ກຳນົດເຫຼົ່ານີ້, ເຈົ້າກໍເປັນຄົນປະເພດທີ່ຈະຖືກໂຍນເຂົ້າສູ່ນະຮົກຢ່າງແນ່ນອນ. ສຳລັບບຸກຄົນດັ່ງກ່າວ ເຮົາບໍ່ຈໍາເປັນຕ້ອງເວົ້າຫຍັງເພີ່ມອີກ, ຍ້ອນວ່າ ພວກເຂົາບໍ່ແມ່ນຄົນທີ່ສາມາດເຂົ້າກັນໄດ້ກັບເຮົາຢ່າງແນ່ນອນ. ເຮົາຈະສາມາດຮັກສາຜູ້ໃດຜູ້ໜຶ່ງທີ່ສາມາດທໍລະຍົດເຮົາ ພາຍໃຕ້ສະຖານະການໃດກໍໄດ້ໃຫ້ຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ສໍາລັບຄົນທີ່ຍັງສາມາດທໍລະຍົດເຮົາໃນສະຖານະການສ່ວນໃຫຍ່, ເຮົາຈະສັງເກດເບິ່ງການປະຕິບັດຂອງພວກເຂົາກ່ອນເຮັດການຈັດແຈງອື່ນໆ. ຢ່າງໃດກໍຕາມ, ທຸກຄົນທີ່ສາມາດທໍລະຍົດເຮົາ, ບໍ່ວ່າຈະຢູ່ພາຍໃຕ້ສະພາບການໃດກໍຕາມ, ເຮົາຈະບໍ່ລືມຈັກເທື່ອ; ເຮົາຈະຈື່ພວກເຂົາໄວ້ໃນໃຈຂອງເຮົາ ແລະ ລໍຖ້າໂອກາດທີ່ຈະຕອບແທນການກະທໍາອັນຊົ່ວຮ້າຍຂອງພວກເຂົາ. ຄວາມຮຽກຮ້ອງທີ່ເຮົາໄດ້ຍົກຂຶ້ນແມ່ນບັນຫາທັງໝົດທີ່ພວກເຈົ້າຕ້ອງກວດສອບໃນຕົນເອງ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດພິຈາລະນາບັນຫາເຫຼົ່ານັ້ນຢ່າງຈິງຈັງ ແລະ ບໍ່ປະຕິບັດຕໍ່ເຮົາແບບພໍເປັນພິທີ. ໃນອະນາຄົດອັນໃກ້, ເຮົາຈະກວດຄໍາຕອບທີ່ພວກເຈົ້າໄດ້ໃຫ້ແກ່ເຮົາ ໂດຍທຽບໃສ່ກັບສິ່ງທີ່ເຮົາຮຽກຮ້ອງ. ເມື່ອເຖິງເວລານັ້ນ, ເຮົາຈະບໍ່ຮຽກຮ້ອງຫຍັງເພີ່ມຈາກພວກເຈົ້າ ແລະ ຈະບໍ່ໃຫ້ການຕັກເຕືອນທີ່ຈິງຈັງເພີ່ມເຕີມແກ່ພວກເຈົ້າອີກ. ກົງກັນຂ້າມ, ເຮົາຈະນໍາໃຊ້ສິດອໍານາດຂອງເຮົາ. ຄົນທີ່ຄວນຖືກເກັບຮັກສາໄວ້ກໍຈະຖືກເກັບຮັກສາໄວ້, ຄົນທີ່ຄວນໄດ້ຮັບລາງວັນກໍຈະໄດ້ຮັບລາງວັນ, ຄົນທີ່ຄວນຖືກມອບໃຫ້ຊາຕານກໍຈະຖືກມອບໃຫ້ຊາຕານ, ຄົນທີ່ຄວນໄດ້ຮັບການລົງໂທດຢ່າງໜັກກໍຈະໄດ້ຮັບການລົງໂທດຢ່າງໜັກ ແລະ ຄົນທີ່ຄວນຈິບຫາຍຈະຖືກທໍາລາຍ. ສະນັ້ນ ມັນກໍຈະບໍ່ມີຜູ້ໃດລົບກວນເຮົາໃນມື້ຂອງເຮົາອີກຕໍ່ໄປ. ເຈົ້າເຊື່ອພຣະທໍາຂອງເຮົາບໍ? ເຈົ້າເຊື່ອໃນຜົນກໍາບໍ? ເຈົ້າເຊື່ອບໍ່ວ່າ ເຮົາຈະລົງໂທດຄົນຊົ່ວຊ້າເຫຼົ່ານັ້ນທຸກຄົນທີ່ໄດ້ຫຼອກລວງ ແລະ ທໍລະຍົດເຮົາ? ເຈົ້າຫວັງໃຫ້ມື້ນັ້ນມາຮອດໄວໆ ຫຼື ໃຫ້ມັນມາຮອດຊ້າ? ເຈົ້າເປັນຄົນທີ່ຢ້ານກົວການລົງໂທດບໍ ຫຼື ເປັນຄົນທີ່ຈະຕໍ່ຕ້ານເຮົາ ເຖິງແມ່ນວ່າ ພວກເຂົາຈະຕ້ອງທົນທຸກກັບການລົງໂທດກໍຕາມ? ເມື່ອມື້ນັ້ນມາຮອດ, ເຈົ້າຈະສາມາດຈິນຕະນາການໄດ້ບໍວ່າ ເຈົ້າຈະດໍາລົງຊີວິດໃນທ່າມກາງສຽງໂຮ່ຮ້ອງດີໃຈ ແລະ ສຽງຫົວ ຫຼື ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ? ເຈົ້າຫວັງວ່າຢາກພົບກັບຈຸດຈົບແບບໃດ? ເຈົ້າເຄີຍພິຈາລະນາຢ່າງຈິງຈັງບໍວ່າ ເຈົ້າເຊື່ອໃນຕົວເຮົາໜຶ່ງຮ້ອຍເປີເຊັນ ຫຼື ສົງໄສໃນຕົວເຮົາໜຶ່ງຮ້ອຍເປີເຊັນ? ເຈົ້າເຄີຍພິຈາລະນາຢ່າງລະມັດລະວັງບໍວ່າ ການກະທຳ ແລະ ພຶດຕິກຳຂອງເຈົ້າຈະນໍາຜົນໄດ້ຮັບ ແລະ ຜົນຕາມມາແບບໃດມາສູ່ເຈົ້າ? ເຈົ້າຫວັງຢ່າງແທ້ຈິງບໍວ່າ ພຣະທໍາທັງໝົດຂອງເຮົາຈະຖືກເຮັດໃຫ້ສຳເລັດເທື່ອລະຂໍ້ ຫຼື ເຈົ້າຢ້ານກົວວ່າ ພຣະທໍາຂອງເຮົາຈະຖືກເຮັດໃຫ້ສໍາເລັດເທື່ອລະຂໍ້? ຖ້າເຈົ້າຫວັງໃຫ້ເຮົາຈາກໄປໂດຍໄວເພື່ອເຮັດໃຫ້ພຣະທໍາຂອງເຮົາກາຍເປັນຈິງ, ເຈົ້າຄວນປະຕິບັດແນວໃດຕໍ່ຄຳເວົ້າ ແລະ ການກະທຳຂອງເຈົ້າເອງ? ຖ້າເຈົ້າບໍ່ຫວັງໃຫ້ເຮົາຈາກໄປ ແລະ ບໍ່ຫວັງໃຫ້ພຣະທໍາທັງໝົດຂອງເຮົາກາຍເປັນຈິງໃນທັນທີ, ເປັນຫຍັງເຈົ້າຈຶ່ງເຊື່ອໃນຕົວເຮົາເລີຍ? ເຈົ້າຮູ້ແທ້ໆບໍວ່າ ເປັນຫຍັງເຈົ້າຈຶ່ງຕິດຕາມເຮົາ? ຖ້າເຫດຜົນຂອງເຈົ້າເປັນພຽງເພື່ອຂະຫຍາຍຂອບເຂດຄວາມຮູ້ຂອງເຈົ້າໃຫ້ກວ້າງຂຶ້ນ, ມັນກໍບໍ່ຈຳເປັນທີ່ຈະລົບກວນເຈົ້າເອງແບບນັ້ນ. ຖ້າມັນເປັນການໄດ້ຮັບພອນ ແລະ ຫຼີກເວັ້ນໄພພິບັດທີ່ກຳລັງຈະມາຮອດ, ເປັນຫຍັງເຈົ້າຈຶ່ງບໍ່ກັງວົນກ່ຽວກັບການປະພຶດຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງບໍ່ຖາມຕົວເອງວ່າ ເຈົ້າສາມາດບັນລຸຄວາມຮຽກຮ້ອງຂອງເຮົາໄດ້ ຫຼື ບໍ່? ເປັນຫຍັງເຈົ້າຍັງບໍ່ຖາມຕົນເອງວ່າ ເຈົ້າມີຄຸນສົມບັດທີ່ຈະໄດ້ຮັບພອນທີ່ມາເຖິງ ຫຼື ບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ