ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 339
13 ເດືອນກໍລະກົດ 2025
ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ້ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ້ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ້ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ, ເຮົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບຸລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າພວກເຈົ້າມີຫົວໃຈທີ່ຍໍາເກງເຮົາຢ່າງແທ້ຈິງ, ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ? ພວກເຈົ້າແມ່ນໂຕໜອນນ້ອຍໆທີ່ເໝັນທີ່ລັກເຄື່ອງຖວາຍຈາກແທ່ນບູຊາຂອງເຮົາ ນັ້ນກໍຄືພຣະເຢໂຮວາ; ໃນການເຮັດແບບນັ້ນ, ເຈົ້າສາມາດຊ່ວຍຊື່ສຽງທີ່ເສຍຫາຍ ແລະ ລົ້ມເຫຼວ ແລະ ກາຍເປັນຜູ້ຄົນຂອງອິດສະຣາເອນທີ່ຖືກເລືອກໄດ້ບໍ? ເຈົ້າແມ່ນຄົນຊົ່ວທີ່ບໍ່ມີຢາງອາຍ! ເຄື່ອງບູຊາຢູ່ແທ່ນບູຊາແມ່ນຖືກຖວາຍແກ່ເຮົາໂດຍຜູ້ຄົນ ເພື່ອເປັນການສະແດງອອກເຖິງຄວາມຮູ້ສຶກເມດຕາກະລຸນາຈາກຄົນທີ່ຍໍາເກງເຮົາ. ພວກມັນແມ່ນເພື່ອການຄວບຄຸມ ແລະ ການນໍາໃຊ້ຂອງເຮົາ, ສະນັ້ນ ເຈົ້າຈະສາມາດປຸ້ນເອົານົກເຂົາຈາກເຮົາ ເຊິ່ງຜູ້ຄົນໄດ້ມອບໃຫ້ແກ່ເຮົາໄດ້ແນວໃດ? ເຈົ້າບໍ່ຢ້ານກາຍເປັນຄົນຢູດາບໍ? ເຈົ້າບໍ່ຢ້ານວ່າ ດິນແດນຂອງເຈົ້າອາດຈະກາຍເປັນສະໜາມທີ່ເຕັມໄປດ້ວຍເລືອດບໍ? ເຈົ້າແມ່ນສິ່ງທີ່ບໍ່ມີຢາງອາຍ! ເຈົ້າຄິດວ່າ ນົກເຂົາທີ່ຜູ້ຄົນຖວາຍແມ່ນເພື່ອຫຼໍ່ລ້ຽງທ້ອງໃສ້ຂອງໂຕໜອນແບບເຈົ້າບໍ? ສິ່ງທີ່ເຮົາໄດ້ເອົາໃຫ້ເຈົ້າແມ່ນສິ່ງທີ່ເຮົາພໍໃຈ ແລະ ເຕັມໃຈເອົາໃຫ້ເຈົ້າ; ສິ່ງທີ່ເຮົາບໍ່ໄດ້ໃຫ້ເຈົ້າແມ່ນສິ່ງທີ່ເຮົາສາມາດໃຊ້ໄດ້. ເຈົ້າບໍ່ສາມາດລັກເຄື່ອງຖວາຍຂອງເຮົາໄດ້ຢ່າງງ່າຍດາຍ. ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ, ພຣະເຢໂຮວາ ເຊິ່ງກໍຄືພຣະຜູ້ສ້າງ ແລະ ຜູ້ຄົນພາກັນຖວາຍເຄື່ອງບູຊາກໍຍ້ອນເຮົາ. ເຈົ້າຄິດວ່າ ມັນເປັນຄ່າຕອບແທນສໍາລັບການແລ່ນໄປມາທີ່ເຈົ້າເຮັດບໍ? ເຈົ້າຈັງແມ່ນບໍ່ມີຢາງອາຍແທ້ໆ! ເຈົ້າແລ່ນໄປມາເພື່ອຫຍັງ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ? ເປັນຫຍັງເຈົ້າຈຶ່ງລັກເຄື່ອງບູຊາຂອງເຮົາ? ເປັນຫຍັງເຈົ້າຈຶ່ງລັກເງິນຈາກຖົງເງິນຂອງເຮົາ? ເຈົ້າບໍ່ແມ່ນລູກຊາຍຂອງ ຢູດາ ອິສະກາຣີອົດ ບໍ? ເຄື່ອງບູຊາທີ່ມີໃຫ້ເຮົາ ກໍຄືພຣະເຢໂຮວາ ແມ່ນເປັນເຄື່ອງບູຊາເພື່ອໃຫ້ພວກປະໂລຫິດໄດ້ຊື່ນຊົມ. ເຈົ້າແມ່ນພວກປະໂລຫິດບໍ? ເຈົ້າກ້າກິນເຄື່ອງຖວາຍຂອງເຮົາດ້ວຍຄວາມສະບາຍໃຈ ແລະ ເຖິງກັບວາງພວກມັນຢູ່ເທິງໂຕະ; ເຈົ້າບໍ່ມີຄ່າຫຍັງເລີຍ! ຄົນຊົ່ວທີ່ບໍ່ມີຄ່າເອີຍ! ໄຟຂອງເຮົາ ກໍຄືພຣະເຢໂຮວາ ຈະເຜົາເຈົ້າຈົນເປັນຂີ້ເຖົ່າ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ