ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 338
17 ເດືອນກໍລະກົດ 2025
ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກໆນ້ອຍໆກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມກະບົດດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງຊົງສ້າງໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ທໍລະຍົດພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ອົງຊົງລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມກະບົດຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດທໍລະຍົດພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ້ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ກະບົດຕໍ່ເຮົາແບບນີ້ ເທື່ອແລ້ວເທື່ອເລົ່າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ? ເຮົາບອກພວກເຈົ້າຕາມຄວາມຈິງ: ຄວາມອົດທົນຂອງເຮົາຖືກກຽມໄວ້ສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ມີຢູ່ເພື່ອການລົງໂທດຂອງພວກເຈົ້າໃນມື້ນັ້ນ. ພວກເຈົ້າບໍ່ແມ່ນຄົນທີ່ຈະທໍລະມານຕໍ່ການພິພາກສາທີ່ໂກດຮ້າຍ ເມື່ອເຮົາໝົດຄວາມອົດທົນນັ້ນບໍ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນກໍາມືຂອງເຮົາ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ ບໍ? ດັ່ງນັ້ນ ພາຍໃຕ້ທ້ອງຟ້ານີ້ ເຮົາຈະໃຫ້ພວກເຈົ້າຕໍ່ຕ້ານເຮົາແບບນັ້ນໄດ້ແນວໃດ? ຊີວິດຂອງພວກເຈົ້າຈະຫຍຸ້ງຍາກຫຼາຍ ເພາະພວກເຈົ້າໄດ້ພົບກັບພຣະເມຊີອາ ຕາມທີ່ຖືກກ່າວຂານໄວ້ວ່າ ພຣະອົງຈະສະເດັດມາ ແຕ່ບໍ່ເຄີຍມາຈັກເທື່ອ. ພວກເຈົ້າບໍ່ແມ່ນສັດຕູຂອງພຣະອົງບໍ? ພຣະເຢຊູເປັນເພື່ອນກັບພວກເຈົ້າ ແຕ່ພວກເຈົ້າເປັນສັດຕູກັບພຣະເມຊີອາ. ພວກເຈົ້າບໍ່ຮູ້ບໍວ່າ ເຖິງພວກເຈົ້າເປັນເພື່ອນກັບພຣະເຢຊູ ແຕ່ການກະທຳຊົ່ວຮ້າຍຂອງພວກເຈົ້າແມ່ນຝັງເລິກຢູ່ໃນເສັ້ນເລືອດຂອງຜູ້ຄົນທີ່ໜ້າລັງກຽດທີ່ສຸດ? ເຖິງແມ່ນພວກເຈົ້າຈະໃກ້ຊິດກັບພຣະເຢໂຮວາຫຼາຍ ແຕ່ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ໄປເຖິງຫູຂອງພຣະເຢໂຮວາ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະອົງ? ພຣະອົງຈະໃກ້ຊິດກັບເຈົ້າໄດ້ແນວໃດ ແລະ ພຣະອົງຈະບໍ່ເຜົາເສັ້ນເລືອດຂອງພວກເຈົ້າທີ່ເຕັມໄປດ້ວຍການກະທຳຊົ່ວຮ້າຍໄດ້ແນວໃດ? ພຣະອົງຈະບໍ່ສາມາດເປັນສັດຕູຂອງເຈົ້າໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ