ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 337
17 ເດືອນກໍລະກົດ 2025
ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ອົງຊົງລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າກະບົດບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ຜະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ອົງຊົງລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເວລາແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງຈະເປັນເວລາທີ່ເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ ຜູ້ເປັນພຣະເຢໂຮວາ ເຫັນພວກເຈົ້າແລ້ວ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ແລະ ອິດສາຢາກໄດ້ສິ່ງທີ່ເປັນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ, ເຈົ້າເຮັດແບບນັ້ນຕໍ່ໜ້າແທ່ນບູຊາທີ່ມີການຖວາຍເຄື່ອງບູຊາ? ພວກເຈົ້າເຊື່ອວ່າຕົນເອງສະຫຼາດພຽງພໍໄດ້ແນວໃດທີ່ຈະຫຼອກລວງເຮົາດ້ວຍວິທີນີ້? ຄວາມໂກດຮ້າຍຂອງເຮົາຈະອອກຫ່າງຈາກຄວາມຜິດບາບທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມໂກດຮ້າຍຂອງເຮົາຈະຂ້າມການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດໃນມື້ນີ້ ບໍ່ມີທາງອອກໃຫ້ກັບພວກເຈົ້າ ແຕ່ສະສົມການລົງໂທດໃຫ້ກັບພວກເຈົ້າໃນມື້ຕໍ່ໄປ; ມັນທ້າທາຍການລົງໂທດຂອງເຮົາອົງຊົງລິດທານຸພາບສູງສຸດທີ່ມີໃຫ້ກັບພວກເຈົ້າ. ການກະທຳທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າຈະສາມາດລອດພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ຄຳອະທິຖານຂອງພວກເຈົ້າຈະສາມາດມາເຖິງຫູຂອງເຮົາໄດ້ແນວໃດ? ເຮົາຈະເປີດທາງອອກໃຫ້ກັບຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ແນວໃດ? ເຮົາຈະປ່ອຍການກະທຳທີ່ຊົ່ວຮ້າຍທີ່ພວກເຈົ້າຕໍ່ຕ້ານເຮົາໄດ້ແນວໃດ? ເຮົາຈະບໍ່ຕັດລີ້ນຂອງພວກເຈົ້າທີ່ເຕັມໄປດ້ວຍຄວາມກຽດຊັງຄືກັບງູໄດ້ແນວໃດ? ພວກເຈົ້າບໍ່ໄດ້ຂໍຮ້ອງເຮົາເພື່ອເຫັນແກ່ຜົນປະໂຫຍດຂອງຄວາມທ່ຽງທຳຂອງເຮົາ ແຕ່ ກົງກັນຂ້າມ ພວກເຈົ້າສະສົມຄວາມໂກດຮ້າຍຂອງເຮົາທີ່ເປັນຜົນມາຈາກຄວາມບໍ່ທ່ຽງທຳຂອງພວກເຈົ້າ. ເຮົາຈະສາມາດຍົກໂທດໃຫ້ພວກເຈົ້າໄດ້ແນວໃດ? ໃນສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແມ່ນສົກກະປົກ. ສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ ເຫັນຄວາມບໍ່ທ່ຽງທຳຂອງພວກເຈົ້າຄືກັບການລົງໂທດທີ່ບໍ່ລົດລະ. ການລົງໂທດ ແລະ ການພິພາກສາທີ່ທ່ຽງທຳຂອງເຮົາຈະສາມາດອອກຫ່າງຈາກພວກເຈົ້າໄດ້ແນວໃດ? ຍ້ອນພວກເຈົ້າເຮັດສິ່ງນີ້ກັບເຮົາ ເຮັດໃຫ້ເຮົາໂສກເສົ້າ ແລະ ໂກດຮ້າຍ ເຮົາຈະໃຫ້ພວກເຈົ້າລອດພົ້ນຈາກມືຂອງເຮົາ ແລະ ອອກຫ່າງຈາກມື້ທີ່ເຮົາ ຜູ້ເປັນພຣະເຢໂຮວາຈະລົງໂທດ ແລະ ສາບແຊ່ງພວກເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າ ແລະ ຖ້ອຍຄຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູເຮົາແລ້ວ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ເຮັດໃຫ້ຜ້າຄຸມແຫ່ງຄວາມທ່ຽງທຳອັນສັກສິດຂອງເຮົາເປິເປື້ອນ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມກະບົດຂອງພວກເຈົ້າໄດ້ທ້າທາຍຄວາມໂມໂຫທີ່ແຮງກ້າຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ເຮັດໃຫ້ເຮົາໃຈຮ້າຍຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ທົດສອບຄວາມອົດທົນຂອງເຮົາເປັນເວລາດົນນານມາແລ້ວເຊັ່ນກັນ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ທຳລາຍເນື້ອໜັງຂອງເຮົາ, ບັນທອນມັນຈົນກາຍເປັນຜ້າຂາດ? ເຮົາໄດ້ອົດທົນຈົນຮອດຕອນນີ້, ເຊັ່ນນັ້ນ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາ, ບໍ່ອົດທົນຕໍ່ພວກເຈົ້າອີກຕໍ່ໄປ. ພວກເຈົ້າບໍ່ຮູ້ບໍວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູຂອງເຮົາແລ້ວ ແລະ ສຽງຮ້ອງໄຫ້ຂອງເຮົາກໍໄດ້ໄປເຖິງຫູຂອງພຣະບິດາຂອງເຮົາ? ພຣະອົງຈະອະນຸຍາດໃຫ້ພວກເຈົ້າປະຕິບັດຕໍ່ເຮົາແບບນີ້ໄດ້ແນວໃດ? ມີພາລະກິດໃດແດ່ຂອງເຮົາທີ່ບໍ່ໄດ້ດຳເນີນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຈົ້າ? ແຕ່ມີຜູ້ໃດແດ່ໃນບັນດາພວກເຈົ້າທີ່ຮັກພາລະກິດຂອງເຮົາຫຼາຍຂຶ້ນ ຜູ້ເປັນພຣະເຢໂຮວາຫຼາຍຂຶ້ນ? ເຮົາຈະບໍ່ສັດຊື່ກັບຄວາມປະສົງຂອງພຣະບິດາຂອງເຮົາ ຍ້ອນວ່າເຮົາອ່ອນແອ ແລະ ຍ້ອນຄວາມທຸກທໍລະມານໃຈທີ່ເຮົາໄດ້ຮັບບໍ? ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາບໍ? ເຮົາກ່າວກັບພວກເຈົ້າດັ່ງທີ່ພຣະເຢໂຮວາໄດ້ກ່າວ; ເຮົາບໍ່ໄດ້ອຸທິດຫຼາຍຢ່າງເພື່ອພວກເຈົ້າບໍ? ເຖິງແມ່ນວ່າເຮົາເຕັມໃຈແບກຮັບຄວາມທົນທຸກທໍລະມານນີ້ທັງໝົດເພື່ອເຫັນແກ່ຜົນປະໂຫຍດຂອງພາລະກິດຂອງພຣະບິດາຂອງເຮົາ, ເຮົາຈະປ່ອຍໃຫ້ພວກເຈົ້າເປັນອິດສະຫຼະຈາກການລົງໂທດທີ່ເຮົາຈະນໍາມາຍັງພວກເຈົ້າ ເຊິ່ງເປັນຜົນມາຈາກການທົນທຸກທໍລະມານຂອງເຮົາໄດ້ແນວໃດ? ພວກເຈົ້າບໍ່ໄດ້ຊື່ນຊົມໃນຕົວເຮົາຢ່າງລົ້ນເຫຼືອບໍ? ມື້ນີ້ ພຣະບິດາຂອງເຮົາໄດ້ປະທານເຮົາໃຫ້ພວກເຈົ້າ; ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ຮັບຫຼາຍກວ່າພຣະທຳທີ່ອຸດົມສົມບູນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ຊີວິດຂອງເຮົາຖືກແລກກັບຊີວິດຂອງພວກເຈົ້າ ແລະ ກັບສິ່ງທີ່ພວກເຈົ້າໄດ້ຮັບ? ພວກເຈົ້າບໍ່ຮູ້ບໍວ່າ ພຣະບິດາຂອງເຮົາໃຊ້ຊີວິດຂອງເຮົາເພື່ອເຮັດສົງຄາມກັບຊາຕານ ແລະ ພຣະອົງຍັງໄດ້ປະທານຊີວິດຂອງເຮົາໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າໄດ້ຮັບຮ້ອຍເທົ່າ ແລະ ເພື່ອໃຫ້ພວກເຈົ້າຫຼີກເວັ້ນຈາກການທົດລອງຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ມີພຽງແຕ່ໂດຍພາລະກິດຂອງເຮົາ ເຈົ້າຈຶ່ງຈະຖືກລະເວັ້ນຈາກການທົດລອງຫຼາຍຢ່າງ ແລະ ຈາກການລົງໂທດທີ່ກຳລັງລຸກໄໝ້ຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ຍ້ອນເຮົາພຽງເທົ່ານັ້ນທີ່ພຣະບິດາຂອງເຮົາເຮັດໃຫ້ພວກເຈົ້າໄດ້ຮັບຄວາມສຸກໃຈຈົນຮອດບັດນີ້? ທຸກມື້ນີ້ ພວກເຈົ້າຍັງແຂງກະດ້າງຢ່າງໜັກ ແລະ ບໍ່ຍອມອ່ອນນ້ອມໄດ້ແນວໃດ, ມັນຄືກັບວ່າ ຄວາມຕາຍດ້ານໄດ້ເກີດຂຶ້ນໃນໃຈຂອງພວກເຈົ້າບໍ? ສິ່ງຊົ່ວຮ້າຍທີ່ພວກເຈົ້າເຮັດໃນມື້ນີ້ຈະເຮັດໃຫ້ພວກເຈົ້າລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍທີ່ຈະເກີດຂຶ້ນຫຼັງຈາກການຈາກລາຂອງເຮົາຈາກແຜ່ນດິນໂລກໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ຄົນເຫຼົ່ານັ້ນທີ່ມີຫົວໃຈທີ່ແຂງກະດ້າງ ແລະ ບໍ່ຍອມອ່ອນນ້ອມລອດພົ້ນຈາກຄວາມໂກດຮ້າຍຂອງພຣະເຢໂຮວາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ