ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 336

17 ເດືອນກໍລະກົດ 2025

ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອໜັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ຢ້ານພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ເຈົ້າກໍມີຫົວໃຈທີ່ລະມັດລະວັງ ພຣະອົງ, ບໍ່ເຄີຍມີຫົວໃຈທີ່ຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດເຂົ້າໃຈ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ, ແຕ່ບໍ່ສາມາດປະຕິບັດຄວາມຊອບທຳ, ຖ້າເຈົ້າປາຖະໜາຫາເງິນ ແລະ ຄວາມຮັ່ງມີ ແລະ ກອບໂກຍເອົາເງິນຂອງຄຣິສຕະຈັກເຂົ້າຖົງຕົວເອງຢ່າງລັບໆຕະຫຼອດ, ນີ້ແມ່ນການຮັບຮູ້ວ່າມີພຣະເຈົ້າຢູ່ບໍ? ພຣະເຈົ້າແມ່ນມີລິດທານຸພາບສູງສຸດ ແລະ ພຣະອົງສົມຄວນແກ່ການຢຳເກງພຣະອົງ. ເຈົ້າຈະບໍ່ຢ້ານໄດ້ແນວໃດ ວ່າເຈົ້າຮັບຮູ້ວ່າມີພຣະເຈົ້າຢ່າງແທ້ຈິງ ຫຼື ບໍ? ຖ້າເຈົ້າສາມາດເຮັດໃນສິ່ງທີ່ຊົ່ວຊ້າດັ່ງກ່າວ, ເຈົ້າຮັບຮູ້ພຣະອົງຢ່າງແທ້ຈິງບໍ? ແມ່ນພຣະເຈົ້າບໍທີ່ເຈົ້າເຊື່ອ? ສິ່ງທີ່ເຈົ້າເຊື່ອແມ່ນພຣະເຈົ້າທີ່ເລື່ອນລອຍ; ນັ້ນແມ່ນເຫດຜົນທີ່ເຈົ້າບໍ່ຢ້ານ! ຜູ້ທີ່ຮັບຮູ້ຢ່າງແທ້ຈິງ ແລະ ຮູ້ຈັກພຣະເຈົ້າ ແມ່ນລ້ວນແລ້ວແຕ່ຢ້ານພຣະອົງ ແລະ ບໍ່ກ້າທີ່ຈະເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະອົງ ຫຼື ສິ່ງທີ່ຄັດກັບສາມັນສໍານຶກຂອງພວກເຂົາ; ໂດຍສະເພາະແລ້ວ ພວກເຂົາແມ່ນຢ້ານທີ່ຈະເຮັດໃນສິ່ງທີ່ພວກເຂົາຮູ້ວ່າຂັດກັບເຈດຕະນາຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງສາມາດຖືໄດ້ວ່າ ເປັນການຮັບຮູ້ເຖິງການເປັນຢູ່ຂອງພຣະເຈົ້າ. ເຈົ້າຄວນເຮັດຫຍັງ ເມື່ອພໍ່ແມ່ຂອງເຈົ້າພະຍາຍາມຢຸດເຈົ້າບໍ່ໃຫ້ເຊື່ອໃນພຣະເຈົ້າ? ເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອຜົວຂອງເຈົ້າທີ່ບໍ່ມີຄວາມເຊື່ອໄດ້ປະຕິບັດກັບເຈົ້າເປັນຢ່າງດີ? ແລ້ວເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອອ້າຍເອື້ອຍນ້ອງກຽດຊັງເຈົ້າ? ຖ້າເຈົ້າຮັບຮູ້ພຣະອົງ, ແລ້ວໃນສິ່ງເຫຼົ່ານີ້ ເຈົ້າກໍຈະປະຕິບັດຢ່າງເໝາະສົມ ແລະ ດໍາລົງຢູ່ໃນຄວາມເປັນຈິງ. ຖ້າເຈົ້າລົ້ມເຫຼວທີ່ຈະປະຕິບັດຢ່າງເປັນຮູບປະທໍາ ມີພຽງແຕ່ເວົ້າວ່າ ເຈົ້າຮັບຮູ້ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແລ້ວເຈົ້າກໍຈະເປັນພຽງແຕ່ນັກເວົ້າ! ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະອົງ ແລະ ຮັບຮູ້ພຣະອົງ, ແຕ່ເຈົ້າຮັບຮູ້ພຣະອົງໃນລັກສະນະໃດ? ເຈົ້າເຊື່ອໃນພຣະອົງໃນລັກສະນະໃດ? ເຈົ້າຢ້ານພຣະອົງໃນຫົວໃຈຂອງເຈົ້າບໍ? ເຈົ້າຢໍາເກງພຣະອົງບໍ? ເຈົ້າມີຫົວໃຈທີ່ຮັກພຣະອົງຢ່າງເລິກເຊິ່ງຢູ່ພາຍໃນບໍ? ເມື່ອເຈົ້າໂສກເສົ້າ ແລະ ບໍ່ມີໃຜໃຫ້ເພິ່ງພາ, ເຈົ້າຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ຫຼັງຈາກນັ້ນ ເຈົ້າກໍຈະລືມທຸກຢ່າງກ່ຽວກັບສິ່ງນັ້ນ. ນັ້ນບໍ່ແມ່ນການຮັກພຣະເຈົ້າ ຫຼື ມັນບໍ່ແມ່ນການເຊື່ອໃນພຣະເຈົ້າ! ໃນທີ່ສຸດແລ້ວ ສິ່ງທີ່ພຣະເຈົ້າປາຖະໜາໃຫ້ມະນຸດບັນລຸແມ່ນຫຍັງ? ສະພາວະທັງໝົດທີ່ເຮົາໄດ້ກ່າວມາ ເຊັ່ນການຮູ້ສຶກປະທັບໃຈກັບຄວາມສຳຄັນຂອງເຈົ້າເອງ, ການຮູ້ສຶກວ່າ ເຈົ້າເຂົ້າໃຈສິ່ງໃໝ່ໆໄດ້ໄວ, ຈໍາກັດຄົນອື່ນ, ການດູຖູກຄົນອື່ນ, ການຕັດສິນຄົນອື່ນຕາມຮູບຮ່າງລັກສະນະຂອງພວກເຂົາ, ການຂົ່ມເຫັງຄົນໄຮ້ດຽງສາ, ການຢາກໄດ້ເງິນຂອງຄຣິສຕະຈັກ ແລະ ອື່ນໆອີກ, ມີແຕ່ເມື່ອອຸປະນິໄສທີ່ເສື່ອມຊາມແບບຊາຕານທັງໝົດເຫຼົ່ານີ້ຖືກກໍາຈັດອອກຈາກຕົວເຈົ້າເປັນບາງສ່ວນເທົ່ານັ້ນ ການເອົາຊະນະຂອງເຈົ້າກໍຈະຖືກເຮັດໃຫ້ແຈ່ມແຈ້ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ