ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 328
05 ເດືອນກັນຍາ 2025
ຈົ່ງເບິ່ງໃນຕົວພວກເຈົ້າວ່າເຫັນຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່: ນີ້ ແມ່ນຫຼັກການຂອງຄົນທີ່ເຊື່ອໃນພຣະເຈົ້າປະຕິບັດພາລະກິດຂອງພວກເຂົາ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນມີສິນທໍາ ແລະ ພຣະອົງຖືວ່າພວກເຂົາທັງໝົດມີຄຸນຄ່າ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າໃນປັດຈຸບັນຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ເຈດຕະນາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າກໍຈະຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ມັນແມ່ນສິ່ງທີ່ພວກເຈົ້າທຸກຄົນຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດຕົວເອງວັດແທກ ແລະ ຈໍາກັດພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າພຽງແຕ່ຈໍາກັດພຣະເຈົ້າຢູ່ພາຍໃນຂອບເຂດພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ແລ້ວນີ້ກໍພິສູດວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າຄົນຢິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ເຫັນພຣະເຈົ້າເປັນຮູບປັ້ນບູຊາທີ່ເປັນຮູບຮ່າງຕາຍຕົວທີ່ພວກເຂົາຍຶດຖືໃນຫົວໃຈຂອງພວກເຂົາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊີອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊີອາທີ່ສາມາດເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ (ທີ່ບໍ່ມີຊີວິດ). ພວກເຂົາຈຶ່ງຕອກພຣະເຢຊູຂອງຍຸກນັ້ນໃສ່ໄມ້ກາງເເຂນ ແລະ ຕັດສິນພຣະອົງໃຫ້ໄປສູ່ຄວາມຕາຍ ໃນທີ່ສຸດພຣະເຢຊູທີ່ບໍມີຄວາມຜິດຫຍັງກໍຖືກປະນາມຈົນເຖິງແກ່ຄວາມຕາຍ. ພຣະເຈົ້າບໍ່ມີຄວາມຜິດໃດໆ ແຕ່ມະນຸດກໍຍັງບໍ່ໄດ້ລະເວັ້ນພຣະອົງ ແລະ ຍືນຍັນຕັດສິນພຣະອົງໄປສູ່ຄວາມຕາຍ. ດ້ວຍເຫດນີ້, ພຣະເຢຊູຈຶ່ງຖືກຄຶງໄວ້ທີ່ໄມ້ກາງແຂນ. ມະນຸດມີຄວາມເຊື່ອມາຕະຫຼອດວ່າ ພຣະເຈົ້າບໍ່ມີການປ່ຽນແປງ ແລະ ນິຍາມພຣະອົງອີງຕາມໜັງສືເຫຼັ້ມດຽວ ນັ້ນກໍຄື ພຣະຄໍາພີ ຄືດັ່ງວ່າມະນຸດມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ຄືກັບວ່າມະນຸດຖືທຸກສິ່ງທີ່ພຣະເຈົ້າກະທໍາຢູ່ໃນກໍາມືຂອງເຂົາ. ມະນຸດແມ່ນໄຮ້ສາລະທີ່ສຸດ, ອວດດີທີ່ສຸດ ແລະ ພວກເຂົາທຸກຄົນມີພອນສະຫວັນດ້ານຄຸຍໂມ້ທີ່ສຸດ. ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຈະມີຫຼາຍພຽງໃດ ແຕ່ເຮົາຂໍເວົ້າວ່າເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ, ເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ ແລະ ເຈົ້າໄດ້ປະນາມພຣະເຈົ້າ ເພາະວ່າເຈົ້າບໍ່ມີຄວາມສາມາດໃດໆ ທີ່ຈະອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ ແລະ ທີ່ຈະເດີນຕາມເສັ້ນທາງທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຄີຍເພິ່ງພໍໃຈກັບການກະທໍາຂອງມະນຸດ? ຍ້ອນວ່າມະນຸດບໍ່ຮູ້ຈັກພຣະເຈົ້າ, ຍ້ອນວ່າມະນຸດມີແນວຄວາມຄິດຫຼາຍເກີນໄປ ແລະ ຍ້ອນວ່າຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແມ່ນບໍ່ກົງກັບຄວາມເປັນຈິງ ແຕ່ກົງກັນຂ້າມ ເປັນທໍານອງດຽວກັນຊໍ້າແລ້ວຊໍ້າເລົ່າຢ່າງໜ້າເບື່ອໜ່າຍໂດຍບໍ່ມີການປ່ຽນແປງຫຍັງ ແລະ ນໍາໃຊ້ວິທີການແບບເກົ່າໃນທຸກສະຖານະການ. ສະນັ້ນ, ຫຼັງຈາກໄດ້ສະເດັດລົງມາແຜ່ນດິນໂລກໃນປັດຈຸບັນ, ພຣະເຈົ້າກໍຍັງຖືກຕອກໃສ່ໄມ້ກາງແຂນອີກຄັ້ງໂດຍມະນຸດ. ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຈ່ອງດືງກັນ, ການຈັບກຸມກັນແລະກັນ, ການຍາດແຍ່ງຊື່ສຽງ ແລະ ໂຊກລາບ, ການຂ້າຟັນກັນເອງ ມື້ໃດມັນຈະໝົດສິ້ນໄປ? ເຖິງແມ່ນວ່າ ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ຜູ້ຄົນເຮັດເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດໃນອະນາຄົດ, ຕໍາແໜ່ງ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອອາຫານ, ເພື່ອເຄື່ອງນູ່ງຫົ່ມ ແລະ ຮ່າງກາຍ. ແຕ່ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ຫຼື ປະນາມຄົນອື່ນເພື່ອຮັກສາຕໍາແໜ່ງຂອງພວກເຂົາເອງ? ດ້ວຍເຫດນີ້, ພຣະເຈົ້າຈຶ່ງຖືກບັງຄັບຕັດສິນຈົນຕາຍຫຼາຍຄັ້ງ ແລະ ເປັນການຕັດສິນປະນາມພຣະເຈົ້າຢ່າງປ່າເຖື່ອນທີ່ນັບບໍ່ຖ້ວນ ແລະ ເຮັດໃຫ້ພຣະອົງຖືກຕອກໃສ່ໄມ້ກາງເເຂນອີກຄັ້ງ. ມີຈັກຄົນທີ່ສາມາດເອີ້ນໄດ້ວ່າເປັນຄົນຊອບທໍາ ຍ້ອນວ່າພວກເຂົາກະທໍາ ເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງ?
ມັນງ່າຍຫຼາຍບໍທີ່ຈະເຮັດໃຫ້ເປັນຄົນ ສົມບູນແບບຕໍ່ໜ້າພຣະເຈົ້າດັ່ງໄພ່ພົນ ຫຼື ຄົນຊອບທຳ? ມັນແມ່ນຂໍ້ຄວາມຈິງທີ່ວ່າ “ບໍ່ມີຄົນຊອບທຳໃນໂລກນີ້ ຄົນຊອບທຳແມ່ນບໍ່ໄດ້ຢູ່ໃນໂລກນີ້”. ເວລາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ຈົ່ງພິຈາລະນາສິ່ງທີ່ພວກເຈົ້ານຸ່ງຫົ່ມ, ພິຈາລະນາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ; ທຸກຄວາມນຶກຄິດ ແລະ ຄວາມຄິດເຫັນຂອງພວກເຈົ້າ ແລະ ແມ່ນແຕ່ຄວາມຝັນທີ່ພວກເຈົ້າຝັນເຫັນທຸກມື້. ສິ່ງເຫຼົ່ານີ້ແມ່ນເພື່ອປະໂຫຍດຂອງພວກເຈົ້າ. ນີ້ບໍ່ແມ່ນສະພາບການທີ່ແທ້ຈິງບໍ? “ຄວາມທ່ຽງທໍາ” ບໍ່ໄດ້ໝາຍເຖິງການໃຫ້ທານຄົນອື່ນ, ມັນບໍ່ໄດ້ໝາຍເຖິງການຮັກເພື່ອນບ້ານຄືດັ່ງຮັກຕົວເຈົ້າເອງ ແລະ ມັນບໍ່ໄດ້ໝາຍເຖິງການລະເວັ້ນຈາກການຕໍ່ສູ້ ແລະ ການຖົກຖຽງ ຫຼື ການປຸ້ນຈີ້ ແລະ ການລັກຂະໂມຍ. ຄວາມຊອບທຳໝາຍເຖິງການຮັບເອົາວຽກງານຂອງພຣະເຈົ້າມາເປັນໜ້າທີ່ຂອງເຈົ້າ ແລະ ອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າປັ້ນແຕ່ງ ແລະ ລິຂິດໄວ້ ຄືກັບວ່າເປັນພາລະໜ້າທີ່ຂອງເຈົ້າທີ່ສະຫວັນສົ່ງມາໃຫ້ ໂດຍບໍ່ຄໍານຶງເຖິງເວລາ ຫຼື ສະຖານທີ່ ຄືກັບທຸກຢ່າງທີ່ພຣະເຢຊູໄດ້ກະທໍາຜ່ານມາ. ນີ້ຄືຄວາມຊອບທຳທີ່ແທ້ຈິງທີ່ພຣະເຈົ້າກ່າວເຖິງ. ການທີ່ສາມາດເອີ້ນໂລດວ່າ ເປັນຄົນທີ່ມີ ຄວາມຊອບທຳ ກໍຍ້ອນວ່າລາວໄດ້ຊ່ວຍຊີວິດເທວະດາສອງຕົນທີ່ພຣະເຈົ້າໄດ້ສົ່ງມາ ໂດຍບໍ່ໄດ້ສົນໃຈວ່າລາວຈະໄດ້ຮັບ ຫຼື ເສຍຫຍັງ. ສາມາດເວົ້າໄດ້ວ່າສິ່ງທີ່ລາວກະທໍາໃນເວລານັ້ນອາດເອີ້ນໄດ້ວ່າຄວາມຊອບທຳເທົ່ານັ້ນ, ແຕ່ບໍ່ສາມາດເອີ້ນລາວວ່າເປັນຄົນທີ່ມີຄວາມຊອບທຳໄດ້. ນີ້ກໍຍ້ອນວ່າໂລດໄດ້ເຫັນພຣະເຈົ້າ ຈົນລາວໄດ້ມອບລູກສາວຂອງລາວສອງຄົນ ເພື່ອເປັນການແລກປ່ຽນກັບເທວະດາສອງຕົນ. ແຕ່ພຶດຕິກໍາຂອງລາວທັງໝົດໃນອະດີດບໍ່ໄດ້ໝາຍເຖິງຄວາມຊອບທຳ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍເວົ້າວ່າ “ບໍ່ມີຄວາມຊອບທຳຢູ່ໃນແຜ່ນດິນໂລກນີ້”. ແມ່ນແຕ່ຢູ່ໃນທ່າມກາງຜູ້ຄົນທີ່ຢູ່ໃນສາຍນໍ້າແຫ່ງການຟື້ນຟູ ກໍຍັງບໍ່ສາມາດເອີ້ນຜູ້ໃດໄດ້ວ່າມີຄວາມຊອບທຳ. ເຖິງການກະທໍາຂອງເຈົ້າຈະດີປານໃດກໍຕາມ, ເຖິງຈະປາກົດວ່າ ເຈົ້າສັນລະເສີນພຣະນາມຂອງພຣະເຈົ້າ, ບໍ່ໄດ້ຕົບຕີ ແລະ ສາບແຊ່ງຄົນອື່ນ ຫຼື ປຸ້ນຈີ້ ແລະ ປຸ້ນສະດົມຈາກຄົນອື່ນ ແຕ່ເຈົ້າກໍຍັງບໍ່ສາມາດເອີ້ນໄດ້ວ່າເປັນຄົນຊອບທຳ ເນື່ອງຈາກວ່າສິ່ງເຫຼົ່ານີ້ຄົນທໍາມະດາກໍສາມາດມີໄດ້ຄືກັນ. ສິ່ງສໍາຄັນໃນປັດຈຸບັນນີ້ກໍຄືການທີ່ເຈົ້າບໍ່ຮູ້ຈັກພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ໃນປັດຈຸບັນ ເຈົ້າມີຄວາມເປັນມະນຸດປົກກະຕິພຽງໜ້ອຍດຽວເທົ່ານັ້ນ ແຕ່ບໍ່ມີອົງປະກອບຂອງຄວາມຊອບທຳທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ດ້ວຍເຫດນີ້ ສິ່ງທີ່ເຈົ້າກະທໍາຈຶ່ງບໍ່ສາມາດພິສູດວ່າເຈົ້າຮູ້ຈັກພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ