ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 325

17 ເດືອນກໍລະກົດ 2025

ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະຫຼະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຄົນທຳມະດາຄົນນີ້ຈະສາມາດເອົາຊະນະຄົນຈຳນວນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.

ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຜູ້ຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ໃນການພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມື້ທີ່ມີອິດທິພົນຂອງພວກເຂົາ. ຢູ່ພາຍໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມຢໍາເກງຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ