ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 302

18 ເດືອນທັນວາ 2025

ແຫຼ່ງທີ່ມາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ຕາຍດ້ານ, ທໍາມະຊາດທີ່ໂຫດຮ້າຍ ແລະ ຄວາມຮູ້ສຶກນຶກຄິດບໍ່ດີຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິອີກຄັ້ງ, ແລ້ວເຂົາກໍຈະເໝາະສົມໃຫ້ພຣະເຈົ້ານໍາໃຊ້. ມັນເປັນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ຕາຍດ້ານຢູ່ສະເໝີ ແລະ ຍ້ອນຄວາມຮູ້ສຶກນຶກຄິດຂອງມະນຸດຕາຍດ້ານຂຶ້ນເລື້ອຍໆ ມະນຸດຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງພວກເຂົາເຖິງກັບຄຶງພຣະເຢຊູໃສ່ໄມ້ກາງແຂນ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງພວກເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຕໍ່າຊ້າ. ຖ້າມະນຸດມີຄວາມເປັນມະນຸດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າເຂົາມີສາມັນສໍານຶກເລັກນ້ອຍ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນມະນຸດແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນມະນຸດ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະເຈົ້າສໍາລັບການມອບໂອກາດພິເສດນີ້ໃຫ້ກັບເຂົາ ແຕ່ໃນທາງກົງກັນຂ້າມ ເຂົາສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ເບິ່ງຄືກັບວ່າພວກເຂົາຈະຕໍ່ຕ້ານ ແລະ ບໍ່ມັກການບັງເກີດເປັນມະນຸດດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ສະຫຼຸບກໍຄື ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບຕໍ່ພຣະອົງແມ່ນແຕ່ໜ້ອຍດຽວ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາກໍຕາມ ພຣະອົງຍັງດໍາເນີນພາລະກິດຂອງພຣະອົງຢ່າງອົດທົນສະເໝີ. ອຸປະນິໄສຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນຕາຍດ້ານຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ບໍ່ມີສາມັນສໍານຶກດັ່ງເດີມຂອງມະນຸດແຕ່ດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ ມອບພຣະຄຸນຢ່າງຫຼວງຫຼາຍແກ່ມວນມະນຸດ, ແຕ່ຍັງບໍ່ພໍໃຈກັບພຣະເຈົ້າທີ່ໄດ້ປະທານຄວາມຈິງແກ່ພວກເຂົາອີກດ້ວຍ; ມັນເປັນຍ້ອນວ່າມະນຸດບໍ່ໃສ່ໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ ຈົນເຮັດໃຫ້ພວກເຂົາເລີ່ມບໍ່ພໍໃຈກັບພຣະເຈົ້າ. ມະນຸດບໍ່ພຽງແຕ່ບໍ່ສາມາດສະຫຼະຊີວິດຂອງເຂົາເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ເຂົາຍັງພະຍາຍາມດຶງເອົາຄວາມນິຍົມຊົມຊອບຈາກພຣະອົງ ແລະ ຮຽກຮ້ອງເອົາຜົນປະໂຫຍດຫຼາຍກວ່າສິ່ງທີ່ມະນຸດໄດ້ມອບໃຫ້ພຣະເຈົ້າຫຼາຍເທົ່າຕົວອີກດ້ວຍ. ຜູ້ຄົນທີ່ມີສາມັນສໍານຶກ ແລະ ຄວາມຮູ້ສຶກ ຄິດວ່າສິ່ງນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ຍັງເຊື່ອວ່າ ພວກເຂົາໄດ້ເສຍສະຫຼະຕົວເອງຫຼາຍເພື່ອພຣະເຈົ້າ ແລະ ພຣະເຈົ້າໄດ້ໃຫ້ກັບພວກເຂົາໜ້ອຍເກີນໄປ. ມີຜູ້ຄົນທີ່ໄດ້ໃຫ້ນໍ້າໜຶ່ງຂັນແກ່ເຮົາ ແຕ່ຍື່ນມືຂອງເຂົາ ແລະ ຮຽກຮ້ອງໃຫ້ເຮົາເອົານົມສອງຂັນໃຫ້ພວກເຂົາ ຫຼື ໄດ້ໃຫ້ຫ້ອງພັກກັບເຮົາໜຶ່ງຄືນ ແຕ່ຮຽກຮ້ອງໃຫ້ເຮົາຈ່າຍຄ່າເຊົ່າສອງຄືນ. ດ້ວຍຄວາມເປັນມະນຸດແບບນີ້ ແລະ ດ້ວຍສາມັນສໍານຶກແບບນີ້, ເຈົ້າຍັງຫວັງຈະໄດ້ຮັບຊີວິດຢູ່ບໍ? ເຈົ້າຊ່າງແມ່ນຄົນຕໍ່າຊ້າທີ່ໜ້າເວດທະນາແທ້ໆ! ຍ້ອນຄວາມເປັນມະນຸດແບບນີ້ ແລະ ມີສາມັນສໍານຶກແບບນີ້ ຈຶ່ງເຮັດໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດເດີນທາງໄປທົ່ວດິນແດນ ໂດຍບໍ່ມີທີ່ພັກພິງອາໄສ. ຜູ້ທີ່ມີສາມັນສໍານຶກ ແລະ ຄວາມເປັນມະນຸດທີ່ແທ້ຈິງຄວນນະມັດສະການ ແລະ ຮັບໃຊ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍໃຈຈິງ, ບໍ່ແມ່ນຍ້ອນຈໍານວນພາລະກິດທີ່ພຣະອົງໄດ້ກະທໍາ ແຕ່ຍ້ອນວ່າ ເຖິງແມ່ນວ່າພຣະອົງຈະບໍ່ກະທໍາການໃດເລີຍກໍຕາມ. ນີ້ແມ່ນສິ່ງທີ່ຄວນຖືກກະທໍາໂດຍຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມັນເປັນໜ້າທີ່ຂອງມະນຸດ. ຜູ້ຄົນສ່ວນໃຫຍ່ເຖິງກັບເວົ້າເຖິງເງື່ອນໄຂຂອງພວກເຂົາໃນການຮັບໃຊ້ພຣະອົງ: ພວກເຂົາບໍ່ໄດ້ສົນໃຈວ່າພຣະອົງເປັນພຣະເຈົ້າ ຫຼື ມະນຸດ, ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ ແລະ ສະແຫວງຫາເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາເອງ. ເມື່ອພວກເຈົ້າຄົວອາຫານໃຫ້ແກ່ເຮົາ ພວກເຈົ້າກໍຮຽກຮ້ອງຄ່າບໍລິການ, ເມື່ອພວກເຈົ້າແລ່ນເພື່ອເຮົາ ພວກເຈົ້າກໍຖາມຫາຄ່າແລ່ນ, ເມື່ອພວກເຈົ້າເຮັດວຽກເພື່ອເຮົາ ພວກເຈົ້າກໍຕ້ອງການຄ່າແຮງງານ, ເມື່ອພວກເຈົ້າຊັກເຄື່ອງໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າຊັກເຄື່ອງ, ເມື່ອພວກເຈົ້າສະໜອງໃຫ້ແກ່ຄຣິສຕະຈັກ ພວກເຈົ້າກໍຕ້ອງການຄ່າຕອບແທນ, ເມື່ອພວກເຈົ້າເວົ້າ ພວກເຈົ້າກໍຕ້ອງການຄ່າເວົ້າ, ເມື່ອພວກເຈົ້າມອບປຶ້ມ ພວກເຈົ້າກໍຕ້ອງການຄ່າແຈກຢາຍ ແລະ ເມື່ອພວກເຈົ້າຂຽນ ພວກເຈົ້າກໍຕ້ອງການຄ່າຂຽນ. ຜູ້ຄົນທີ່ເຮົາໄດ້ລິຮານກໍຍັງຕ້ອງການຄ່າຊົດເຊີຍຈາກເຮົາ, ໃນຂະນະທີ່ຜູ້ທີ່ຖືກສົ່ງກັບບ້ານຕ້ອງການຄ່າຊົດໃຊ້ທີ່ພວກເຂົາເສຍຊື່ສຽງ; ຜູ້ຄົນທີ່ບໍ່ໄດ້ແຕ່ງດອງ ຕ້ອງການຄ່າສິນສອດ ຫຼື ຄ່າເຮັດຂວັນສໍາລັບຄວາມໜຸ່ມທີ່ສູນເສຍໄປ, ຜູ້ຄົນທີ່ຂ້າໄກ່ຕ້ອງການຄ່າຂ້າ, ຜູ້ທີ່ຈືນອາຫານຕ້ອງການຄ່າຈືນ ແລະ ຜູ້ທີ່ເຮັດແກງ ຕ້ອງການຄ່າເຮັດແກງເຊັ່ນກັນ... ນີ້ຄືຄວາມເປັນມະນຸດຂອງພວກເຈົ້າທີ່ທະນົງຕົວ ແລະ ຍິ່ງໃຫຍ່ ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກທີ່ຮ້ອນຮົນຂອງພວກເຈົ້າ. ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ? ເຮົາຈະບອກພວກເຈົ້າດັ່ງນີ້! ຖ້າພວກເຈົ້າສືບຕໍ່ເຮັດແບບນີ້, ເຮົາຈະຢຸດຕິພາລະກິດຂອງເຮົາໃນພວກເຈົ້າ. ເຮົາຈະບໍ່ເຮັດພາລະກິດໃນທ່າມກາງຝູງສັດຮ້າຍທີ່ຢູ່ໃນຮ່າງຂອງມະນຸດ, ເຮົາຈະບໍ່ທົນທຸກເພື່ອກຸ່ມຄົນທີ່ໜ້າຊື່ໃຈຄົດ, ເຮົາຈະບໍ່ອົດກັ້ນເພື່ອຝູງສັດທີ່ບໍ່ມີໂອກາດແມ່ນແຕ່ໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ. ມື້ທີ່ເຮົາຫັນຫຼັງໃຫ້ແກ່ພວກເຈົ້າແມ່ນມື້ທີ່ພວກເຈົ້າເສຍຊີວິດ, ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ວຍແສງສະຫວ່າງ. ເຮົາຈະບອກພວກເຈົ້າແນວນີ້! ເຮົາຈະບໍ່ມີຄວາມເມດຕາຕໍ່ກຸ່ມຄົນເຊັ່ນພວກເຈົ້າ, ກຸ່ມທີ່ຕ້ອຍຕໍ່າຍິ່ງກວ່າສັດ! ພຣະທໍາ ແລະ ການກະທໍາຂອງເຮົາແມ່ນມີຂີດຈໍາກັດ ແລະ ດ້ວຍຄວາມເປັນມະນຸດ ແລະ ສາມັນສໍານຶກທີ່ພວກເຈົ້າມີ, ເຮົາຈະບໍ່ເຮັດພາລະກິດອີກ ເພາະວ່າພວກເຈົ້າຂາດສາມັນສໍານຶກ, ພວກເຈົ້າໄດ້ເຮັດໃຫ້ເຮົາເຈັບປວດແສນສາຫັດ ແລະ ພຶດຕິກໍາທີ່ໜ້າລັງກຽດຂອງພວກເຈົ້າເຮັດໃຫ້ເຮົາລັງກຽດຫຼາຍ. ຜູ້ຄົນທີ່ຂາດຄວາມເປັນມະນຸດ ແລະ ສາມັນສໍານຶກຈະບໍ່ມີວັນໄດ້ຮັບຄວາມລອດພົ້ນ; ເຮົາຈະບໍ່ຊ່ວຍຜູ້ຄົນທີ່ບໍ່ມີຫົວໃຈ ແລະ ບໍ່ສໍານຶກບຸນຄຸນ. ເມື່ອວັນຂອງເຮົາມາເຖິງ, ເຮົາຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງເຮົາລົງໃສ່ບຸດແຫ່ງຄວາມກະບົດທີ່ຄັ້ງໜຶ່ງໄດ້ທ້າທາຍຄວາມໂກດຮ້າຍຢ່າງແຮງຂອງເຮົາ, ເຮົາຈະກໍານົດການລົງໂທດອັນເປັນນິດນິລັນຂອງເຮົາຕໍ່ຝູງສັດທີ່ຄັ້ງໜຶ່ງໄດ້ປະນາມເຮົາ ແລະ ປະຖິ້ມເຮົາ, ເຮົາຈະເຜົາບຸດແຫ່ງຄວາມກະບົດທີ່ຄັ້ງໜຶ່ງເຄີຍກິນ ແລະ ຢູ່ຮ່ວມກັບເຮົາແຕ່ບໍ່ໄດ້ເຊື່ອໃນເຮົາ, ທັງດູຖູກ ແລະ ຫັກຫຼັງເຮົາ ດ້ວຍໄຟທີ່ບໍ່ມີວັນດັບຈາກຄວາມໂກດຮ້າຍຂອງເຮົາ. ເຮົາຈະເຮັດໃຫ້ຜູ້ທີ່ທ້າທາຍຄວາມໂກດຮ້າຍຂອງເຮົາໄດ້ຮັບໂທດ, ເຮົາຈະຖອກເທຄວາມໂກດຮ້າຍທັງໝົດຂອງເຮົາລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງເຄີຍປາຖະໜາທີ່ຈະຢືນຄຽງຂ້າງທຽບເທົ່າກັບເຮົາ ແຕ່ບໍ່ໄດ້ນະມັດສະການ ຫຼື ອ່ອນນ້ອມຕໍ່ເຮົາ, ໄມ້ຄ້ອນທີ່ເຮົາໃຊ້ຂ້ຽນຕີມະນຸດຈະຕົກໃສ່ສັດເຫຼົ່ານັ້ນທີ່ຄັ້ງໜຶ່ງ ເຄີຍມີຄວາມສຸກກັບການເບິ່ງແຍງຂອງເຮົາ ແລະ ຄວາມເລິກລັບທີ່ເຮົາໄດ້ກ່າວ ແລະ ຜູ້ທີ່ຄັ້ງໜຶ່ງເຄີຍພະຍາຍາມເອົາຄວາມສຸກແຫ່ງວັດຖຸຈາກເຮົາ. ເຮົາຈະບໍ່ໃຫ້ອະໄພໃຜທີ່ພະຍາຍາມມາແທນທີ່ເຮົາ; ເຮົາຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍໂອກາດເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກເຮົາ. ສໍາລັບຕອນນີ້, ພວກເຈົ້າຍັງເປັນອິດສະຫຼະຈາກອັນຕະລາຍ ແລະ ສືບຕໍ່ຮຽກຮ້ອງຈາກເຮົາຢ່າງທະເຍີທະຍານ. ເມື່ອວັນແຫ່ງຄວາມໂກດຮ້າຍມາເຖິງ ພວກເຈົ້າຈະບໍ່ໄດ້ຮຽກຮ້ອງຫຍັງຈາກເຮົາອີກ; ໃນເວລານັ້ນ, ເຮົາຈະໃຫ້ພວກເຈົ້າ “ມ່ວນຊື່ນ” ກັບຕົນເອງຢ່າງຕາມສະບາຍໃຈ, ເຮົາຈະຍູ້ໜ້າພວກເຈົ້າລົງສູ່ດິນ ແລະ ພວກເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ! ບໍ່ໄວກໍຊ້າ, ເຮົາຈະ “ຕອບແທນ” ໜີ້ນີ້ຄືນແກ່ພວກເຈົ້າ ແລະ ເຮົາຫວັງວ່າ ພວກເຈົ້າຈະອົດທົນລໍຖ້າການມາເຖິງຂອງວັນນັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ