ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 552

12 ທັນວາ 2025

ຖ້າເຈົ້າຕ້ອງຖືກເຮັດໃຫ້ສົມບູນ, ມີເງື່ອນໄຂທີ່ຕ້ອງບັນລຸ. ຜ່ານຄວາມຕັ້ງໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ນີ້ຄືທາງເຂົ້າຂອງເຈົ້າ ແລະ ທຸກສິ່ງເຫຼົ່ານີ້ແມ່ນສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນສາມາດປະຕິບັດໃນທຸກຄົນ. ຄົນໃດກໍ່ຕາມທີ່ສະແຫວງຫາພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນ ແລະ ມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບຕາຍຕົວໃນທີ່ນີ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນຂຶ້ນກັບສິ່ງທີ່ຄົນໆນັ້ນສະແຫວງຫາເປັນຫຼັກ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດຕາມຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງແມ່ນບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ; ພວກເຂົາບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ ແລະ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນພຽງແຕ່ເພື່ອເຫັນແກ່ການຮັບເອົາຜູ້ຄົນ ແລະ ບໍ່ແມ່ນສ່ວນໜຶ່ງໃນພາລະກິດຂອງການສູ້ຮົບກັບຊາຕານ; ພາລະກິດແຫ່ງການເອົາຊະນະແມ່ນພຽງແຕ່ເພື່ອເຫັນແກ່ການສູ້ຮົບກັບຊາຕານ ເຊິ່ງໝາຍຄວາມວ່າຈະໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ, ພາລະກິດໃໝ່ທີ່ສຸດ, ພາລະກິດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອເອົາຊະນະທຸກຄົນເປັນຫຼັກ ເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນ, ນີ້ບໍ່ແມ່ນພາລະກິດໃໝ່. ແກ່ນແທ້ຂອງເປົ້າໝາຍໃນທຸກພາລະກິດໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ ເມື່ອພາລະກິດຫຼັກແມ່ນການໄຖ່ບາບມະນຸດຊາດທັງປວງຜ່ານການຖືກຄຶງເທິງໄມ້ກາງແຂນ. “ການຮັບເອົາຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີມຈາກພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດພຽງແຕ່ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ, ເປົ້າໝາຍຂອງພຣະອົງແມ່ນເພື່ອໃຊ້ການຖືກຄຶງເທິງໄມ້ກາງແຂນຂອງພຣະອົງເພື່ອເອົາຊະນະພັນທະນາການແຫ່ງຄວາມຕາຍ ແລະ ແດນມໍລະນາເປັນຫຼັກ, ເພື່ອເອົາຊະນະອິດທິພົນຂອງຊາຕານ ນັ້ນກໍ່ຄື ເພື່ອເຮັດໃຫ້ຊາຕານພ່າຍແພ້. ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ເປໂຕຈຶ່ງເລີ່ມກ້າວເດີນເທື່ອລະບາດກ້າວໃນເສັ້ນທາງສູ່ຄວາມສົມບູນ. ແນ່ນອນ ເປໂຕແມ່ນໜຶ່ງໃນບັນດາຜູ້ຕິດຕາມພຣະເຢຊູ ໃນຂະນະທີ່ພຣະເຢຊູກຳລັງປະຕິບັດພາລະກິດ ແຕ່ລາວບໍ່ໄດ້ຖືກເຮັດໃຫ້ສົມບູນໃນລະຫວ່າງເວລານັ້ນ. ກົງກັນຂ້າມ ຫຼັງຈາກທີ່ພຣະເຢຊູໄດ້ສຳເລັດພາລະກິດຂອງພຣະອົງ, ເປໂຕຈຶ່ງຄ່ອຍໆເຂົ້າໃຈຄວາມຈິງ ແລະ ຫຼັງຈາກນັ້ນກໍ່ຖືກເຮັດໃຫ້ສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ໄລຍະທີ່ສຳຄັນ ແລະ ຈຳເປັນໃນພາລະກິດສຳເລັດລົງໃນຊ່ວງເວລາສັ້ນໆ, ບໍ່ແມ່ນເພື່ອດຳລົງຊີວິດເປັນເວລາຍາວໃນທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກ ໂດຍມີເຈດຕະນາທີ່ຈະເຮັດໃຫ້ພວກເຂົາສົມບູນ. ພຣະອົງບໍ່ໄດ້ປະຕິບັດພາລະກິດນັ້ນ. ພຣະອົງບໍ່ໄດ້ລໍຖ້າຈົນເຖິງເວລາທີ່ມະນຸດຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນເພື່ອສິ້ນສຸດພາລະກິດຂອງພຣະອົງ. ນັ້ນບໍ່ແມ່ນເປົ້າໝາຍ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດໄລຍະສັ້ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ແມ່ນເພື່ອປະຕິບັດພາລະກິດໄລຍະຍາວຫຼາຍເພື່ອເຮັດໃຫ້ມະນຸດຊາດສົມບູນ. ພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນຄືຕົວແທນ, ສາມາດເລີ່ມຕົ້ນຍຸກໃໝ່. ມັນສາມາດສຳເລັດໄດ້ໃນຊ່ວງເວລາສັ້ນໆ. ແຕ່ການເຮັດໃຫ້ມະນຸດຊາດສົມບູນຈຳເປັນຕ້ອງໄດ້ນໍາມະນຸດຂຶ້ນມາສູ່ລະດັບໃດໜຶ່ງ; ພາລະກິດດັ່ງກ່າວໃຊ້ເວລາດົນ. ມັນເປັນພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ມັນຖືກປະຕິບັດບົນພື້ນຖານຂອງຄວາມຈິງທີ່ຖືກກ່າວລະຫວ່າງພາລະກິດໃນເນື້ອໜັງ. ມັນຍັງຖືກປະຕິບັດຜ່ານການທີ່ພຣະອົງຍົກອັກຄະສາວົກຂຶ້ນເພື່ອປະຕິບັດພາລະກິດໃນການລ້ຽງດູໄລຍະຍາວ ເພື່ອບັນລຸເປົ້າໝາຍຂອງພຣະອົງໃນການເຮັດໃຫ້ມະນຸດຊາດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ເຮັດພາລະກິດນີ້. ພຣະອົງພຽງແຕ່ເວົ້າກ່ຽວກັບຫົນທາງແຫ່ງຊີວິດເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ພຣະອົງພຽງແຕ່ມອບຄວາມຈິງໃຫ້ແກ່ມະນຸດຊາດ, ແທນທີ່ຈະຢູ່ກັບມະນຸດໃນການປະຕິບັດຄວາມຈິງຢ່າງຕໍ່ເນື່ອງ, ເພາະນັ້ນບໍ່ໄດ້ຢູ່ໃນພັນທະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະບໍ່ຢູ່ກັບມະນຸດຈົນເຖິງມື້ທີ່ມະນຸດເຂົ້າໃຈຄວາມຈິງຢ່າງສົມບູນ ແລະ ຮັບເອົາຄວາມຈິງຢ່າງຄົບຖ້ວນ. ພາລະກິດຂອງພຣະອົງໃນເນື້ອໜັງຈະສິ້ນສຸດລົງ ເມື່ອມະນຸດເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າຢ່າງເປັນທາງການ, ເມື່ອມະນຸດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກເຮັດໃຫ້ສົມບູນແບບ. ແນ່ນອນ ນີ້ຍັງເປັນເວລາທີ່ພຣະອົງຈະເອົາຊະນະຊາຕານຢ່າງຄົບຖ້ວນ ແລະ ມີໄຊເໜືອແຜ່ນດິນໂລກ. ພຣະອົງບໍ່ສົນໃຈວ່າ ໃນທີ່ສຸດແລ້ວ ມະນຸດໄດ້ເຂົ້າສູ່ຄວາມຈິງໃນເວລານັ້ນ ຫຼື ບໍ່ ຫຼື ພຣະອົງບໍ່ສົນໃຈວ່າຊີວິດຂອງມະນຸດຈະສູງສົ່ງ ຫຼື ຕ້ອຍຕໍ່າ. ບໍ່ມີຫຍັງໃນສິ່ງນັ້ນຈະເປັນສິ່ງທີ່ພຣະອົງໃນເນື້ອໜັງຄວນຈັດການ; ບໍ່ມີຫຍັງໃນສິ່ງນັ້ນຈະຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ຫຼັງຈາກທີ່ພຣະອົງສຳເລັດພາລະກິດທີ່ພຣະອົງມຸ່ງໝາຍໄວ້, ພຣະອົງກໍ່ຈະສິ້ນສຸດພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດເປັນພຽງພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້ເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດໄລຍະສັ້ນແຫ່ງຄວາມລອດພົ້ນ, ບໍ່ແມ່ນພາລະກິດທີ່ພຣະອົງຈະປະຕິບັດເປັນໄລຍະຍາວເທິງແຜ່ນດິນໂລກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ