ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 544
26 ເດືອນກໍລະກົດ 2025
ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ ພ້ອມທັງເງື່ອນໄຂຫຍັງແດ່ທີ່ເຈົ້າຕ້ອງປະກອບມີເພື່ອທີ່ຈະຖືກເຮັດໃຫ້ສົມບູນ. ເມື່ອເຈົ້າໄດ້ເຂົ້າໃຈເລື່ອງດັ່ງກ່າວ, ແລ້ວເຈົ້າກໍຕ້ອງຄົ້ນຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກເຮັດໃຫ້ສົມບູນ. ຫຼາຍຄົນບໍ່ມີຄວາມສາມາດສູງຢ່າງພຽງພໍມາແຕ່ກໍາເນີດ, ເຊິ່ງໃນກໍລະນີນີ້ເຈົ້າຕ້ອງຈ່າຍລາຄາ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າໜັກຂຶ້ນ. ຍິ່ງຄວາມສາມາດຂອງເຈົ້າຕໍ່າສໍ່າໃດ, ເຈົ້າຍິ່ງຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າກໍຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນສໍ່ານັ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈແກ່ນແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນປະຈຳວັນ, ເຈົ້າຄວນມາຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນຂອງເຈົ້າ ແລະ ອະທິຖານ ແລະ ອ້ອນວອນເຖິງພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງແກ່ນແທ້ແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການໃສ່ໃຈໃນພາລະຂອງພຣະເຈົ້າ ແລະ ການກະບົດຕໍ່ເນື້ອໜັງຜ່ານຫົວໃຈທີ່ຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ການເຂົ້າຮ່ວມສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງເຈົ້າ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ ແລະ ບໍ່ວ່າຈະເປັນການຊຸມນຸມທີ່ໃຫຍ່ ຫຼື ການຊຸມນຸມທີ່ນ້ອຍ, ທຸກສິ່ງສາມາດເຮັດໃຫ້ເຈົ້າໄດ້ຮັບປະສົບການ ແລະ ໄດ້ຮັບການຝຶກຝົນ ເພື່ອວ່າຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ກັບຄືນຫາພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຂະບວນການຂອງການຖືກເຮັດໃຫ້ສົມບູນ. ການມີປະສົບການກັບພຣະທຳຂອງພຣະເຈົ້າທີ່ກ່າວເຖິງ ແມ່ນໝາຍເຖິງການທີ່ສາມາດຊີມລົດຊາດແຫ່ງພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເຈົ້າເອງດໍາລົງຊີວິດຕາມພຣະທຳເຫຼົ່ານັ້ນ ເພື່ອເຈົ້າຈະມີຄວາມເຊື່ອ ແລະ ຄວາມຮັກທີ່ຍິ່ງໃຫຍ່ຂຶ້ນສໍາລັບພຣະເຈົ້າ. ໃນວິທີນີ້, ເຈົ້າຈະປົດອຸປະນິໄສອັນຊົ່ວຊ້າ ແລະ ເສື່ອມຊາມຂອງເຈົ້າອອກເທື່ອລະໜ້ອຍ; ເຈົ້າຈະຖອນແຮງຈູງໃຈທີ່ບໍ່ເໝາະສົມອອກຈາກຕົນເອງເທື່ອລະໜ້ອຍ ແລະ ດຳລົງຊີວິດຕາມລັກສະນະຂອງຄົນປົກກະຕິ. ຍິ່ງຄວາມຮັກສຳລັບພຣະເຈົ້າທີ່ຢູ່ຂ້າງໃນເຈົ້າຍິ່ງໃຫຍ່ສໍ່າໃດ ເຊິ່ງເວົ້າໄດ້ວ່າ ຍິ່ງເຈົ້າຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່າໃດ, ເຈົ້າຍິ່ງຖືກຊາຕານເຮັດໃຫ້ເສື່ອມຊາມໜ້ອຍລົງສໍ່ານັ້ນ. ຜ່ານປະສົບການຕົວຈິງຂອງເຈົ້າ, ເຈົ້າຈະເຂົ້າສູ່ເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ສະນັ້ນ, ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າແມ່ນສຳຄັນເປັນພິເສດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ