ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 535
24 ເດືອນກໍລະກົດ 2025
ເພື່ອຫຼົບໜີຈາກອິດທິພົນຂອງຄວາມມືດມົວ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າກ່ອນ ແລະ ມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ໃນເມື່ອນັ້ນເອງ ເຈົ້າຈຶ່ງມີສະພາວະທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການຫຼົບໜີຈາກອິດທິພົນຂອງຄວາມມືດມົວ. ການບໍ່ມີສະພາວະທີ່ຖືກຕ້ອງບໍ່ແມ່ນການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ບໍ່ແມ່ນການມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ແລະ ການຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ຈະເປັນໄປບໍ່ໄດ້. ພຣະທຳຂອງເຮົາແມ່ນພື້ນຖານສຳລັບການທີ່ມະນຸດຫຼົບໜີຈາກອິດທິພົນທີ່ມືດມົວ ແລະ ຄົນທີ່ບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ກໍ່ຈະບໍ່ສາມາດຫຼົບໜີຈາກພັນທະນາການໃນອິດທິພົນຂອງຄວາມມືດມົວໄດ້. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງຄືການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ສະແຫວງຫາຄວາມຈິງ, ການດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ສະຫຼະຕົນເອງເພື່ອເຫັນແກ່ພຣະເຈົ້າ ແລະ ການດໍາລົງຊີວິດຢູ່ໃນສະພາວະທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ດໍາລົງຊີວິດຢູ່ໃນສະພາວະເຫຼົ່ານີ້ ແລະ ຢູ່ພາຍໃນຄວາມເປັນຈິງນີ້ກໍ່ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ພວກເຂົາຈະປ່ຽນແປງເມື່ອພາລະກິດເລິກເຊິ່ງຂຶ້ນ; ແລະ ໃນທີ່ສຸດ ພວກເຂົາກໍ່ຈະກາຍມາເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈເຈດຕະນາເທື່ອລະໜ້ອຍ, ໃນທີ່ສຸດກໍ່ກາຍເປັນມິດສະຫາຍຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ບໍ່ກະບົດຕໍ່ພຣະອົງເທົ່ານັ້ນ, ແຕ່ພວກເຂົາເຖິງກັບລັງກຽດແນວຄິດເຫຼົ່ານັ້ນ ແລະ ຄວາມກະບົດທີ່ຄອບງຳພວກເຂົາໃນເມື່ອກ່ອນ ແລະ ຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າກໍ່ເກີດຂຶ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ລ້ວນແລ້ວແຕ່ໝົກໝົ້ນກັບເນື້ອໜັງ ແລະ ເຕັມໄປດ້ວຍຄວາມກະບົດ; ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດຊະຍາສຳລັບຄວາມສໍາພັນທາງໂລກ ພ້ອມທັງເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ສິ່ງທີ່ພຣະເຈົ້າຮຽກຮ້ອງຄືຄວາມຮັກຢ່າງດຽວຈາກມະນຸດ; ສິ່ງທີ່ພຣະອົງຮຽກຮ້ອງກໍ່ຄືໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ເຕັມໄປດ້ວຍຄວາມຮັກໃນຫົວໃຈສຳລັບພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນຫາສິ່ງທີ່ພວກເຂົາຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າຍ້ອນພຣະທໍາຂອງພຣະອົງ, ການໄລ່ຕາມສຳລັບພຣະທໍາຂອງພຣະເຈົ້າ, ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືເປົ້າໝາຍທີ່ມະນຸດຕ້ອງພະຍາຍາມບັນລຸ. ທຸກສິ່ງຕ້ອງຖືກສ້າງຂຶ້ນເທິງພຣະທໍາຂອງພຣະເຈົ້າ; ມີແຕ່ເມື່ອນັ້ນ ມະນຸດຈິ່ງຈະສາມາດຕອບສະໜອງຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ປະກອບດ້ວຍພຣະທໍາຂອງພຣະເຈົ້າ, ແລ້ວເຂົາກໍ່ເປັນພຽງໜອນທີ່ຖືກຊາຕານຄອບງຳ! ໃຫ້ຊັ່ງຊາເບິ່ງວ່າ: ພຣະທໍາຂອງພຣະເຈົ້າໄດ້ຝັງຮາກພາຍໃນເຈົ້າຫຼາຍສໍ່າໃດ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະອົງ? ມີສິ່ງໃດແດ່ທີ່ເຈົ້າບໍ່ໄດ້ໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງຳຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ, ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງຳໂດຍພຣະທຳຂອງພຣະເຈົ້າ? ພຣະທຳຂອງພຣະອົງຄືພື້ນຖານທີ່ຄໍາອະທິຖານຂອງເຈົ້າອີງໃສ່ບໍ? ເຈົ້າໄດ້ອອກມາຈາກສະພາວະທີ່ບໍ່ດີຂອງເຈົ້າຜ່ານແສງສະຫວ່າງໃນພຣະທໍາຂອງພຣະເຈົ້າບໍ? ການຖືເອົາພຣະທໍາຂອງພຣະເຈົ້າເປັນຮາກຖານສຳລັບການເປັນຢູ່ຂອງເຈົ້າ, ນີ້ແມ່ນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຢູ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍ່ກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະອົງ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອໃນພຣະເຈົ້າຂອງຄົນດັ່ງກ່າວຄືບັນຫາ ແລະ ຄວາມວຸ້ນວາຍແທ້ໆ. ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ໄດ້ດໍາລົງຊີວິດຕາມພຣະທໍາຂອງພຣະອົງ? ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ບໍ່ໄດ້ດຳລົງຊີວິດຕາມພຣະທໍາຂອງພຣະອົງ? ມີພຣະທຳຫຼາຍສໍ່າໃດໃນບັນດາພຣະທຳທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າທີ່ໄດ້ສໍາເລັດໃນຕົວເຈົ້າ? ມີພຣະທໍາຫຼາຍສໍ່າໃດທີ່ໄດ້ສູນເສຍໃນຕົວເຈົ້າ? ເຈົ້າໄດ້ພິຈາລະນາເບິ່ງສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?
ການຫຼົບໜີຈາກອິດທິພົນຂອງຄວາມມືດມົວແມ່ນຈຳເປັນຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຮ່ວມມືຢ່າງອຸທິດຕົນຂອງມະນຸດ. ເປັນຫຍັງເຮົາຈິ່ງເວົ້າວ່າມະນຸດບໍ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ? ຄົນທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ ສາມາດມອບຫົວໃຈຂອງພວກເຂົາໃຫ້ພຣະເຈົ້າກ່ອນ. ນີ້ຄືໜ້າທີ່ທີ່ຕ້ອງໃຊ້ເວລາຍາວນານຫຼາຍໃນການເຂົ້າສູ່, ຍ້ອນມະນຸດຊາດໄດ້ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວຢູ່ສະເໝີ ແລະ ຢູ່ພາຍໃຕ້ພັນທະນາການຂອງຊາຕານເປັນເວລາຫຼາຍພັນປີ. ສະນັ້ນ ທາງເຂົ້ານີ້ຈຶ່ງບໍ່ສາມາດບັນລຸໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້. ເຮົາຍົກປະເດັນນີ້ຂຶ້ນມາເວົ້າໃນມື້ນີ້ກໍ່ເພື່ອໃຫ້ມະນຸດສາມາດເຂົ້າໃຈກ່ຽວກັບສະພາວະຂອງພວກເຂົາເອງ; ຫຼັງຈາກທີ່ມະນຸດສາມາດແຍກແຍະສິ່ງທີ່ເປັນອິດທິພົນຂອງຄວາມມືດມົວ ແລະ ຄວາມໝາຍຂອງການດໍາລົງຊີວິດຢູ່ໃນແສງສະຫວ່າງ, ແລ້ວທາງເຂົ້າຈຶ່ງຈະງ່າຍຂຶ້ນຫຼາຍ. ນີ້ກໍ່ເພາະເຈົ້າຕ້ອງຮູ້ວ່າແມ່ນຫຍັງຄືອິດທິພົນຂອງຊາຕານກ່ອນທີ່ເຈົ້າຈະສາມາດຫຼົບໜີຈາກມັນໄດ້; ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງຈະມີທາງທີ່ຈະກຳຈັດມັນຖິ້ມ. ສໍາລັບສິ່ງທີ່ຄວນເຮັດຕໍ່ຈາກນັ້ນ, ນັ້ນຄືທຸລະຂອງມະນຸດເອງ. ໃຫ້ເຂົ້າສູ່ທຸກຢ່າງຈາກລັກສະນະທີ່ເປັນບວກ ແລະ ບໍ່ໃຫ້ລໍຖ້າຢູ່ຊື່ໆ. ໃນລັກສະນະນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ