ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 534

24 ເດືອນກໍລະກົດ 2025

ຖ້າເຈົ້າຢາກໃຫ້ພຣະເຈົ້າຍົກຍ້ອງ ແລ້ວເຈົ້າຕ້ອງໜີອອກຈາກອິດທິພົນທີ່ມືດມົວຂອງຊາຕານກ່ອນ, ເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຫັນຫົວໃຈມາຫາພຣະອົງຢ່າງສົມບູນ. ພຣະເຈົ້າຈະຍົກຍ້ອງສິ່ງຕ່າງໆທີ່ເຈົ້າກຳລັງເຮັດໃນຕອນນີ້ບໍ? ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າແລ້ວບໍ? ສິ່ງຕ່າງໆທີ່ເຈົ້າໄດ້ເຮັດນັ້ນແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? ໃຫ້ສໍາຫຼວດຕົນເອງຢູ່ຕະຫຼອດເວລາ ແລະ ເອົາໃຈໃສ່ໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ; ເປີດຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ, ຮັກພຣະອົງດ້ວຍຄວາມຈິງໃຈ ແລະ ສະຫຼະຕົນເອງໃຫ້ກັບພຣະອົງຢ່າງເຫຼື້ອມໃສ. ຄົນທີ່ເຮັດແບບນີ້ ຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ. ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ກໍ່ບໍ່ມີທາງທີ່ຈະໜີອອກຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຂອງພວກເຂົາດ້ວຍຄວາມຊື່ສັດ, ຄົນທີ່ປະພຶດຢ່າງໜຶ່ງຕໍ່ໜ້າຄົນອື່ນ ແຕ່ເຮັດອີກຢ່າງລັບຫຼັງຂອງພວກເຂົາ, ຄົນທີ່ສະແດງລັກສະນະຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ເຖິງແມ່ນແກ່ນແທ້ຂອງພວກເຂົາເປັນຄົນຮ້າຍກາດ, ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ, ຄົນເຫຼົ່ານີ້ເປັນຕົວແທນທົ່ວໄປຂອງຄົນທີ່ດໍາລົງຊີວິດພາຍໃຕ້ອິດທິພົນຂອງຄວາມມືດມົວ; ພວກເຂົາເປັນເຊື້ອສາຍຂອງງູພິດ. ຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າເພື່ອຜົນປະໂຫຍດຂອງພວກເຂົາເອງ, ຄົນທີ່ຖືວ່າຕົນເອງຊອບທຳ ແລະ ຈອງຫອງ, ຄົນທີ່ອວດໂອ້ ແລະ ຄົນທີ່ປົກປ້ອງສະຖານະຂອງພວກເຂົາເອງແມ່ນຄົນທີ່ຮັກຊາຕານ ແລະ ຕໍ່ຕ້ານຄວາມຈິງ. ຄົນເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ຄົນທີ່ບໍ່ເອົາໃຈໃສ່ໃນພາລະຂອງພຣະເຈົ້າ, ຄົນທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຄົນທີ່ເປັນຫ່ວງຜົນປະໂຫຍດຂອງພວກເຂົາເອງ ແລະ ຜົນປະໂຫຍດໃນຄອບຄົວຂອງພວກເຂົາຢູ່ສະເໝີ, ຄົນທີ່ບໍ່ສາມາດປະຖິ້ມທຸກຢ່າງເພື່ອສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຄົນທີ່ບໍ່ເຄີຍດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າກໍ່ເປັນຄົນທີ່ດໍາລົງຊີວິດຢູ່ນອກພຣະທໍາຂອງພຣະອົງ. ຄົນດັ່ງກ່າວບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະເຈົ້າ.

ເມື່ອພຣະເຈົ້າເນລະມິດສ້າງມະນຸດ, ມັນກໍ່ເພື່ອໃຫ້ພວກເຂົາສາມາດມີຄວາມສຸກກັບຄວາມອຸດົມສົມບູນຂອງພຣະອົງ ແລະ ຮັກພຣະອົງຢ່າງແທ້ຈິງ; ດ້ວຍວິທີນີ້ ມະນຸດຈະດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ. ມື້ນີ້ ສຳລັບທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າ, ບໍ່ເອົາໃຈໃສ່ພາລະຂອງພຣະອົງ, ບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງຢ່າງສົມບູນ, ບໍ່ສາມາດຮັບເອົາໃຈຂອງພຣະອົງມາເປັນຫົວໃຈຂອງພວກເຂົາເອງ ແລະ ບໍ່ສາມາດແບກຮັບພາລະຂອງພຣະອົງມາເປັນພາລະຂອງພວກເຂົາເອງ, ແສງສະຫວ່າງຂອງພຣະເຈົ້າຈະບໍ່ສ່ອງໃສ່ຄົນດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈິ່ງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ພວກເຂົາກໍາລັງຢູ່ໃນເສັ້ນທາງທີ່ຕໍ່ຕ້ານເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວໃນແມ່ນຫຍັງກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາກິ້ງເກືອກຢູ່ໃນຕົມຮ່ວມກັບຊາຕານ; ພວກເຂົາເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ຖ້າເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຄໍານຶງເຖິງເຈດຕະນາຂອງພຣະອົງ ແລະ ນໍາພຣະທໍາຂອງພຣະອົງໄປປະຕິບັດ, ແລ້ວເຈົ້າກໍ່ເປັນຂອງພຣະເຈົ້າ ແລະ ເຈົ້າເປັນຜູ້ທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະອົງ. ເຈົ້າເຕັມໃຈຫຼົບໜີຈາກອຳນາດຂອງຊາຕານ ແລະ ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າບໍ? ຖ້າເຈົ້າດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະມີໂອກາດທີ່ຈະປະຕິບັດພາລະກິດຂອງພຣະອົງ; ຖ້າເຈົ້າດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ, ພຣະວິນຍານບໍລິສຸດກໍຈະບໍ່ມີໂອກາດດັ່ງກ່າວ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດ, ແສງສະຫວ່າງທີ່ພຣະອົງສ່ອງໃຫ້ແກ່ພວກເຂົາ ແລະ ຄວາມໝັ້ນໃຈທີ່ພຣະອົງມອບໃຫ້ພວກເຂົາກໍ່ຢູ່ໄດ້ພຽງໄລຍະສັ້ນ; ຖ້າຜູ້ຄົນບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່, ແລ້ວພາລະກິດຂອງພຣະວິນຍານບໍລິສຸດກະທໍາກໍຈະຜ່ານພວກເຂົາໄປ. ຖ້າມະນຸດດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະຢູ່ກັບພວກເຂົາ ແລະ ປະຕິບັດພາລະກິດໃນພວກເຂົາ. ຖ້າມະນຸດບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ດຳລົງຊີວິດຢູ່ໃນພັນທະນາການຂອງຊາຕານ. ຖ້າມະນຸດດຳລົງຊີວິດຢູ່ກັບອຸປະນິໄສທີ່ເສື່ອມຊາມ, ແລ້ວພວກເຂົາກໍ່ຈະບໍ່ມີການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າດໍາລົງຊີວິດຢູ່ໃນຂອບເຂດພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າດໍາລົງຊີວິດຢູ່ໃນສະພາວະທີ່ພຣະເຈົ້າຕ້ອງການ, ແລ້ວເຈົ້າກໍ່ເປັນຄົນຂອງພຣະອົງ ແລະ ພາລະກິດຂອງພຣະອົງກໍ່ຈະຖືກປະຕິບັດໃນຕົວເຈົ້າ; ຖ້າເຈົ້າບໍ່ດໍາລົງຊີວິດພາຍໃນຂອບເຂດຄວາມຕ້ອງການຂອງພຣະເຈົ້າ ແຕ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ແລ້ວເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານຢ່າງແນ່ນອນ. ມີພຽງແຕ່ໂດຍການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ ແລະ ການມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຕາມຄວາມຕ້ອງການຂອງພຣະອົງໄດ້; ເຈົ້າຕ້ອງປະຕິບັດຕາມສິ່ງທີ່ພຣະເຈົ້າກ່າວໄວ້, ເຮັດໃຫ້ຖ້ອຍຄຳຂອງພຣະອົງເປັນພື້ນຖານໃນການເປັນຢູ່ ແລະ ຄວາມເປັນຈິງໃນຊີວິດຂອງເຈົ້າ; ໃນເມື່ອນັ້ນເອງ ເຈົ້າຈຶ່ງຈະເປັນຂອງພຣະເຈົ້າ. ຖ້າເຈົ້າປະຕິບັດຕາມເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ພຣະອົງກໍ່ຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍ່ຈະດໍາລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ, ໃນແສງສະຫວ່າງຈາກໃບໜ້າຂອງພຣະອົງ; ເຈົ້າຈະເຂົ້າໃຈພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ຮູ້ສຶກເຖິງຄວາມປິຕິຍິນດີໃນການສະຖິດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ