ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 531
11 ເດືອນມັງກອນ 2026
ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວລໍ້ລວງພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງຳ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງຳໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ລາວບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາຂອງເຮົາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈເຈດຕະນາຂອງເຮົາ ແລະ ລະມັດລະວັງໃນໃຈຂອງລາວຕະຫຼອດເວລາ. ດ້ວຍເຫດນັ້ນ, ລາວຈຶ່ງມີຄວາມອ່ອນໄຫວໃນຈິດໃຈຂອງລາວສະເໝີ ແລະ ສະນັ້ນ ລາວຈຶ່ງປະຕິບັດຕາມເຈດຕະນາຂອງເຮົາໃນທຸກສິ່ງທີ່ລາວເຮັດ. ລາວຕັ້ງໃຈຢ່າງໝັ້ນຄົງ ກ່ຽວກັບຄວາມລົ້ມເຫຼວຂອງຜູ້ຄົນໃນອະດີດ ເພື່ອກະຕຸ້ນຕົວເອງ ໂດຍມີຄວາມຢ້ານກົວຢູ່ເລິກໆວ່າຈະຕົກຢູ່ໃນຄວາມລົ້ມເຫຼວ. ພ້ອມນັ້ນ ລາວຍັງໄດ້ຕັ້ງໃຈກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນ ທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ. ບໍ່ພຽງແຕ່ໃນດ້ານລົບ ແຕ່ສໍາຄັນຫຼາຍໄປກວ່ານັ້ນ ແມ່ນໃນດ້ານບວກ, ລາວໄດ້ເຕີບໃຫຍ່ໄວຂຶ້ນ ຈົນຄວາມຮູ້ຂອງລາວໄດ້ກາຍເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດເວລາຢູ່ຕໍ່ໜ້າເຮົາ. ໃນຕອນນັ້ນ ມັນບໍ່ຍາກທີ່ຈະຈິນຕະນາການເຖິງວິທີທີ່ລາວເອົາທຸກສິ່ງທີ່ລາວມີມາຢູ່ໃນມືຂອງເຮົາ, ແມ່ນແຕ່ວິທີທີ່ລາວຍອມສະຫຼະສິດໃນການຕັດສິນໃຈ ກ່ຽວກັບອາຫານ, ເຄື່ອງນຸ່ງ, ການນອນ ແລະ ບ່ອນທີ່ລາວອາໄສຢູ່ ແລະ ກົງກັນຂ້າມ ມາມີຄວາມສຸກກັບຄວາມອຸດົມສົມບູນຂອງເຮົາ ບົນພື້ນຖານຂອງການເຮັດໃຫ້ເຮົາພໍໃຈໃນທຸກສິ່ງ. ເຮົາເຮັດໃຫ້ລາວໄດ້ຮັບການທົດລອງຈົນນັບບໍ່ຖ້ວນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນການທົດລອງທີ່ເຮັດໃຫ້ລາວຕາຍໄປເຄີ່ງໜຶ່ງ ແຕ່ໃນທ່າມກາງການທົດລອງເປັນຮ້ອຍເຫຼົ່ານີ້ ລາວບໍ່ເຄີຍເສຍຄວາມເຊື່ອ ທີ່ມີໃນຕົວເຮົາ ຫຼື ຮູ້ສຶກຜິດຫວັງໃນຕົວເຮົາແມ່ນແຕ່ໜຶ່ງຄັ້ງ. ແມ່ນແຕ່ໃນເວລາທີ່ເຮົາໄດ້ເວົ້າວ່າ ເຮົາໄດ້ປະຖິ້ມລາວ, ລາວກໍຍັງບໍ່ໄດ້ໝົດກໍາລັງໃຈ ແລະ ໄດ້ສືບຕໍ່ຮັກເຮົາໃນທາງທີ່ເປັນຈິງ ແລະ ຕາມຫຼັກການຂອງການປະຕິບັດໃນອະດີດ. ເຮົາໄດ້ບອກລາວວ່າ ເຮົາຈະບໍ່ສັນລະເສີນລາວ ເຖິງແມ່ນວ່າ ລາວຈະໄດ້ຮັກເຮົາກໍຕາມ ແລະ ໃນທີ່ສຸດແລ້ວ ເຮົາຈະຂັບໄລ່ລາວໃຫ້ໄປຢູ່ໃນມືຂອງຊາຕານ. ແຕ່ໃນທ່າມກາງການທົດລອງດັ່ງກ່າວ ເຊິ່ງເປັນການທົດລອງທີ່ບໍ່ແມ່ນກັບເນື້ອໜັງຂອງລາວ ແຕ່ແມ່ນທາງພຣະທໍາ, ລາວຍັງອະທິຖານເຖິງເຮົາ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ໃນທ່າມກາງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແມ່ນມີມະນຸດໃດໜຶ່ງ, ສິ່ງໃດໜຶ່ງ ຫຼື ເຫດການໃດໜຶ່ງບໍ ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ? ເມື່ອພຣະອົງມີຄວາມເມດຕາຕໍ່ຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍດີໃຈຫຼາຍກັບຄວາມເມດຕາຂອງພຣະອົງ. ໃນເວລາທີ່ພຣະອົງພິພາກສາຂ້ານ້ອຍ, ເຖິງວ່າ ຂ້ານ້ອຍຈະບໍ່ຄູ່ຄວນ ແຕ່ຂ້ານ້ອຍກໍໄດ້ຮັບຄວາມຮູ້ສຶກທີ່ຍິ່ງໃຫຍ່ ເຖິງຄວາມບໍ່ສາມາດຢັ່ງເຖິງການກະທໍາຂອງພຣະອົງ ຍ້ອນພຣະອົງແມ່ນເຕັມໄປດ້ວຍອໍານາດ ແລະ ສະຕິປັນຍາ. ເຖິງວ່າ ເນື້ອໜັງຂອງຂ້ານ້ອຍຈະທົນທຸກກັບຄວາມລໍາບາກ ແຕ່ຈິດວິນຍານຂອງຂ້ານ້ອຍກໍຢູ່ສຸກສະບາຍ. ຂ້ານ້ອຍຈະບໍ່ມອບຄໍາສັນລະເສີນໃຫ້ແກ່ສະຕິປັນຍາ ແລະ ການກະທໍາຂອງພຣະອົງໄດ້ແນວໃດ? ຖ້າວ່າ ຂ້ານ້ອຍຈະຕາຍຫຼັງຈາກຮູ້ຈັກພຣະອົງ ແລ້ວຂ້ານ້ອຍຈະບໍ່ຕາຍດ້ວຍຄວາມພໍໃຈ ແລະ ຍິນດີໄດ້ແນວໃດ? ພຣະອົງຜູ້ຊົງລິດທານຸພາບສູງສຸດ! ພຣະອົງບໍ່ປາດຖະໜາທີ່ຈະໃຫ້ຂ້ານ້ອຍເຫັນພຣະອົງແທ້ບໍ? ຂ້ານ້ອຍບໍ່ເໝາະສົມທີ່ຈະໄດ້ຮັບການພິພາກສາຂອງພຣະອົງແທ້ບໍ? ເປັນໄປໄດ້ບໍ ທີ່ມີບາງຢ່າງໃນຕົວຂ້ານ້ອຍ ທີ່ພຣະອົງບໍ່ປາດຖະໜາທີ່ຈະເຫັນ?” ໃນລະຫວ່າງການທົດລອງດັ່ງກ່າວ, ເຖິງວ່າ ເປໂຕບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາຢ່າງຖືກຕ້ອງ ແຕ່ມັນກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລາວພາກພູມໃຈ ແລະ ຮູ້ສຶກມີກຽດ ທີ່ຖືກເຮົາໃຊ້ (ເຖິງແມ່ນວ່າ ລາວຈະໄດ້ຮັບການພິພາກສາຈາກເຮົາ ເພື່ອວ່າ ມວນມະນຸດອາດຈະໄດ້ເຫັນລິດທານຸພາບ ແລະ ຄວາມໂກດຮ້າຍຂອງເຮົາ) ແລະ ລາວບໍ່ໂສກເສົ້າຈາກການທົດລອງເຫຼົ່ານີ້. ຍ້ອນຄວາມຈົງຮັກພັກດີຂອງລາວ ທີ່ມີຢູ່ຕໍ່ໜ້າເຮົາ ແລະ ຍ້ອນພອນຂອງເຮົາທີ່ມີໃຫ້ລາວ, ລາວຈຶ່ງເປັນຕົວຢ່າງ ແລະ ແບບຢ່າງໃຫ້ແກ່ມະນຸດເປັນພັນໆປີ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເອົາເປັນແບບຢ່າງບໍ? ຈົ່ງຄິດຢ່າງລະອຽດ ແລະ ຄິດໃຫ້ດີ ກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງໃຫ້ການບັນຍາຍຢ່າງຍາວກ່ຽວກັບເປໂຕ; ສິ່ງເຫຼົ່ານີ້ຄວນເປັນຫຼັກການໃນການກະທໍາຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 6
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ