ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 522

21 ສິງຫາ 2025

ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນມີດ້ານລົບ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລື່ອງອະນາຄົດ ຫຼື ຕ້ອງການພອນໃດໆ. ລາວບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້; ລາວພຽງແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄວາມໝາຍທີ່ສຸດ ເຊິ່ງເປັນການຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະເຈົ້າ. ແລ້ວນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານຫາພຣະເຢຊູຢູ່ສະເໝີດ້ວຍຄໍາເວົ້າ: “ອົງພຣະເຢຊູຄຣິດເຈົ້າ, ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມເຊື່ອໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງດ້ວຍຫົວໃຈທີ່ແທ້ຈິງ. ຂ້ານ້ອຍພຽງແຕ່ເຄົາລົບພຣະອົງ, ບູຊາພຣະອົງ ແລະ ຄິດຮອດພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ມີຄວາມເຊື່ອໃນພຣະອົງຢ່າງແທ້ຈິງເລີຍ”. ລາວມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ ແລະ ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ ແລະ ດຶງໃຊ້ແຮງຈູງໃຈຈາກພວກມັນ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ, ກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ລາວເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້. ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຂ້ານ້ອຍໄປໄວໆເທີດ. ເມື່ອໃດພຣະອົງຈະຕ້ອງການຂ້ານ້ອຍ? ເມື່ອໃດພຣະອົງຈະເອົາຂ້ານ້ອຍໄປ? ເມື່ອໃດຂ້ານ້ອຍຈະໄດ້ເຫັນໜ້າພຣະອົງອີກຄັ້ງ? ຂ້ານ້ອຍບໍ່ຕ້ອງການມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປອີກແລ້ວ, ສືບຕໍ່ເປັນຄົນເສື່ອມຊາມ ຫຼື ຂ້ານ້ອຍບໍ່ປາຖະໜາທີ່ຈະຕໍ່ຕ້ານກັບຮ່າງກາຍອັນຊົ່ວຮ້າຍນີ້ອີກ. ຂ້ານ້ອຍພ້ອມແລ້ວທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ໂດຍໄວທີ່ສຸດທີ່ຂ້ານ້ອຍຈະສາມາດກະທໍາໄດ້ ແລະ ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງເສົ້າໂສກເສຍໃຈອີກຕໍ່ໄປ”. ນີ້ແມ່ນວິທີທີ່ເປໂຕກ່າວຄໍາອະທິຖານ ແຕ່ໃນເວລານັ້ນລາວບໍ່ຮູ້ວ່າພຣະເຢຊູຈະເຮັດໃຫ້ລາວເປັນຄົນສົມບູນແບບ. ໃນລະຫວ່າງເປໂຕທົນທຸກທໍລະມານກັບການທົດລອງນັ້ນ ພຣະເຢຊູໄດ້ປາກົດຢູ່ຕໍ່ໜ້າລາວອີກຄັ້ງ ແລ້ວກ່າວວ່າ: “ເປໂຕ, ເຮົາຕ້ອງການເຮັດໃຫ້ທ່ານເປັນຄົນສົມບູນແບບ, ເພື່ອວ່າທ່ານຈະກາຍເປັນໝາກໄມ້ໜ່ວຍໜຶ່ງ ເຊິ່ງເປັນແກ້ວຜະລຶກຂອງການທີ່ເຮົາເຮັດໃຫ້ທ່ານສົມບູນແບບ ແລະ ເຮົາຈະຊື່ນຊົມທີ່ສຸດ. ທ່ານສາມາດເປັນພະຍານຝ່າຍເຮົາຢ່າງຈິງໃຈແທ້ບໍ? ທ່ານໄດ້ເຮັດໃນສິ່ງທີ່ເຮົາຂໍໃຫ້ທ່ານເຮັດແລ້ວບໍ? ທ່ານໄດ້ໃຊ້ຊີວິດທີ່ເປັນຢູ່ຕາມພຣະທໍາທີ່ເຮົາໄດ້ກ່າວແກ່ທ່ານແລ້ວບໍ? ທ່ານເຄີຍຮັກເຮົາໃນຄັ້ງໜຶ່ງ, ແຕ່ເຖິງແມ່ນວ່າທ່ານໄດ້ຮັກເຮົາ ແຕ່ທ່ານໄດ້ໃຊ້ຊີວິດເພື່ອເຮົາຢູ່ບໍ? ມີສິ່ງໃດແດ່ທີ່ທ່ານເຮັດເພື່ອເຮົາ? ທ່ານຍອມຮັບວ່າທ່ານບໍ່ມີຄຸນຄ່າພໍທີ່ຈະໄດ້ຮັບຄວາມຮັກຈາກເຮົາ ແຕ່ທ່ານໄດ້ເຮັດສິ່ງໃດແດ່ເພື່ອເຮົາ?” ເປໂຕເຫັນວ່າ ຕົນເອງບໍ່ໄດ້ເຮັດຫຍັງເພື່ອພຣະເຢຊູເລີຍ ແລະ ຈື່ໄດ້ວ່າຄໍາປະຕິຍານຂອງຕົນເອງຜ່ານມາແມ່ນມອບຊີວິດໃຫ້ກັບພຣະເຈົ້າ. ສະນັ້ນລາວຈຶ່ງບໍ່ຈົ່ມວ່າອີກຕໍ່ໄປ ແລະ ຄໍາອະທິຖານຂອງລາວໃນເວລາຕໍ່ມາແມ່ນເລີ່ມດີຂຶ້ນ. ລາວໄດ້ອະທິຖານໂດຍເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍເຄີຍໜີຈາກພຣະອົງ ແລະ ພຣະອົງກໍເຄີຍຈາກຂ້ານ້ອຍເຊັ່ນກັນ. ພວກເຮົາໄດ້ໃຊ້ຊີວິດແຍກກັນ ແລະ ພວກເຮົາໄດ້ໃຊ້ຊີວິດຢູ່ຮ່ວມກັນ. ແຕ່ພຣະອົງຮັກຂ້ານ້ອຍຫຼາຍກວ່າສິ່ງອື່ນໃດ. ຂ້ານ້ອຍກະບົດຕໍ່ພຣະອົງຢູ່ເລື້ອຍໆ ແລະ ເຮັດໃຫ້ພຣະອົງທຸກໃຈນໍາຂ້ານ້ອຍຢູ່ເລື້ອຍໆ. ຂ້ານ້ອຍຈະລືມສິ່ງເຫຼົ່ານີ້ໄດ້ແນວໃດ? ຂ້ານ້ອຍຈື່ຂຶ້ນໃຈ ແລະ ບໍ່ເຄີຍລືມພາລະກິດທີ່ພຣະອົງໄດ້ເຮັດໃນຕົວຂ້ານ້ອຍ ແລະ ສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ສຳລັບພາລະກິດທີ່ພຣະອົງເຮັດໃນຂ້ານ້ອຍ. ພຣະອົງຮູ້ດີໃນສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ພຣະອົງຮູ້ອີກວ່າຂ້ານ້ອຍສາມາດເຮັດບົດບາດໃດໄດ້. ຂ້ານ້ອຍປາຖະໜາທີ່ນໍາຕົວເອງໄປຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ ແລະ ຂ້ານ້ອຍຂໍອຸທິດທຸກສິ່ງຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ມີພຽງພຣະອົງຜູ້ດຽວທີ່ຮູ້ວ່າມີສິ່ງໃດແດ່ທີ່ຂ້ານ້ອຍສາມາດເຮັດເພື່ອພຣະອົງໄດ້. ເຖິງແມ່ນວ່າ ຊາຕານໄດ້ຫຼອກລວງຂ້ານ້ອຍຢ່າງໜັກ ແລະ ຂ້ານ້ອຍກະບົດຕໍ່ພຣະອົງ, ຂ້ານ້ອຍເຊື່ອວ່າ ພຣະອົງຈະບໍ່ຈົດຈໍາຂ້ານ້ອຍຈາກການຝ່າຝືນເຫຼົ່ານັ້ນ ແລະ ພຣະອົງຈະບໍ່ປະຕິບັດກັບຂ້ານ້ອຍໂດຍອີງໃສ່ສິ່ງເຫຼົ່ານັ້ນ. ຂ້ານ້ອຍປາຖະໜາທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ຂ້ານ້ອຍບໍ່ຂໍສິ່ງໃດ ແລະ ຂ້ານ້ອຍບໍ່ໄດ້ຫວັງສິ່ງໃດ ແລະ ບໍ່ມີແຜນການອັນໃດ; ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະປະຕິບັດຕາມເຈດຕະນາຂອງພຣະອົງ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍຈະດື່ມຈາກຈອກທີ່ຂົມຂື່ນຂອງພຣະອົງ ແລະ ຂ້ານ້ອຍຈະຢູ່ພາຍໃຕ້ຄໍາສັ່ງຂອງພຣະອົງ”.

ພວກເຈົ້າຕ້ອງຊັດເຈນກັບທາງເດີນທີ່ພວກເຈົ້າເດີນ; ພວກເຈົ້າຕ້ອງຊັດເຈນກັບວິທີທາງທີ່ພວກເຈົ້າຈະປະຕິບັດຕາມໃນອະນາຄົດ, ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ແມ່ນຫຍັງຄືສິ່ງທີ່ໄດ້ມອບໝາຍໃຫ້ກັບພວກເຈົ້າ. ມື້ໜຶ່ງ ບາງເທື່ອ ພວກເຈົ້າຈະໄດ້ຖືກທົດລອງ ແລະ ເມື່ອເວລານັ້ນມາຮອດ ຖ້າພວກເຈົ້າສາມາດໄດ້ຮັບແຮງຈູງໃຈຈາກປະສົບການຂອງເປໂຕ, ມັນກໍຈະສະແດງໃຫ້ເຫັນວ່າ ພວກເຈົ້າກຳລັງເດີນຕາມທາງຂອງເປໂຕຢ່າງແທ້ຈິງ. ເປໂຕໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຍ້ອນຄວາມເຊື່ອ ແລະ ຄວາມຮັກ ແລະ ຄວາມຈົງຮັກພັກດີທີ່ແທ້ຈິງຂອງລາວທີ່ມີຕໍ່ພຣະເຈົ້າ. ດ້ວຍຄວາມສັດຊື່ ແລະ ການປາຖະໜາຫາພຣະເຈົ້າໃນຫົວໃຈຂອງລາວ, ພຣະເຈົ້າຈຶ່ງເຮັດໃຫ້ລາວເປັນຄົນສົມບູນແບບ. ຖ້າພວກເຈົ້າມີຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງເໝືອນເປໂຕ, ແລ້ວພຣະເຢຊູຈະເຮັດໃຫ້ພວກເຈົ້າເປັນຄົນສົມບູນແບບຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ