ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 520

21 ສິງຫາ 2025

ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ່ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ ຫຼື ມີມາກ່ອນຈາກພຣະເຢຊູ. ລາວໄດ້ເຫັນວ່າ ເຖິງແມ່ນພຣະເຢຊູບໍ່ໄດ້ມີວຸດທິພາວະທີ່ຍິ່ງໃຫຍ່ ຫຼື ຄວາມເປັນມະນຸດທີ່ເໜືອປົກກະຕິ, ພຣະອົງມີລັດສະໝີທີ່ພິເສດ ແລະ ບໍ່ທຳມະດາແທ້ໆເຊິ່ງອ້ອມຮອບພຣະອົງ. ເຖິງແມ່ນວ່າເປໂຕຈະບໍ່ສາມາດອະທິບາຍໄດ້ຢ່າງຄົບຖ້ວນ, ລາວກໍ່ສາມາດເຫັນວ່າພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າສິ່ງທີ່ພຣະອົງເຮັດແມ່ນແຕກຕ່າງຈາກການກະທໍາຂອງມະນຸດທໍາມະດາຫຼາຍ. ຈາກເວລາທີ່ລາວພົວພັນກັບພຣະເຢຊູນັ້ນ, ເປໂຕຍັງຮູ້ອີກວ່າລັກສະນະຂອງພຣະອົງແມ່ນແຕກຕ່າງຈາກມະນຸດທີ່ທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ ແລະ ບໍ່ເຄີຍຮີບຮ້ອນ, ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ ແລະ ພຣະອົງໃຊ້ຊີວິດຂອງພຣະອົງໃນເສັ້ນທາງທີ່ເປີດເຜີຍເຖິງຮູບລັກສະນະທີ່ທັງທໍາມະດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລື່ອງການສົນທະນາ ພຣະເຢຊູເວົ້າຢ່າງຊັດເຈນ ແລະ ດ້ວຍພຣະຄຸນ ການສື່ສານແມ່ນຢູ່ໃນລັກສະນະທີ່ລ່າເລີງ ແຕ່ກໍ່ງຽບສະຫງົບ ແລະ ພຣະອົງກໍບໍ່ເຄີຍເສຍກຽດສັກສີຂອງພຣະອົງ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ໃນຂະນະທີ່ບາງຄັ້ງ ພຣະອົງກໍ່ເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍຈົນພຣະອົງປາກົດເປັນພຽງຄືກັບນົກເຂົາທີ່ກະທັງວ່ອງໄວ ແລະ ໂດດເຕັ້ນໄປມາຢ່າງມີຊີວິດຊີວາ ແລະ ໃນເວລາອື່ນ ພຣະອົງກໍ່ໂສກເສົ້າຫຼາຍຈົນພຣະອົງບໍ່ເວົ້າບໍ່ຈາຫຍັງເລີຍ, ເບິ່ງຄືກັບວ່າ ພຣະອົງແບກຫາບພາລະດ້ວຍຄວາມເສົ້າໃຈເໝືອນກັບວ່າພຣະອົງເປັນແມ່ທີ່ໄດ້ອົດທົນກັບຄວາມລໍາບາກນັບບໍ່ຖ້ວນ. ໃນບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ໃນບາງໂອກາດ ພຣະອົງເຖິງກັບເປັນເໝືອນດັ່ງສິງໂຕທີ່ຮ້ອງສຽງດັງ. ບາງຄັ້ງພຣະອົງຫົວ; ບາງຄັ້ງພຣະອົງອະທິຖານ ແລະ ຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກິລິຍາອອກມາແບບໃດ ເປໂຕກໍ່ແຮງມີຄວາມຮັກ ແລະ ເຄົາລົບທີ່ໄຮ້ຂອບເຂດຕໍ່ພຣະອົງ. ສຽງຫົວຂອງພຣະເຢຊູເຮັດໃຫ້ລາວມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ, ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ, ໃນຂະນະທີ່ຄວາມເມດຕາ, ການໃຫ້ອະໄພ ແລະ ການຮຽກຮ້ອງຢ່າງເຂັ້ມງວດທີ່ພຣະອົງຮຽກຮ້ອງຈາກລາວເຮັດໃຫ້ເປໂຕມາຮັກພຣະເຢຊູຢ່າງແທ້ຈິງ ແລະ ມີຄວາມຢໍາເກງ ແລະ ຄວາມປາຖະໜາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫຼັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ເປັນເວລາໄລຍະໜຶ່ງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ